ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການສະຫະປະຊາຊາດ ເຕືອນ ລາຄາອາຫານ ແລະ ນໍ້າມັນ ຈະສູງຂຶ້ນ ຫຼັງຈາກການກໍ່ລັດຖະປະຫານ

ຕຳຫຼວດປາບປາມການກໍ່ຈະລາຈົນ ເຂົ້າໂຈມຕີ ຫຼັງຈາກຍິງແກັສນໍ້າຕາ ແລະ ລູກປືນຢາງ, ໃນຂະນະທີ່ຜູ້ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານ ໜີຈາກສິ່ງກີດຂວາງ ທີ່ເຮັດຂຶ້ນມາເອງ ແລະ ແລ່ນໜີໃນນະຄອນ ຢ່າງກຸ້ງ, ປະເທດ ມຽນມາ. 16 ມີນາ, 2021.

ອົງການສະຫະປະຊາຊາດໄດ້ເຕືອນວ່າ ລາຄາອາຫານ ແລະ ນໍ້າມັນ ໃນປະເທດ ມຽນມາ ແມ່ນກຳລັງແພງຂຶ້ນຢ່າງຕໍ່ເນື່ອງຍ້ອນ “ຄວາມວຸ້ນວາຍທາງການເມືອງໃນປັດຈຸບັນນີ້” ທີ່ມີສາເຫດມາຈາກການກໍ່ລັດຖະປະຫານຂອງທະຫານໃນເດືອນແລ້ວນີ້.

ໂຄງການອາຫານໂລກ, ເຊິ່ງແມ່ນສາຂາຂອງອົງການຊ່ວຍເຫຼືອດ້ານອາຫານຂອງໂລກ, ໄດ້ອອກຖະແຫຼງການສະບັບນຶ່ງໃນວັນອັງຄານວານນີ້ວ່າ ລາຄາ ເຂົ້າ ໄດ້ເພີ່ມຂຶ້ນໃນທົ່ວປະເທດ ສະເລ່ຍ 3 ເປີເຊັນ ຈາກກາງເດືອນມັງກອນຫາກາງເດືອນກຸມພາ. ແຕ່ອົງການດັ່ງກ່າວເວົ້າວ່າລາຄານໍ້າມັນໄດ້ເພີ່ມຂຶ້ນລະຫວ່າງ 20 ຫາ 35 ເປີເຊັນໃນສອງສາມເມືອງຂອງລັດກະຈິນ, ເຊິ່ງແມ່ນລັດ ທີ່ຕັ້ງຢູ່ພາກເໜືອສຸດຂອງ ມຽນມາ.

ໂຄງການດັ່ງກ່າວຍັງໄດ້ເວົ້າວ່າ ລາຄາຂາຍຍ່ອຍຂອງນໍ້າມັນປາມກໍໄດ້ເພີ່ມຂຶ້ນ 20 ເປີເຊັນ ນັບຕັ້ງແຕ່ຕອນເລີ່ມຕົ້ນຂອງເດືອນກຸມພາ.

ໂຄງການອາຫານໂລກໄດ້ກ່າວວ່າ ຄວາມວຸ້ນວາຍແມ່ນກຳລັງສົ່ງຜົນກະທົບດ້ານລົບຕໍ່ຕ່ອງໂສ້ການສະໜອງສິນຄ້າ ແລະ ຕະຫຼາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG