ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດສົ່ງອາຫານຢູ່ ລາວ ເຮັດວຽກຫຼາຍຂຶ້ນ ໃນໄລຍະການກັກບໍລິເວນ COVID-19 ຄັ້ງໃໝ່


ເຈົ້າໜ້າທີ່ ລາວ ຕັ້ງດ່ານກວດກາການເຂົ້າອອກຢູ່ຫົນທາງໃນເຂດສີແດງ,​ ນະຄອນຫຼວງ ວຽງຈັນ.
ເຈົ້າໜ້າທີ່ ລາວ ຕັ້ງດ່ານກວດກາການເຂົ້າອອກຢູ່ຫົນທາງໃນເຂດສີແດງ,​ ນະຄອນຫຼວງ ວຽງຈັນ.

ປະຊາຊົນ ລາວ ກຳລັງປະເຊີນກັບຄວາມຍາກລຳບາກຢ່າງຍິ່ງກັບການລະບາດຂອງໄວຣັສ COVID-19 ໃນປັດຈຸບັນນີ້. ເຊິ່ງວັນພະຫັດວານນີ້ກໍມີຜູ້ຕິດເຊື້ອໃໝ່ຕື່ມອີກ 694 ຄົນ ແລະ ວັນສຸກມື້ນີ້ 434 ຄົນ.

ທາງການລາວ ຍັງສືບຕໍ່ປິດເມືອງຢ່າງເຄັ່ງຄັດ. ໂດຍໄດ້ແນະນຳໃຫ້ປະຊາຊົນອອກໄປຊື້ຂອງກິນຢູ່ຕະຫຼາດພຽງສອງຄັ້ງຕໍ່ອາທິດ ແລະ ທາງເຂົ້າບ້ານຕ່າງໆໂດຍສະເພາະແມ່ນບ້ານເຂດແດງກໍໄດ້ມີບັນດາເຈົ້າໜ້າທີ່ຕັ້ງດ່ານເຝົ້າຍາມການເຂົ້າອອກເປັນປະຈຳ.

ພາກສ່ວນທຸລະກິດທີ່ຍັງສາມາດດຳເນີນການໄດ້ໃນເວລານີ້ກໍແມ່ນທຸລະກິດການສົ່ງອາຫານ. ເຊິ່ງໄລຍະນີ້ເຂົາເຈົ້າໄດ້ເຮັດວຽກຫຼາຍຂຶ້ນ ຍ້ອນມີຄົນສັ່ງອາຫານເມືອກິນຢູ່ບ້ານຫຼາຍ.

ແມ່ຍິງລາວຄົນນຶ່ງທີ່ເຮັດວຽກໃຫ້ບໍລິສັດຂົນສົ່ງອາຫານໄດ້ກ່າວຕໍ່ພວກເຮົາໂດຍຂໍບໍ່ອອກຊື່ວ່າ “ມື້ນີ້ກະຕິດ 600 ປາຍ, ຍັງລັອກດາວຢູ່. ແຕ່ວ່າຂ້າພະເຈົ້າກໍໄປວຽກຢູ່ ເພາະວ່າເຮົາເປັນຄົນສົ່ງອາຫານເດະ. ປ່ຽນກັນເຂົ້າຫ້ອງການກັບໝູ່, ໄປບາງມື້, ຈັນ, ພຸດ, ສຸກ. ວັນອັງຄານກັບພະຫັດຫັ້ນເຮັດຢູ່ບ້ານ, ຈະອອກໄປວຽກເຮົາກະຕ້ອງມີໜັງສືຈາກຫ້ອງການເພື່ອໃຫ້ຕຳຫຼວດເບິ່ງ. ວຽກດຽວນີ້ກະມີຫຼາຍຢູ່ເພາະວ່າຄົນສັ່ງອາຫານໄປກິນຢູ່ບ້ານ. ລັດເພິ່ນກະບໍ່ໄດ້ກຳນົດວ່າຕ້ອງໄດ້ເຮັດວຽກມື້ນຶ່ງຈັກຊົ່ວໂມງ ແຕ່ວ່າພວກເຮົາກະພາກັນກັບບ້ານໄວ. ຜົວຂອງຂ້າພະເຈົ້າເຮັດວຽກຢູ່ບ້ານເພາະວ່າລາວເຮັດວຽກຢູ່ສະຖານທູດ. ເຮົາກະໄປໃສກະບໍ່ໄດ້, ເຮັດວຽກແລ້ວກະກັບບ້ານ. ມີແຕ່ໄປຕະຫຼາດ.”

ໃນໄລຍະເລີ່ມຕົ້ນຂອງການກັກບໍລິເວນຄັ້ງໃໝ່ນັ້ນ, ປະຊາຊົນຍັງຖືເບົາກັບຄຳສັ່ງຂອງລັດຖະ ບານ. ເຂົາເຈົ້າໄດ້ພາກັນຕັ້ງກຸ່ມຊຸມແຊວກັນ ຈົນເຈົ້າໜ້າທີ່ຕຳຫຼວດຕ້ອງໄດ້ຈັບ ແລະ ແຍກຍ້າຍເຂົາເຈົ້າຍ້ອນການລະເມີດຄຳສັ່ງ.

XS
SM
MD
LG