ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜັງ​ສື​ພິມ​ຈີນ​ ທີ່ພວກນັກຂ່າວ ນັດ​ຢຸດ​ງານ ໄດ້ພິມຈຳໜ່າຍ ຕາມກຳໜົດ


ໜັງສືພິມ Southern Weekly ຢູ່ເມືອງກວາງໂຈ ຂອງຈີນ
ໜັງສືພິມ Southern Weekly ຢູ່ເມືອງກວາງໂຈ ຂອງຈີນ
ໜັງ​ສື​ພິມ​ຈີນ​ສະບັບ​ນຶ່ງ ບ່ອນ​ທີ່​ພວກ​ນັກ​ຂ່າວໄດ້​ພາກັນ​ນັດ​ຢຸດ​ງານ ​ເພື່ອ​ປະ​ທ້ວງ​ການ ກວດກາ​ຂ່າວ​ຂອງ​ລັດຖະບານ ​ໄດ້ພິມ​ເຜີຍ​ແຜ່​ໜັງສືພິມ​ລາຍ​ສັບປະດາ​ຂອງ​ຕົນ​ຕາມ​ກໍາໜົດ ແຕ່​ກໍ​ໄດ້​ຮຽກຮ້ອງໃຫ້​ລັດຖະບານ​ຈີນ​ ຈົ່ງ​ທໍາ​ການ​ປະຕິ​ຮູບ​ນະ​ໂຍບາຍ​ຄວບ​ຄຸມສື່​ມວນ​ຊົນ.

ໜັງສືພິມ​ລາຍ​ສັບປະດາ Southern Weekly ທີ່​ມີ​ສໍານັກງານ​ຢູ່​ເມືອງ ກວາງ​ໂຈ ​ໄດ້​ນຳວາງ​ຂາຍ​ຢູ່ຫຼາຍ​ໆຂົງ​ເຂດ​ຂອງ​ປະ​ເທດ ໃນ​ວັນ​ພະຫັດ ມື້ນີ້ລຸນຫຼັງທີ່​ມີລາຍງານ ຂ່າວ ຫຼາຍກະ​ແສ​ວ່າຄະນະບັນນາທິການຂອງ​ໜັງສື​ພິມກ້າວໜ້າສະບັບ​ນີ້ ​ໄດ້​ບັນລຸ​ຂໍ້ຕົກລົງ​ຊົ່ວຄາວ​ກັບ​ເຈົ້າໜ້າ​ທີ່​ພັກ​ຄອມມີ​ວນີສຈີນ.

ໜັງ​ສື​ພິມ​ສະບັບ​ຫຼ້າ​ສຸດ ບໍ່​ໄດ້​ເອີ່ຍ​ໂດຍ​ກົງ​ເຖິງ​ຂໍ້​ຂັດ​ແຍ້​ງກັນ​ດັ່ງກ່າວ ​ແຕ່​ກໍ​ມີ​ຮ່ອງຮອ​ຍ ບອກ​ເປັນ​ໄນໆຂອງ​ການ​ຕ້ານ​ຢັນ​ທີ່​ຍັງ​ສືບ​ຕໍ່​ຢູ່​ນັ້ນ ໜັງສືພິມ​ດັ່ງກ່າວ​ໄດ້​ລົງພິມ​ບົດ​ບັນນາ ທິການ​ບົດ​ນຶ່ງ ​ທີ່​ເວົ້າວ່າ ວິທີ​ການ​ຕ່າງໆຂອງ ປັກ​ກິ່ງ​ໃນ​ການຄວບ​ຄຸມ​ສື່​ມວນ​ຊົນ​ນັ້ນ​ຕ້ອງ​ໃຫ້​ເປັນ​ໄປ​ຕາມ​ຍຸກ​ສະ​ໄໝ​ແລະ ​ຮຽກຮ້ອງໃຫ້​ສື່​ມວນ​ຊົນ​ທີ່ມີ​ເຫດ​ມີ​ຜົນ​ແລະ​ມີ​ລັກ​ສະ​ນະ ສ້າງສັນນັ້ນ​ ໄດ້​ຮັບ ການພິທັກ​ປົກ​ປ້ອງ.

​ຂະນະ​ດຽວ​ກັນ ພວກ​ປະ​ທ້ວງໄດ້ພາກັນ​ເຕົ້າ​ໂຮມ​ກັນ​ເປັນ​ມື້​ທີ່​ສີ່​ລຽນຕິດຢູ່​ນອກ​ບໍລິ​ເວນ​ສໍານັກງານ​ໃຫຍ່​ຂອງ​ໜັງສືພິມດັ່ງກ່າວທີ່​ມີ​ຍາມ​ຄຸ້ມ​ກັນ​ຢ່າງ​ໜາ​ແໜ້ນ ຊຶ່ງ​ປະກົດ​ວ່າ​ເປັນ​ການ​ທົດ​ສອບ​ຄວາມ​ອົດທົນ ​ຂອງ​ພວກ​ເຈົ້າ ໜ້າ​ທີ່. ຢ່າງ​ໜ້ອຍ​ພວກ​ປະ​ທ້ວງ​ສອງ​ຄົນ​ຖືກ​ຈັບ​ຕົວ​ໄປ​ໂດຍ​ຕໍາຫຼວດນອກ​ເຄຶ່ອງ​ແບບ. ພວກ​ນັກ​ຂ່າວ​ກໍ​ຖືກ​ບອກ​ໃຫ້​ຢູ່​ຫ່າ​ງໆ​ຈາກ​ຕຶກ​ສໍານັກງານເມື່ອ ​ວັນ​ພະຫັດ​ມື້​ນີ້.

ການ​ປະ​ທ້ວງ​ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່​ຕໍ່​ມາ​ທາງ​ສື່ສັງຄົມ ບ່ອນ​ທີ່​ພວກ​ດາລາ​ຈີນ ​ແລະ​ບັນດາ​ຜູ້​ມີ​ຊື່​ສຽງ​ທັງຫຼາຍ ​ສະ​ແດງການ​ສະໜັບສະໜຸນຕໍ່ໜັງສືພິມ​ດັ່ງ ກ່າວ ​ເຖິງ​ແມ່ນ​ໄດ້​ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ໃນ​ການ​ກວດກາ​ຂ່າວ ​ເພື່ອ​ຈໍາກັດ​ຮັດ​ແຄບ​ການ​ສົນທະນາ​ຫາລື​ກັນໃນເລຶ່ອງນີ້​ກໍ​ຕາມ
XS
SM
MD
LG