ບັນດາສະມາຊິກສະພາ ສະຫະລັດ ຈະເດີນທາງໄປລັດ ນິວ ເມັກຊິກໂກ ໃນສັບປະດາ
ຈະມາເຖິງນີ້ ໃນຂະນະທີ່ເຂົາເຈົ້າກຳລັງຄົ້ນຫາຄຳຕອບ ກ່ຽວກັບ ວ່າເດັກຍິງຊາວ ກົວ
ເຕມາລາ ອາຍຸ 7 ປີໄດ້ເສຍຊີວິດແນວໃດ ໃນລະຫວ່າງການຖືກຄວບຄຸມຕົວໂດຍລັດ
ຖະບານກາງ.
ອົງການຄະນະກຳມະການຄົນເວົ້າພາສາ ສເປນ ສະພາຕ່ຳ ໄດ້ກ່າວໃນວັນສຸກທີ່ຜ່ານ
ມາວ່າ ເຂົາເຈົ້າຈະເປັນຜູ້ນຳໜ້າຄະນະຜູ້ແທນຄະນະນຶ່ງ ເດີນທາງໄປສະຖານີ ລອດ
ສເບີກ ໃນເມືອງ ລອດສເບີກ (Lordsburg), ລັດ ນິວເມັກຊິໂກ ໃນວັນທີ 18 ທັນວານີ້,
ເຊິ່ງເປັນສູນຄວບຄຸມທີ່ນາງ ແຈັກເຄລິນ ຄາລ ມາຄວິນ (Jakelin Caal Maquin)
ໄດ້ຖືກສົ່ງຕົວໄປ, ພ້ອມກັບພໍ່ຂອງລາວ ແລະ ຜູ້ຍົກຍ້າຍຖິ່ນຖານຄົນອື່ນໆຈຳນວນຫຼາຍ
ທີ່ຖືກຂັງຢູ່ນຳເຂົາເຈົ້າໃນຕອນຄ່ຳວັນທີ 6 ທັນວາ, ຫຼັງຈາກໄດ້ຖືກຄວບຄຸມຕົວໂດຍ
ເຈົ້າໜ້າທີ່ອົງການພາສີ ແລະ ປົກປ້ອງເຂດຊາຍແດນ ສະຫະລັດ.
ນາງ ແຈັກເຄລິນ ໄດ້ເສຍຊີວິດຢູ່ໂຮງໝໍໃນເມືອງ ແອລ ປາໂຊ, ລັດເທັກຊັສ 27 ຊົ່ວ
ໂມງຕໍ່ມາ ຫຼັງຈາກບັນດາເຈົ້າໜ້າທີ່ການແພດໄດ້ພິຈາລະນາໃນເບື້ອງຕົ້ນວ່າ ເປັນ
“ຕິດເຊື້ອແບັກທີເຣຍໃນຮ່າງກາຍ”, ອີງຕາມການກ່າວຂອງກະຊວງການຮັກສາຄວາມ
ປອດໄພພາຍໃນ ສະຫະລັດ.
ອາການຂອງການຕິດເຊື້ອແບັກທີເຣຍໃນຮ່າງກາຍ ອາດມີອຸນຫະພູມໃນຮ່າງກາຍທີ່ສູງ
ຫຼາຍ, ອິດເມື່ອຍຢ່າງແຮງ ແລະ ກະວົນກະວາຍ. ການອະທິບາຍຂອງບັນດາເຈົ້າໜ້າທີ່
ໄດ້ລະບຸວ່າ ເດັກຍິງຄົນດັ່ງກ່າວໄດ້ຮັບການປະເມີນອາກາດຢ່າງໄວວາ, ໃນຂະນະທີ່ທຸກ
ຄົນຜູ້ທີ່ຖືກຄວບຄຸມຕົວກໍໄດ້ຮັບການປະເມີນຜົນເຊັ່ນກັນ, ກ່ອນລໍຖ້າ ເພື່ອຖືກສົ່ງໄປສະ
ຖານທີ່ກັກຂັງບ່ອນຕໍ່ໄປກັບກຸ່ມດັ່ງກ່າວຫຼາຍຊົ່ວໂມງ.
ໃນບັນດາ 163 ຄົນຜູ້ທີ່ຖືກຄວບຄຸມຕົວໃນຄືນດັ່ງກ່າວ ໃນເຂດຊົນນະບົດຂອງພາກ
ໃຕ້ລັດນິວເມັກຊິໂກ, ໃກ້ກັບເມືອງ ແອນທີໂລບ ແວລສ໌ ທີ່ເປັນຈຸດເຂົ້າອອກເມືອງນັ້ນ,
ແມ່ນມີເດັກນ້ອຍທີ່ບໍ່ມີຜູ້ໃຫຍ່ຕິດຕາມ 50 ຄົນ, ຜູ້ທີ່ໄດ້ຖືກສົ່ງໄປສະຖານີ ລອດສເບີກ,
ອີງຕາມກະຊວງການຮັກສາຄວາມປອດໄພພາຍໃນ.