ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ບອກຜູ້ສົ່ງບັດຄະແນນສຽງ ທາງໄປສະນີ ໃຫ້ຕິດຕາມ ການລົງຄະແນນສຽງຂອງເຂົາເຈົ້າ


ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຕໍ່ນັກຂ່າວຢູ່ຖານທັບອາກາດ ຫຼັງຈາກການເຂົ້າຮ່ວມການຊຸມນຸມໂຄສະນາຫາສຽງ ໃນເມືອງ ລາໂທຣບ, ລັດ ເພັນຊິລເວເນຍ, 3 ກັນຍາ, 2020. (AP Photo/Evan Vucci)
ປະທານາທິບໍດີ ດໍໂນລ ທຣຳ ໃຫ້ຄຳເຫັນຕໍ່ນັກຂ່າວຢູ່ຖານທັບອາກາດ ຫຼັງຈາກການເຂົ້າຮ່ວມການຊຸມນຸມໂຄສະນາຫາສຽງ ໃນເມືອງ ລາໂທຣບ, ລັດ ເພັນຊິລເວເນຍ, 3 ກັນຍາ, 2020. (AP Photo/Evan Vucci)

ປະທານາທິບໍດີ ດໍໂນລ ທຣຳ ໄດ້ນຳສະເໜີສິ່ງທີ່ມີຄວາມສັບສົນກວ່າເກົ່າ ໃນສິ່ງທີ່ໄດ້ເປັນການເລືອກຕັ້ງປະທານາທິບໍດີ ທີ່ຫຍຸ້ງຍາກທີ່ສຸດ ໃນຍຸກສະໄໝໃໝ່ຂອງ ອາເມຣິກາ ຢູ່ແລ້ວນັ້ນ, ດ້ວຍການສະເໜີ ແລ້ວກໍໄດ້ຍົກເລີກໄປສ່ວນນຶ່ງໃນເວລາຕໍ່ມາ ຈາກສິ່ງທີ່ເປັນແຜນການທີ່ໜ້າສົງໄສ ເຊິ່ງຜູ້ສະໜັບສະໜູນຂອງທ່ານຈະພະຍາຍາມລົງຄະແນນສຽງສອງຄັ້ງ ເພື່ອທົດສອບການປ້ອງ ກັນການລົງຄະແນນສຽງ.

ທ່ານ ທຣຳ ໄດ້ກ່າວໃນການສຳພາດກັບໂທລະພາບ WECT-TV ໃນເມືອງ ວິລມິງຕັນ, ລັດ ຄາໂຣໄລນາເໜືອ ໃນວັນພຸດວານນີ້ວ່າ “ໃຫ້ເຂົາເຈົ້າສົ່ງມັນໄປແລ້ວໃຫ້ເຂົາເຈົ້າໄປລົງຄະແນນສຽງ, ແລະ ຖ້າລະບົບດັ່ງກ່າວນັ້ນດີ ຄືເຂົາເຈົ້າເວົ້າ, ແລ້ວກໍເຫັນໄດ້ຊັດວ່າ ເຂົາເຈົ້າບໍ່ຕ້ອງໄປລົງຄະແນນສຽງ” ດ້ວຍຕົນເອງ.

ໃນວັນພະຫັດວານນີ້ ທີ່ເມືອງ ລາໂທຣບ, ລັດ ເພັນຊິລເວເນຍ, ທ່ານ ທຣຳ ເບິ່ງຄືວ່າໄດ້ປ່ຽນແປງຄຳເວົ້າຂອງທ່ານເພື່ອເວົ້າວ່າ ຜູ້ສະໜັບສະໜູນຂອງທ່ານຄວນລົງຄະແນນສຽງເທື່ອທີສອງ ຖ້າຄະ ແນນສຽງຂອງເຂົາເຈົ້າບໍ່ໄດ້ຖືກນັບ.

ທ່ານ ທຣຳ ໄດ້ກ່າວຕໍ່ຝູງຜູ້ສະໜັບສະໜູນທີ່ຖືກເຊື້ອເຊີນເຂົ້າຮ່ວມການໂຮມຊຸມ ນຸມຢູ່ໂຮງເກັບເຮືອບິນໃນເມືອງ ລາໂທຣບ ວ່າ “ເຊັນບັດລົງຄະແນນສຽງທາງ ໄປສະນີຂອງພວກເຈົ້າ ແລະ ກໍສົ່ງມັນເຂົ້າມາ. ແລະ ຫຼັງຈາກນັ້ນພວກເຈົ້າຕ້ອງໄດ້ຕິດຕາມມັນ. ແລະ ຖ້າໃນວັນເລືອກຕັ້ງ ຫຼື ການລົງຄະແນນສຽງກ່ອນກຳນົດ, ຖ້າມັນບໍ່ໄດ້ຖືກຈັດໃສ່ໃນຕາຕະລາງ ຫຼື ຖືກນັບ, ພວກເຈົ້າຕ້ອງໄປລົງຄະແນນສຽງ.”

ທ່ານປະທານາທິບໍດີໄດ້ກ່າວຕື່ມວ່າ, “ພວກເຈົ້າຕ້ອງຮັບປະກັນວ່າຄະແນນສຽງຂອງພວກເຮົາໄດ້ຖືກນັບ.”

ບັນດາເຈົ້າໜ້າທີ່ການເລືອກຕັ້ງຂອງລັດ ແມ່ນກຳລັງກະກຽມສຳລັບຈຳນວນ ບັດຄະແນນສຽງທີ່ຖືກສົ່ງທາງໄປສະນີທີ່ຫຼາຍເປັນສະທິຕິ ໃນການເລືອກຕັ້ງ ວັນທີ 3 ພະຈິກນີ້ ຍ້ອນໂຣກລະບາດໄວຣັສ ໂຄໂຣນາ. ທ່ານປະທານາທິບໍດີ ໄດ້ກ່າວອ້າງຊໍ້າແລ້ວຊໍ້າອີກ ໂດຍບໍ່ມີຂໍ້ມູນຫຼັກຖານວ່າ ພັກຝ່າຍຄ້ານ ເດໂມແຄຣັດ ຈະ “ເກັບກ່ຽວເອົາ” ບັດຄະແນນສຽງທີ່ຖືກສົ່ງທາງໄປສະນີ ຫຼາຍສິບລ້ານໃບ ເພື່ອພະຍາຍາມທີ່ຈະ “ທຳການສໍ້ໂກງທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງການເມືອງ.”

ເມື່ອວັນພຸດທີ່ຜ່ານມາໃນລັດ ຄາໂຣໄລນາເໜືອ, ທ່ານ ທຣຳ ທຳອິດໄດ້ຮຽກ ຮ້ອງໃຫ້ຜູ້ສະໜັບສະ ໜູນຂອງທ່ານ ລົງຄະແນນສຽງສອງຄັ້ງ ເພື່ອຮັບປະກັນວ່າ ຄະແນນສຽງຂອງເຂົາເຈົ້າໄດ້ຖືກນັບ, ເປັນຄຳເຫັນທີ່ໄດ້ກໍ່ໃຫ້ເກີດຄວາມສັບສົນ ກ່ຽວກັບ ຂໍ້ຄວາມທີ່ຕັ້ງໃຈກ່າວອອກມາຂອງທ່ານ ແລະ ໄດ້ເຮັດໃຫ້ Facebook ຕ້ອງໄດ້ໝາຍໃສ່ການກ່າວອ້າງຂອງທ່ານດັ່ງກັບການແນະນຳໃນ ທາງທີ່ຜິດ ແລະ Twitter ໄດ້ອອກຄຳເຕືອນຕໍ່ຂໍ້ຄວາມຂອງທ່ານສອງອັນໃນວັນພະຫັດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG