ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ເຍົາວະ​ຊົນລາວ​ອະ​ເມຣິກັນສະ​ແດງ​ເບຣກແດ້ນສ໌ ໃນງານມະຫະກໍາທີ່ວໍຊິງຕັນ


ກຸ່ມ​ເຍົາວະ​ຊົນລາວ​ອະ​ເມຣິກັນ ສະ​ແດງ​ Break Dance
ໃນ​ການ​ສຫຼອງງານ​ມະຫະກຳ Folklife Festival
ກຸ່ມ​ເຍົາວະ​ຊົນລາວ​ອະ​ເມຣິກັນ ສະ​ແດງ​ Break Dance ໃນ​ການ​ສຫຼອງງານ​ມະຫະກຳ Folklife Festival

ກຸ່ມ​ເຍົາວະ​ຊົນລາວ​ອະ​ເມຣິກັນ​ທີ່​ປະກອບ​ດ້ວຍ​ສີ່​ສະມາຊິກ
ດ້ວຍ​ກັນ: ອິດສະຣິຍະ​ພອນ ວິຣະ​ໄຊ​ຍະຈັກ ຫຼື ອິສຊີ
Ranny Sitthideth, Krysada ຫລື Binly ​ແລະ
Kennydy Phounsiri ຈາກ ລັດ California ທີ່​ໄດ້​
ມີບົດບາດ​ມາສະ​ແດງ​ Break Dance ຮ່ວມກັບ​ຊາວ
ເອ​ເຊຍ ປາຊິ​ຟິກກຸ່ມ​ອື່ນໆນໍາ ໃນ​ການ​ສຫຼອງງານ​ມະ
ຫະກຳ Folklife Festival–Asian Fusion ຄັ້ງ​ທີ່
44th ທີ່​ທາງພິພິດ​ທະ​ພັນ Smithsonian ​ເປັ​ນ​ເຈົ້າ
ພາບ​ຈັດ​ຂຶ້ນໃນຂົງເຂດ Washington DC​ ລະຫວ່າງ​
ວັນ​ທີ່ 3-5 ​ເດືອນກໍລະ​ກົດ ນີ້

ຊຶ່ງ​ທາງ​ກຸ່ມ​ໄດ້​ໃຫ້​ VOA ​ສໍາພາດກ່ຽວກັບ​ການ​ມາ​ປະກອບ​ສວ່ນ​ໃນຄັ້ງ​ນີ້​ວ່າ:
/ອິດສະຣິຍະ​ພອນ ວິຣະ​ໄຊ​ຍະຈັກ/ ດີ​ໃຈ​ທີ່​ໄດ້​ເປັນ​ຕົວ​ແທນ​ຂ​ອງປະຊາ​ຄົມ​ລາວ​ເຂົ້າ​ມາ
ປະ​ກອບສ່ວນ ມາສະ​ແດງ​ Break Dance ຮວ່ມກັບ​ຊາວ​ເອ​ເຊຍ ປາຊິ​ຟິກກຸ່ມ​ອື່ນໆ​ນໍາ
ໃນ​ການ​ສຫຼອງງານ​ມະຫະກຳ Folklife Festival–Asian Fusion ຄັ້ງ​ທີ່ 44th
ທີ່​ທາງພິພິດ​ທະ​ພັນ Smithsonian ຈັດຂຶ້ນ. ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຮົາ​ໄດ້​ມາ​ໃນ​ນາມ
ປະ​ຊາ​ຄົມລາວ ທີ່​ໄດ້​ມີ​ການສະ​ແດງ​ໃນ​ລະດັບ​ນາໆ​ປະ​ເທດ​ແບບ​ນີ້.

VS: ການ​ສຫຼອງງານ​ມະຫະກຳ Folklife Festival–Asian Fusion ຄັ້ງນີ້ ​ແມ່ນ​ເນັ້ນ
ເຖິງ​ການ​ປະສົມປະສານວັດທະນະທໍາຂອງ​ຊາວ​ອະ​ເມຣິກັນ​ແລະ​ຊາວເອ​ເຊຽ​ ຊຶ່ງ​ເຍົາວະຊົນ
ລາວ​ອະ​ເມຣິກັນກຸ່ມນີ້​ນີ້ ກໍ​ຄື​ຫມາກຜົນ​ຂອງ​ການ​ປະສົມ​ປະສານ​ສອງ​ປະ​ເພນີ ສອງວັດທະ
ນະ​ທໍາ ລາວແລະອະ​ເມຣິກັນນັ້ນເອງ ຊຶ່ງທັງ ກີ​ສດາ ​ຫລືບິນລີ ພູນ​ສິຣິ ​ແລະ ​ແຣນນີ ​ສິດ
ທິເດດ ເວົ້າ​ເຖິງຄວາມ​ເປັນ​ມາ​ຂອງກຸ່ມໃນ​ການຮວມຕົວ​ຂອງ​ພວກ​ເຂົາ​ເຈົ້າ​ວ່າ:

​ເຍົາວະ​ຊົນລາວ​ອະ​ເມຣິກັນສະ​ແດງ​ເບຣກແດ້ນສ໌ ໃນງານມະຫະກໍາທີ່ວໍຊິງຕັນ
​ເຍົາວະ​ຊົນລາວ​ອະ​ເມຣິກັນສະ​ແດງ​ເບຣກແດ້ນສ໌ ໃນງານມະຫະກໍາທີ່ວໍຊິງຕັນ

VS: Break Dance ແມ່ນ
ເປັນຊື່ຂອງການເຕັ້ນໂລດໂຜນ
ຂອງສວ່ນໃຫຍ່ຈະເປັນເດັກນ້ອຍ
ໄວຣຸ້ນ ເຍົາວະຊົນ ຕາມຫົວ
ເມືອງໃຫ່ຽ ເຊັ່ນ New York,
Chicago, Los Angeles,
ແລະ San Diego

ຊື່ດັ້ງເດີມຂອງການເຕັ້ນ Break Dance ແມ່ນ B-Boying ແລະໄດ້ລິເລີ່ມຈາກຄຸ້ມ
ຢູ່ອາໄສທີ່ລັດຖະບານສ້າງໃຫ້ພວກຍາກຈົນຢູ່ ຊຶ່ງພວກຊາວໜຸ່ມມັກປະສົບກັບບັນຫາ
ທາງສັງຄົມມີບັນຫາທາງການເງິນ ຍາກຈົນ ບັນຫາຢາເສບຕິດ ແລະແກ້ງອັນຕະພານ
ຈຶ່ງເຮັດໃຫ້ Break Dance ກາຍມາເປັນທາງອອກທີ່ດີ ຂອງກຸ່ມເຍົາວະຊົນທີ່ມີບັນຫາ
ທາງສັງຄົມ ແລະເປັນທາງອອກທີ່ດີ ທີ່ໄດ້ສ້າງຄວາມໝັ້ນໃຈໃຫ້ພວກເຍົາວະຊົນເຫຼົ່ານີ້
ຊຶ່ງ ກຣີສດາ ຫຼື ບີນລີ ອະທິບາຍວ່າ:

/ກຣີສດາ/ ເມືອງ Bronx ໃນລັດ New York ຊຶ່ງເປັນເມືອງຖິ່ນກໍາເນີດຂອງ
Break Dance ນັ້ນເປັນເຂດ ທີ່ມີ ບັນຫາ ກ່ຽວກັບຄວາມຍາກຈົນ ຄວາມຮຸນ
ແຮງ ແລະແກ້ງອັນຕະພານ ແລະບັນຫາຢາເສບຕິດ Break Dance ໄດ້ມີ
ຜົນກະທົບໃນບາງບວກ ຄືເປັນທາງອອກທີ່ດີສຳຫຼັບໃຫ້ພວກ ຊາວໜຸ່ມໄດ້
ລະບາຍ ຄວາມເຈັບປວດຂົມຂື່ນ ຄວາມຜິດຫວັງ ຜ່ານການເຕັ້ນ Break
Dance ນີ້ ປະຊາຄົມລາວອະເມຣິກັນ ກໍຄືກຸ່ມຊຸມຊົນອື່ນໆ ທີ່ບໍ່ແມ່ນປະຊາຄົມ
ທີ່ໃຫ່ຽໂຕ ແລະຍັງມີຈຳນວນນ້ອຍຢູ່ ແຕ່ກໍມີບັນຫາ ກ່ຽວກັບແກ້ງ

​ເຍົາວະ​ຊົນລາວ​ອະ​ເມຣິກັນສະ​ແດງ​ເບຣກແດ້ນສ໌ ໃນງານມະຫະກໍາທີ່ວໍຊິງຕັນ
​ເຍົາວະ​ຊົນລາວ​ອະ​ເມຣິກັນສະ​ແດງ​ເບຣກແດ້ນສ໌ ໃນງານມະຫະກໍາທີ່ວໍຊິງຕັນ

ອັນຕະພານ ຄວາມລຳບາກ
ຢາເສບຕິດ ທີ່ຍັງຕ້ອງປະເຊີນຢູ່
ເພາະສະນັ້ນພວກເຮົາຈຶງມາເລືອກ
Break Dance ນີ້ ເພາະມັນເປັນ
ທາງອອກທີ່ດີເປັນການສ້າງຄວາມ
ໝັ້ນໃຈໃນຕົວເອງແລະເຮັດໃຫ້
ຕົວເອງພູມໃຈ ໃນສິ່ງທີ່ຕົວເອງ
ເຮັດໄດ້ ຊຶ່ງເປັນການແຂ່ງຂັນ
ແລະເປັນການຢູ່ນຳກັນ ຢ່າງສັນຕິ

ປັດສະຈາກ ການຮາວີ ຕົບຕີ ແລະ
ປັດສະຈາກຄວາມຮຸ່ນແຮງ ສຳຫຼັບ
ພວກເຮົາແລ້ວ ການໄດ້ປະກອບ
ສ່ວນໃນສິນລະປະ ອັນນີ້ແມ່ນສຳຄັນຍິ່ງໃນສັງຄົມ ແລະຮີດຄອງປະເພນີຂອງ
ເຮົາໂຮມທັງຊີວິດສ່ວນຕົວນຳ ຖືວ່າມັນເປັນສິ່ງທີ່ດີ ເຮັດໃຫ້ຜູ້ຄົນໝັ້ນໃຈແລະ
ມັນກໍໃຫ້ບົດຮຽນທີ່ດີຫຼາຍຢ່າງໃນຊີວິດມາໃຫ້ເຮົາຜ່ານການທ່ອງທ່ຽວ ແລະປະ
ສົບການຕ່າງໆໃນຊີວິດ


ແລະນັ້ນກໍແມ່ນຄວາມສຳເລັດ ອັນນຶ່ງຂອງກຸ່ມ ເຍົາວະຊົນທີ່ມີສ່ວນປະກອບ
ໃນການສະຫຼອງ “Asian Fusion” ຂອງພິພິດຕະພັນ Smithsonian ຄັ້ງທີ 44
ໃນນະຄອນ Washington DC ໃນຊ່ວງສະຫຼອງວັນເອກກະລາດຂອງອະເມຣິກາ

XS
SM
MD
LG