ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຮ້ອງ Leon Redbone ທີ່​ໂດ່ງ​ດັງ ຂອງ​ອາ​ເມ​ຣິ​ກາ ເສຍ​ຊີ​ວິດ​ແລ້ວ


Leon Redbone ນັກ​ຮ້ອງ​ທີ່​ຫລິ້ນ​ກິດ​ຕາ​ໄປ​ພ້ອມ ຖ່າຍ​ຮູບ​ຢູ່​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນປາ​ຣີ, ວັນ​ທີ 15 ກັນ​ຍາ 2005. ຜູ້​ກ່ຽວ​ເສຍ​ຊີ​ວິດ​ໃນ​ວັນ​ທີ 30 ພຶດ​ສະ​ພາ, 2019, ອີງ​ຕາມ​ການ​ປະ​ກ​າດ​ຂອງ​ພີ່​ນ້ອງ​ລາວ ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ​ລາວ
Leon Redbone ນັກ​ຮ້ອງ​ທີ່​ຫລິ້ນ​ກິດ​ຕາ​ໄປ​ພ້ອມ ຖ່າຍ​ຮູບ​ຢູ່​ຮ້ານ​ອາ​ຫານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນປາ​ຣີ, ວັນ​ທີ 15 ກັນ​ຍາ 2005. ຜູ້​ກ່ຽວ​ເສຍ​ຊີ​ວິດ​ໃນ​ວັນ​ທີ 30 ພຶດ​ສະ​ພາ, 2019, ອີງ​ຕາມ​ການ​ປະ​ກ​າດ​ຂອງ​ພີ່​ນ້ອງ​ລາວ ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ​ລາວ

ນັກ​ຮ້ອງເລ​ອອນ ເຣດ​ໂບນ (Leon Redbone), ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນກາ​ນ ຮ້ອງ​ເພງ​ລູກ​ທົ່ງ, ​ສຽງເພງທີ່​ທຸ້ມ, ແລະ​ຫລິ້ນ​ດົນ​ຕີ​ສະ​ໄໝ​ເກົ່າ​ຂອງ​ອາ​ເມ​ຣິ​ກັນ ໄດ້​ເຖິງ​ແກ່​ກຳ​ແລ້ວ​ໃນ​ວັນ​ພະ​ຫັດ​ວານນີ້ ຍ້ອນບັນ​ຫາ​ທາງ​ສຸ​ຂະ​ພາບທີ່​ຊຸດ​ໂຊມມາ​ໄດ້ຫລາຍ​ປີ​.

ບໍ່​ມີ​ລາຍ​ລະ​ອຽດ​ອັນ​ໃດ​ກ່ຽວ​ກັບ​ການເສຍ​ຊີ​ວິດຂອງ​ຜູ້​ກ່ຽວ ແລະ​ແມ່ນ​ແຕ່​ອາ​ຍຸແທ້ ຂອງ​ລາວກໍ​ຍັງ​ບໍ່​ມີ​ໃຜ​ຮູ້. ເຣດ​ໂບນ (Redbone) ແມ່ນ​ມີ​ຄວາມເຊື່ອງ​ຊ້ອນ ແລະ​ລັບ​ລີ້​ກ່ຽວ​ກັບ​ເຊື້ອ​ສາຍ​ທີ່​ມາ ແລະ​ປະ​ຫວັດ​ພື້ນ​ເພ​ຂອງຕົນ ​ມາໂດຍ​ຕະ​ຫລອດ.

ຄົນ​ເຊື່ອ​ກັນ​ວ່າລາວ​ມີ​ອາ​ຍຸ​ໄດ້ 69 ປີ ແຕ່​ວ່າ ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ​ລາວ​ເວົ້າ​ວ່າ ລາວ​ມີ​ອາ​ຍຸ​ໄດ້ 127 ປີໃນ​ຕອນ​ທີ່​ລາວ "ໄດ້​ຈາກ​ໂລກ​ຂອງ​ພວກ​ເຮົາ​ໄປ​ກັບ​ກີ້​ຕາ​ຂອງ​ລາວ, ກັບ Rover ເພື່ອນ​ແທ້​ທີ່​ສຸດ​ຂອງ​ລາວ, ແລະທ່າ​ໃສ່​ໝວກແບບ​ງ່າຍໆ​ ຂອງ​ລາວ."

ເຣດ​ໂບນ (Redbone) ເປັນ​ທີ່​ຄົນ​ຮູ້​ກັນ​ດີ​ວ່າ ສະ​ແດງ​ໂດຍນຸ່ງ​ຊຸດ​ສີ​ຂາວ, ໃສ່ໝວກ​ໃບ​ໃຫຍ່ໆ ແລະ​ແຫວ່ນ​ຕາ​ດຳ​ມືດໆ, ໃນ​ຂະ​ນະ​ທີ່ດີດ​ກີ້​ຕາ. ໂດຍ​ໃຊ້​ສຽງ​ທີ່​ໃຫຍ່ ແລະ​ລົວໆ​ຂອງ​ຕົນລາວ​ໄດ້​ຮ້ອງ​ເພັງທຳ​ນອງ​ເດີມ ທີ່​ອາດ​ຈະ​ຖືກ ​ຫ​ລົງ​ລືມ​ໄປ​ຕັ້ງ​ນານ​ແລ້ວ ຖ້າຫາກລາວບໍ່​ໄດ້​ເອົາ​ມັນ​ກັບ​ຄືນ​ມາ​ຮ້ອງ​ໃຫ້​ມີ​ຊີ​ວິດ ຊີ​ວາ​ຄືນ​ອີກ.

ໄປ​ຄຽງ​ຄູ່​ກັນ​ກັບ​ການ​ສະ​ແດງ​ຄອນ​ເສີດ ແລະ​ສະ​ແດງໃນ​ລາຍ​ການ​ໂທ​ລະ​ພາບຫລາຍໆ​ອັນ​ແລ້ວ, ສຽງ​ທີ່​ມີ​ເອ​ກະ​ລັກ​ຂອງເຣດ​ໂບນ (Redbone) ຍັງ​ສາ​ມາດ​ໄດ້​ຍິນ​ຢູ່​ໃນ​ການ​ໂຄ​ສະ​ນາທາງ​ການ​ຄ້າ ແລະ​ເພັງ​ທີ່​ໃຊ້​ເປີດ​ລາຍ​ການ​ຂອງ​ການ​ສະ​ແດງ​ຕະ​ຫລົກ​ຕ່າງໆອີກ.

ລາວ​ໄດ້​ເຊົາ​ສະ​ແດງ​ໃນ​ປີ 2015 ຍ້ອນ​ສຸ​ຂະ​ພາບ​ຂອງ​ລາວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG