ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ຕາເວັນຕົກ ຮຽກຮ້ອງ ໃຫ້ອີຣັກ ສາມັກຄີກັນ (ສະໄລດ໌/ວີດີໂອ)


ພວກນັກຕໍ່ສູຸ້ ISIL ຂີ່ລົດໄປຕາມຖະໜົນຫຼວງ ໃນເມືອງ Mosul ໃນພາກເໜືອຂອງອີຣັກ ວັນທີ 23 ມິຖຸນາ 2014.
ພວກນັກຕໍ່ສູຸ້ ISIL ຂີ່ລົດໄປຕາມຖະໜົນຫຼວງ ໃນເມືອງ Mosul ໃນພາກເໜືອຂອງອີຣັກ ວັນທີ 23 ມິຖຸນາ 2014.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັ​ດ
ກຳລັງ​ສືບ​ຕໍ່​ ຄວາມ​ເພ່ງ​ເລັງໃສ່​ວິ​ກິດ​ການ​ໃນ​ອີຣັກ ​ໃນ​ຂະນະ​
ທີ່​ທ່ານ​ພົບ​ປະໃນ​ວັນ​ພະຫັດ​ມື້​ນີ້ ທີ່​ນະຄອນຫຼວງ​ປາຣີ ກັບ​ບັນ
ດາ​ຄູ່​ຕຳ​ແໜ່​ງຈາກຈໍ​ແດນ ຊາ​ອຸ​ດີ​ອາຣາ​ເບຍ ​ແລະ​ສະຫະລັດ​
ອາຣັບ Emirates.

ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ
ຈະ​ຮວມທັງ ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພ​ໃນ​ອີຣັກ ​ແລະ
​ສົງຄາມ​ກາງເມືອງ ​ໃນປະ​ເທດຊີ​ເຣຍ ທີ່ເປັນເພື່ອນບ້ານນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ທຳ​ການ​ຮຽກຮ້ອງ​ ​ໃຫ້​ອີຣັກ
ຈັດ​ຕັ້ງລັດຖະບານ​ທີ່​ຮວມ​ເອົາ​ພວກ​ນິກາຍ​ຊຸນ​ນີ ​ແລະ​ຊາວ Kurd ທີ່ເປັນຊົນກຸ່ມນ້ອຍເຂົ້າ
ຮ່ວມນຳ ​ໃນ​ຂະນະ​ທີ່​ປະ​ເທດ ດັ່ງກ່າວ​ກຳລັງ​ປະ​ເຊີນ​ກັບ​ສະຖາ ນະ​ການ​ທີ່​ພວມເພີ້​ມຄວາມ
​ຮ້າຍ​ແຮງ​ຂຶ້ນ ໂດຍພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ນິກາຍ​ຊຸນ​ນີນັ້ນ.

​ແຕ່ທ່ານ Kerry ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ສະຫະລັດ​ບໍ່​ໄດ້​ເຂົ້າແຊກແຊງ​ ກັບ​ການ​ດຳ​ເນີນ​ຂັ້ນ​ຕອນ​ດ້ານ​ການ​ເມືອງ​ຂອງ ແບັກ​ແດດ.

ທ່ານ Kerry ກ່າວ​ວ່າ “ມັນ​ຂຶ້ນ​ຢູ່​ກັບ​ປະຊາຊົນ​ອີຣັກ ທີ່​ຈະ​ທຳ​ການ​ຕັດສິນ​ໃຈ​ເຫຼົ່າ​ນັ້ນ
ພວກ​ເຮົາ​ໄດ້​ແຈ້ງ​ໃຫ້​ຊາບ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ພວກ​ເຮົາ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຄະນະ​
ລັດຖະບານທີ່​ທ້ອນ​ໂຮມ​ຊາວ​ອີຣັກ​ເຂົ້າກັນ​.”

CN-Militants Gain in Iraq, US Military Advisors Arrive
please wait

No media source currently available

0:00 0:02:56 0:00

ບັນດາ​ຜູ້ນຳ​ອີຣັກ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ທັນກັບເສັ້ນຕາຍ ​ໃນ​ວັນ​ທີ 1 ກໍລະກົດ ໃນການ​ ປະກອບ​ຄະນະລັດຖະບານ​ຂຶ້ນ ຫຼັງ​ການ​ເລືອກ​ຕັ້ງ​ສະມາຊິກສະພາ​ແລ້ວ.

ນາຍົກລັດຖະມົນຕີ Nouri al-Maliki ​ແຫ່ງ​ອີຣັກ ​ໄດ້​ປະຕິ​ເສດ​ຕໍ່​ການ​ຈັດ​ຕັ້ງ​ຄະນະລັດຖະ ບານ​ສຸກ​ເສີນ​ຂຶ້ນ ​ໂດຍ​ກ່າວ​ວ່າ ການ​ກະທຳ​ເຊັ່ນ​ນັ້ນ​ ຈະ​ຂັດ​ຕໍ່​ລັດຖະທຳ​ມະນູນ​ ຂອງ​ປະ​ເທດ ​ແລະ​ຕໍ່​ຜົນ​ຂອງ​ການ​ເລືອກ​ຕັ້ງ​ລັດຖະສະພາ​ຂອງ​ອີຣັກ​ໃນ​ວັນ​ທີ 30 ​ເມສາ​ ຜ່ານ​ມາ​ນັ້ນ.

Kerry Discusses Security Challenges with Middle Eastern Officials
please wait

No media source currently available

0:00 0:03:12 0:00

XS
SM
MD
LG