ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວໃຫ້ຄວາມສໍາຄັນ ຕໍ່ການປະກອບສ່ວນຂອງ ນັກທຸລະກິດເຊື້ອສາຍຈີນ ເຂົ້າໃນ ການພັດທະນາ ຢູ່ລາວ


ການສະເຫລືມສະຫລອງບຸນປີໃໝ່ຈີນ ຢູ່ວຽງຈັນ ທີ່ມີເອກອັກຄະລັດຖະທູດຈີນເຂົ້າຮ່ວມນໍາ, ຈັດຂຶ້ນໃນອາທິດສຸດທ້າຍ ຂອງເດືອນມັງກອນ 2012 ນີ້.
ການສະເຫລືມສະຫລອງບຸນປີໃໝ່ຈີນ ຢູ່ວຽງຈັນ ທີ່ມີເອກອັກຄະລັດຖະທູດຈີນເຂົ້າຮ່ວມນໍາ, ຈັດຂຶ້ນໃນອາທິດສຸດທ້າຍ ຂອງເດືອນມັງກອນ 2012 ນີ້.

ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງລາວ ຊົມເຊີຍນັກທຸລະກິດເຊື້ອສາຍ ຈີນທີ່ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະສັງຄົມໃນລາວ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ.

ບັນດາຊາວຈີນ ແລະຄົນລາວເຊື້ອສາຍຈີນ ໄດ້ພາກັນສະເຫຼີມສະຫຼອງເທດສະການ
ປີໃໝ່ ຫຼືກຸດຈີນຢ່າງຄຶກຄື້ນ ໃນຊ່ວງອາທິດທີ່ຜ່ານມານີ້ ໂດຍສະເພາະແມ່ນເຂດທີ່
ມີຊາວຈີນ ແລະຄົນລາວເຊື້ອສາຍຈີນ ໄດ້ອາໄສຢູ່ຢ່າງໜາແໜ້ນເຊັ່ນ ນະຄອນຫຼວງ
ວຽງຈັນ, ແຂວງສະຫວັນນະເຂດ, ແຂວງ ອຸດົມໄຊ, ແຂວງບໍ່ແກ້ວ ແລະແຂວງຫຼວງ
ນໍ້າທານັ້ນ ຖືເປັນເຂດທີ່ທີການສະເຫຼີມສະຫຼອງບຸນປີໃໝ່ຈີນ ດ້ວຍການຈັດໃຫ້ມີ ກິດຈະກໍາຕ່າງໆຢ່າງຄືກຄຶ້ນເປັນພິເສດກວ່າເຂດແຂວງອື່ນໆ.

ຊຶ່ງດ້ວຍບັນຍາກາດການສະເຫຼີມສະຫຼອງດັ່ງກ່າວນີ້ ກໍຍັງນັບເປັນການສະແດງ
ອອກໃຫ້ເຫັນເຖິງປະຊາກອນຄົນລາວເຊື້ອສາຍຈີນ ທີ່ອາໄສຢູ່ໃນປະເທດລາວທີ່
ເພີ່ມຈໍານວນຫຼາຍຂຶ້ນນັບມື້ ແລະແນ່ນອນວ່າ ການເພີ່ມຈໍານວນປະຊາກອນຈີນ
ໃນລາວ ດັ່ງກ່າວນີ້ກໍຍ່ອມໝາຍເຖິງການສະແດງບົດບາດໃນດ້ານຕ່າງໆ ທີ່ຫຼາຍ
ຂຶ້ນຂອງ ຊາວຈີນຢູ່ໃນລາວອີກດ້ວຍເຊັ່ນກັນ ໂດຍສະເພາະແມ່ນບົດບາດທີ່ສໍາຄັນ ຢ່າງຍິ່ງຂອງຊາວຈີນຢູ່ໃນລາວໃນປັດຈຸບັນນີ້:

ດັ່ງທີ່ທ່ານ ທ​ອງລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະ
ຊວງ​ການ​ຕ່າງປະ​ເທດ​ລາວ ໄດ້ໃຫ້ການຢືນຢັນຕໍ່ກອງປະຊຸມຮ່ວມຂອງສະມາຄົມ
ຊາວຈີນຈາກກໍາປູເຈຍ, ຫວຽດນາມ ແລະລາວຢູ່ທີ່ນະຄອນຫຼວງວຽງຈັນເມື່ອບໍ່
ນານມານີ້ວ່າ:

ໃນ ສປປ ລາວ ພີ່ນ້ອງຄົນຈີນຕ່າງດ້າວ ໄດ້ມີການປະກອບສ່ວນອັນສໍາຄັນ ເຂົ້າໃນການປົກປັກຮັກສາປະເທດຊາດລາວ ຄືກັນກັບບ້ານເກີດເມືອງນອນ
ຂອງຕົນ ແລະທັງໃຫ້ການສະໜັບສະໜູນລັດຖະບານລາວ
ໃນການພັດທະ
ນາເສດຖະກິດ,
ການສຶກສາ, ການລົງທຶນ, ການສ້າງໂຮງຈັກ, ໂຮງງານ,
ການຄ້າຂາຍ ແລະ ອື່ນໆ
ອີກໃນທົ່ວປະເທດ.

ພິທີເປັີດຫ້ອງວາງສະແດງຮູບພາບ ຄວາມສໍາພັນທາງການທູດ ລະຫວ່າງລາວ ແລະຈີນ ທີ່ດໍາເນີນມາເປັນເວລາ 50 ປີ, ເມື່ອທ້າຍເດືອນເມສາ 2011. ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ
ພິທີເປັີດຫ້ອງວາງສະແດງຮູບພາບ ຄວາມສໍາພັນທາງການທູດ ລະຫວ່າງລາວ ແລະຈີນ ທີ່ດໍາເນີນມາເປັນເວລາ 50 ປີ, ເມື່ອທ້າຍເດືອນເມສາ 2011. ຜ່ານມານີ້ ຢູ່ນະຄອນຫຼວງວຽງຈັນ

ນອກຈາກນີ້ ທ່ານ ທ​ອງລຸນ
ສີ​ສຸ​ລິດ ກໍຍັງ​ໄດ້ຖະແຫລງ​ໃນ
ໂອກ​າດການສະ​ເຫຼີມສະຫຼອງ
ການ​ສະຖາປະນາ​ຄວາມ​ສໍາພັນ
​ທາງ​ການ​ທູດ​ລະ​ຫວ່າງລາວ
​ແລະຈີນ ຄົບຮອບ 50 ປີ ທີ່​ໄດ້
​ຈັດ​ຂຶ້ນເມື່ອປີກາຍນີ້​ວ່າ ການ
​ຮ່ວມ​ມື​ລະຫວ່າງລາວ​ກັບ​ຈີນ ​
ໄດ້​ມີ​ການພັ​ດທະນາ​ຂຶ້ນ​ໃນ
​ທຸກໆດ້ານ ໂດຍ​ສະ​ເພາະ​ແມ່ນ
​ນັບ​ຈາກ​ປີ 2000 ທີ່​ຜູ້​ນໍາ​ຂອງ
​ທັງສອງ​ປະ​ເທດ​ໄດ້​ເລີ່​ມການ​
ເດີນທາງຢ້ຽມຢາມ​ກັນ​ຢ່າງເປັນ
​ທາງ​ການ​ເປັນ​ຕົ້ນ​ມາ​ນັ້ນ ກໍ່ເປັນ​ການ​ເຮັດໃຫ້​ມີ​ການ​ຕົກລົງ​ໃນຖະ​ແຫຼງການ​ຮ່ວມວ່າ​ດ້ວຍ
​ການ​ເປັນ​ຮຸ້ນສ່ວນ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ຮ່ວມ​ກັນ​ ຢ່າງຮອບດ້ານ​ເມື່ອ​ປີ 2009 ເຊິ່ງ
​ເຮັດ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ສຸດ​ນັບແຕ່ນັ້ນມາ. ​

ປັດຈຸ​ບັນ​ນີ້ ​ຈີນ​ນັບ​ເປັນ​ປະ​ເທດນຶ່ງທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ແກ່​ລາວ​ເພີ່ມຫຼາຍຂຶ້ນ​ນັບ​ມື້ ​ເຊິ່ງ
ຖ້າ​ນັບ​ຈາກ​ປີ 1990 ຈົນ​ເຖິງ​ທ້າ​ຍປີ 2011 ທີ່ຜ່ານມານັ້ນ ​ກໍ່ປະກົດ​ວ່າ​ລັດຖະບານ​ຈີ​ນ​ໄດ້​
ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ງົບ​ປະມານ​ແກ່​ລັດຖະບານ​ລາວ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ
3,000 ລ້ານໂດລາແລ້ວ ແລະ ຫລ້າສຸດ ກໍມີລາຍງານວ່າ ທາງການຈີນໂດຍທ່ານນາງ ປູ້
ຈຽນກົວ ເອກອັກຄະລັກຖະທູດຈີນ ປະຈໍານະຄອນຫຼວງວຽງຈັນ ກໍໄດ້ລົງນາມໃນສັນຍາ
ໃຫ້ການຊ່ວຍເຫຼືອແກ່ທາງການລາວໃນ 3 ໂຄງການດ້ວຍກັນ ກໍຄືສັນຍາວ່າດ້ວຍການສະ
ໜອງເງິນ ທີ່ບໍ່ມີດອກເບ້ຍສໍາລັບເຊື້ອເຮືອບິນ MA-60 ຈາກຈີນ ຈໍານວນ 2 ລໍາ, ສັນຍາວ່າ
ດ້ວຍການສະໜອງເງິນກູ້ພິເສດ ໃຫ້ກັບກະຊວງປ້ອງກັນຄວາມສະຫງົບ ແລະ ສັນຍາວ່າ
ດ້ວຍການສະໜອງເງິນກູ້ພິເສດ ສໍາລັບຫັນຂະແໜງການເງິນຂອງລາວ ໄປສູ່ທັນຄວາມ
ສະໄໝ.

ສ່ວນໃນດ້ານການຄ້າລະຫວ່າງລາວກັບຈີນ ກໍມີມູນຄ່າລວມ ເກີນ 1,000 ລ້ານໂດລາ
ນັບຈາກປີ 2010 ເປັນຕົ້ນມາ ຊຶ່ງກໍເປັນຜົນມາຈາກການທີ່ກຸ່ມທຸລະກິດຈາກຈີນ ໄດ້ພາ ກັນຫຼັ່ງໄຫຼເຂົ້າໄປລົງທຶນໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ. ໂດຍສະເພາະໃນຊ່ວງປີ 2000-
2011 ນັ້ນ ກໍ່ປາກົດວ່າກຸ່ມທຸລະກິດຈີນ ໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າລວມ
ເກືອບເຖິງ 4,000 ລ້ານໂດລາ ແລ້ວ ຊຶ່ງກໍເຮັດໃຫ້ຈີນ ກາຍເປັນຜູ້ລົງທຶນໃນລາວຫຼາຍ
ທີ່ສຸດ ໃນປັດຈຸບັນນີ້.

XS
SM
MD
LG