ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ຟລິນ ​ຮັບ​ສາລະພາບ​ຜິດ ໃນຖານຕົວະ ເຈົ້າໜ້າທີ່ ສັນຕິບານກາງ ສະຫະລັດ


ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ໄປເຖິງສານລັດຖະບານກາງ ທີ່ນະຄອນຫລວງວໍຊິງຕັນ.
ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ໄປເຖິງສານລັດຖະບານກາງ ທີ່ນະຄອນຫລວງວໍຊິງຕັນ.

ອະດີດ ​ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ຂອງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ
​ໂນ​ລ ທຣໍາ ຄື​ທ່ານ​ໄມ​ເກີລ ຟລິນ ​ໄດ້​ຮັບ​ສາລະພາບ​ຜິດ​ໃນ​ວັນ​ສຸກ​ວານນີ້ ທີ່ໄດ້ຕົວະ​ເຈົ້າ​
ໜ້າ​ທີ່ ອົງການ​ສັນຕິ​ບາ​ນກາງ​ສະຫະລັດ ແລະ​ໄດ້​ຕົກລົງທີ່​ຈະ​ໃຫ້ການຮ່ວມມື ​ກັບ​ເຈົ້າ
ໜ້າທີ່​ສືບສວນ ທີ່ກວດສອບເບິ່ງ​ການ​ກ່າວ​ຫາ ​ກ່ຽວກັບ ການແຊກແຊງ​ຂອງຣັດ​ເຊຍ​ເຂົ້າໃນການເລືອກຕັ້ງສະຫະລັດໃນ​ປີ 2016 ​ແລະ​ການ​ສົມຮູ້ຮ່ວມຄິດ ລະຫວ່າງ​ມົສກູ​
ແລະ​ຄະນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ.

ພາບເຫດການຢູ່ຕໍ່ໜ້າສານສະຫະລັດ ບ່ອນທີ່ອະດີດ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ຂອງລັດຖະບານທ່ານທຣໍາ ຮັບສາລະພາບກະທໍາຄວມຜິດ ຕົວະສັນຕິບານກາງສະຫະລັດ.
ພາບເຫດການຢູ່ຕໍ່ໜ້າສານສະຫະລັດ ບ່ອນທີ່ອະດີດ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ ຂອງລັດຖະບານທ່ານທຣໍາ ຮັບສາລະພາບກະທໍາຄວມຜິດ ຕົວະສັນຕິບານກາງສະຫະລັດ.

ໃນການໄປປາກົດ​ໂຕ ​ຕໍ່ໜ້າຜູ້ພິພາກສາລັດຖະບານ​ກາງ ຢູ່​ໃນ​ສານ ​ທີ່​ເຕັມໄປດ້ວຍ
ຜູ້ຄົນທີ່ໄປຮ່ວມຮັບຟັງນັ້ນ ທ່ານ​ຟລິນ ນາຍ​ພົນ​ເບ້ຍບໍານານ​ ອາຍຸ 59 ປີ ​ໄດ້​ຍອມຮັບ​
ຜິດນຶ່ງກະ​ທົງ ໃນການໃຫ້ການເທັດຕໍ່ອົງການ​ສັນຕິ​ບານ​ກາງ ກ່ຽວ​ກັບ​ການ​ການ​ສົນທະ
ນາ​ສ່ວນ​ໂຕຫຼາຍຄັ້ງ​ ທີ່​ທ່ານ​ໄດ້​ໂອ້ລົມ ໃນ​ເດືອນ​ທັນວາ​ປີ 2016 ກັບທ່ານ​ເຊີ​ເກ ກິ​ສລີ​
ຢັກ ຊຶ່ງໃນເວລານັ້ນເປັນເອັກ​ອັກຄະ​ລັດຖະທູດຣັດ​ເຊຍ ປະຈຳ​ນະຄອນຫລວງ​ວໍຊິງຕັນ.

Flynn Arrives At District Courthouse
please wait

No media source currently available

0:00 0:00:14 0:00

ຂໍ້ກ່າວ​ຫາ​ນີ້ ແມ່ນມີ​ໂທດ​ຕິດຄຸກເຖິງ​ຫ້າປີ​ ​ແຕ່​ວ່າ​ຢູ່​ພາຍ​ໃຕ້ກົດລະບຽບການຕັດສິນລົງ
ໂທດ​ຂອງ​ສະຫະລັດ ສະເລ່ຍແລ້ວ ໂທ​ດ​ດັ່ງກ່າວນີ້ ແມ່ນຕິດຄຸກ ຈາກ​ສູນ ຫາ​ຫົກ​ເດືອນ.

Former Trump Advisor Michael Flynn Pleads Guilty to Lying to FBI
please wait

No media source currently available

0:00 0:02:42 0:00

ກົດລະບຽບດັ່ງກ່າວ ແມ່ນການ​ໃຫ້​ຄຳແນະນຳ ​ແຕ່​ບັນດາ​ໄອ​ຍະ​ການ​ແມ່ນເຫັນ​ພ້ອມ​ທີ່​
ຈະ​ຊອກ​ຫາ​ທາງ​ຫລຸດຜ່ອນ​ໂທດຖ້າ​ຫາກ​ທ່ານ​ຟລິນ​ໃຫ້ ‘ການ​ຊ່ວຍ​ເຫຼືອທີ່​ສຳຄັນ​ກັບ
ການ​ສືບສວນ ທີ່​ກຳລັງ​ນຳພາໂດ​ຍ​ໄອຍະ​ການ​ພິ​ເສດ ທ່ານ ​ໂຣ​ເບີດ ມັນ​ເລີ. ຍັງ​ບໍ່​ທັນ​ມີ
ການ​ປະກາດກ່ຽວກັບ​ວັນ​ຕັດສິນໂທດເທື່ອ.

ພາບບັນທຶກ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຕ້ອນຮັບອະດີດທີ່ປຶກສາ ຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ.
ພາບບັນທຶກ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຕ້ອນຮັບອະດີດທີ່ປຶກສາ ຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ.

ໃນ​ຖານະທີ່ເປັນສ່ວນນຶ່ງຂອງການ​ຮັບ​ສາລະພາບຜິດ​ຂອງ​ທ່ານນັ້ນ ທ່ານ​ຟລິນ​ຕົກລົງ
​ທີ່ຈະ “​ໃຫ້ການ​ຮ່ວມ​ມື​ຢ່າງ​ເຕັມທີ່” ກັບ​ຄະນະສື​ບສວນຂອງທ່າ​ນມັນ​ເລີ ໃນການຕອບ​
ຄຳ​ຖາມ​ຕ່າງໆ ການສະໜອງ​ລາຍ​ລ​ະອຽດເປັນລາຍລັກອັກສອນ ການກວດກາ​ກ່ຽວ
ກັບການຕົວະ ​ແລະ “​ເຂົ້າຮ່ວມກິດຈະການ​ປະຕິບັດ​ງານ​ລັບ​ກັບເຈົ້າໜ້າທີ່ີ່ປະຕິບັດ​ກົດ
ໝາຍ.” ​ເພື່ອເປັນ​ການ​ຕອບ​ແທນ ຫ້ອງການ​ທ່ານ​ມັນ​ເລີ ​ໄດ້ຕົກລົງ​ວ່າ ​ທ່ານ​ຟລິນ “ຈະ
​ບໍ່​ຖືກ​ດຳເນີນຄະດີຕື່ມ​ອີກໃນດ້ານອາຍາ.”

ຮອງລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ ເຊີເກ ຣີຢັບກອຟ ຊ້າຍ ແລະເອກອັກຄະລັດຖະທູດ ຣັດເຊຍ ເດິນທາງມາເຖິງກະຊວງຕ່າງປະເທດສະຫະລັດ.
ຮອງລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ ເຊີເກ ຣີຢັບກອຟ ຊ້າຍ ແລະເອກອັກຄະລັດຖະທູດ ຣັດເຊຍ ເດິນທາງມາເຖິງກະຊວງຕ່າງປະເທດສະຫະລັດ.

ທ່ານ​ຟລິນ ​ເປັນ​ສະມາຊິກ​ຄົນ​ທີ​ສີ່ ໃນຄະນະ​ໂຄສະນາ​ຫາ​ສຽງ ​ປີ 2016 ຂອງ ທ່ານ​ທຣໍາ
ທີ່​ໄດ້​ຖືກ​ກ່າວ​ຫາ​ ໂດຍ​ຄະນະສືບສວນ ຂອງ​ທ່ານ​ມັນ​ເລີ ​ແລະ​ເປັນ​ອະດີດ ເຈົ້າໜ້າທີ່​ທຳ
ນຽບຂາວ​ຄົນ​ທຳ​ອິດ​ທີ່​ຮັບ​ສາລະ​ພາບ​ຜິດ​ໃນ​ການ​ພົວພັນ​ກັບ​ການ​ສືບ​ສວນກ່ຽວກັບເລື່ອງ
ຣັດ​ເຊຍ.

ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານຈາເຣັດ ກູສເໜີ ເຂົ້າຮ່ວມກອງປະຊຸມສອງຝ່າຍ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ ສີ ຈິນຜິງ ທີ່ຫ້ອງປະຊຸມປະຊາຊົນຈີນ.
ທີ່ປຶກສາຂັ້ນສູງທຳນຽບຂາວ ທ່ານຈາເຣັດ ກູສເໜີ ເຂົ້າຮ່ວມກອງປະຊຸມສອງຝ່າຍ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ ສີ ຈິນຜິງ ທີ່ຫ້ອງປະຊຸມປະຊາຊົນຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG