ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທີ່​ປຶກສາ​ ດ້ານຄວາມ​ປອດ​ໄພ ​ແຫ່ງ​ຊາດ​​ ສຫລ ທ່ານ Flynn ລາອອກຈາກຕຳແໜ່ງ


Trump National Security
please wait

No media source currently available

0:00 0:01:08 0:00

ທີ່​ປຶກສາ​ດ້ານຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ Michael Flynn
​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼັງ​ຈາກ​ທີ່​ໄດ້​ມີ​ລາຍ​ງານ ທີ່​ທ່ານ​ໄດ້​ກ່າວ​ເທັດ​ ຕໍ່ລັດຖະບານ ກ່ຽວ​ກັບ​ສາຍ​ພົວພັນ​ກັບຣັດ​ເຊຍ.

​ໃນ​ຈົດໝາຍ​ລາ​ອອກ​ຂອງ​ທ່ານ Flynn ​ໄດ້​ລະບຸ​ວ່າ ທ່ານ​ໄດ້ປະ​ມາດ ຕໍ່​ການ​ລາຍ​ງານ
​ຕໍ່​ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ດ້ວຍ​ຂໍ້​ມູນ ທີ່​ບໍ່​ຄົບ​ຖ້ວນ ກ່ຽວ​ກັບ​
ການ​ໂອ້​ລົມ​ສົນທະນາ​ຂອງ​ທ່ານ​ກັບ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ປະຈຳສະຫະລັດ.

ລາຍ​ງານ​ທັງຫຼາຍທີ່​ລົງ​ພິມ​ໃນ​ໜັງສືພິມ Washington Post ​ແລະ New York Times ​
ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໄດ້ລະບຸ​ວ່າ ທ່ານ Flynn ​ໄດ້​ໂອ້​ລົມ​ສົນທະນາ ກັບເອກ​ອັກຄະ​ລັດ
ຖະທູດ ກ່ຽວ​ກັບ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ ໂດຍລັດຖະບານ ທ່ານ​ໂອ​ບາມາ, ​ເຖິງ​ແມ່ນ​ວ່າ ລັດຖະບານທ່ານ Trump ​ໄດ້​ປະຕິ​ເສດ ກໍ​ຕາມ​ ກ່ຽວ​ກັບ​ການ​ຕົກລົງ​ດັ່ງກ່າວ​ນີ້.

ບັນດາ​ສະມາຊິກ​ພັກ Democrats ຫຼາຍ​ທ່ານ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​
ທ່ານ Flynn ໃນ​ຂະນະ​ທີ່​ທ່ານ​ອື່ນໆ ຮຽກຮ້ອງ​ໃຫ້​ທ່ານ Trump ​ໄລ່​ທ່ານ Flynn ​ອອກ
​ຈາກ​ຕຳ​ແໜ່​ງ ​ແລະ​ໃຫ້​ເຈົ້າ​ໜ້າ​ທີ່​ສືບ​ລັບ ກວດ​ສອບ​ເລື້ອງການ​ຜ່ານ​ການກວດ​ສອບ
​ດ້ານ​ຄວາມ​ປອດ​ໄພຂອງ​ຜູ້ກ່ຽວ ຄືນ​ໃໝ່.

ມີ 9 ທ່ານ ທີ່​ບໍ່​ປະສົງ​ອອກ​ນາມ ຊຶ່ງມີ​ທັງ​ເຈົ້າ​ໜ້າສະຫະລັດ ທີ່​ດຳລົງ​ຕຳ​ແໜ່​ງ​ໃນ​ປະຈຸ​ບັນ
​ແລະ​ອະດີດ​ໄດ້​ບອກ​ກັບ​ໜັງສືພິມ Washington Post ວ່າ ທ່ານ Flynn ​ ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ທ່ານ Sergey Kislyak ໄດ້​ໂອ້​ລົມ​ສົນທະນາຢ່າງ​ເລິກ​ເຊິ​ງ ກ່ຽວ​ກັບ
​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ ໂດຍລັດຖະບານ ທ່ານ​ໂອ​ບາມາ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເຈາະ​ຂໍ້​ມູນ
ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ນັ້ນ.

ການ​ຮຽກຮ້ອງ​ທີ່​ວ່າ​ນີ້ ມີ​ຂຶ້ນ​ໃນ​ຂະນະດຽວ​ກັນ​ກັບ​ລັດຖະບານທ່ານໂອ​ບາມາ ​ໄດ້​ວາງ
​ແຜນທີ່​ຈະ​ລົງໂທດ ຊຶ່ງມັນ​ໄດ້​ສ້າງ​ຄວາມ​ສົງ​ໄສ ​ໂດຍເຈົ້າ​ໜ້າ​ທີ່​ສືບ​ລັບ ​ແລະ​ໄດ້​ລິ​ເລີ່​ມ
ການສືບສວນ​ຂຶ້ນ.

​ໜັງສືພິມ Washington ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ລາຍ​ງານ​ວ່າ ກະຊວງ​ຍຸຕິ​ທຳ ​ໄດ້​ເຕືອນ ລັດຖະບານທ່ານ Trump ໃນ​ເດືອນ​ແລ້ວ​ນີ້ ທີ່​ວ່າ ທ່ານ Flynn ອາດ​ເປັນ​ຕຳ​ແໜ່​ງທີ່
​ປະ​ນິປະນອມ ຕາມ​ຜົນ​ສະຫຼຸບ​ຂອງ​ທີ່​ກົງກັນຂ້າມ​ລະຫວ່າງ ຄຳ​ອະທິບາຍໃນ​ສາທາ
ລະນະຂອງ​ການ​ຮ້ອງ​ຮຽນ​ທີ່​ວ່າ​ນີ້ ​ແລະ​ສິ່ງ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຊາບ ອິງ​ຕາມ​ການ
​ສັງ​ເກດ​ການ ກວດກາ​ເບິ່ງ​ເປັນ​ປະຈຳ​ຂອງ​ການ​ສົນທະນາ ກັບ​ເຈົ້າ​ໜ້າ​ທີ່​ຕ່າງປະ​ເທດ
ທີ່​ປະຈຳການໃນສະຫະລັດ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ແຕ່ງ​ຕັ້ງ ທ່ານ Keith Kellogg ​
ໃຫ້​ເປັນ​ທີ່​ປຶກສາ​ດ້ານ​ຄວາມປອດ​ໄພ​ແຫ່ງ​ຊາດ ​ເປັນ​ການ​ຊົ່ວຄາວ.ທ່ານ Kellogg ​
ໄດ້​ອອກ​ບຳນານ​ແລ້ວ ຈາກ​ກອງທັບ​ທະຫານ​ບົກ ​ໃນ​ປີ 2003 ຫຼັງ​ຈາກ​ທີ່​ໄດ້​ຮັບ​ໃຊ້ຊາດ​
ໃນ​ສົງຄາມ​ຫວຽດນາມ ​ແລະ ​ໃນ​ຕຳ​ແໜ່​ງຫຼ້າ​ສຸດ ​ເປັນ​ຜູ້ອຳນວຍການຂອງຜູ້​ບັງຄັບ
​ບັນຊາຄວບ​ຄຸມ ​ແລະ​ສື່ສານ ​ແລະ​ສັ່ງ​ການ​ທາງ​ດ້ານ​ຄອມ​ພິວ​ເຕີ ພາຍ​ໃຕ້ ເສນາ​ທິ
ການ​ຮ່ວມ ​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG