ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດທີ່ບິນໄດ້ ອາດເປັນຄວາມຈິງ ໃນອີກສອງປີ (ວີດີໂອ)


ເຣືອບິນທີ່ແລ່ນໃນຖະໜົນໄດ້ ຫລື "roadable aircraft" ຂອງບໍລິສັດ Terrafugia ດັ່ງທີ່ ເຫັນຢູ່ໃນພາບນີ້
ເຣືອບິນທີ່ແລ່ນໃນຖະໜົນໄດ້ ຫລື "roadable aircraft" ຂອງບໍລິສັດ Terrafugia ດັ່ງທີ່ ເຫັນຢູ່ໃນພາບນີ້
ບໍລິສັດ​ Terrafugia ກ່າວ​ວ່າ ຍັງ​ອີກ​ພຽງສອງ​ປີ ຕົນ​ກໍຈະ​ສະ​ເໜີ
ຂາຍ ລົດທີ່ບິນ​ໄດ້ ​ແລ້ວ.

ບໍລິ​ສັດນີ້​ມີ​ແຜນຈະ​ຜະລິດ​ເຮືອບິນ “ທີ່ແລ່ນ​ຢູ່​ຖະໜົນ​ໄດ້” ສອງ​
ລຸ້ນ ຄື​ລຸ້ນນຶ່ງຈະ​ໃສ່​ຊື່ວ່າລົດ Transition ​ຊຶ່ງ​ມີ​ປີກ​ທີ່​ພັບໄດ້ ​ແລະ
​ຕ້ອງຂັບ​ລົດ​ໄປ​ເດີ່ນ​ເຮືອບິນ ​ເພື່ອ​ບິນ​ຂື້ນ ​ແລະອີກ​ລຸ້ນນຶ່ງ​ ຊື່
TF-X ຈະ​ເປັນ​ລົດຊະນິດ ທີ່ສາມາດບິນ​ຂື້ນ ແລະ​ລົງ​ຈອດຊື່ໆ​ໄດ້
​ແບບ​ເຮືອບິນ​ເຮ​ລິ​ຄອບ​ເຕີ້.

ທ່ານ Carl Dietrich ຜູ້ບໍລິຫານບໍ​ລິ​ສັດ Terrafugia ​ກ່າວວ່າ
“ຜົນ​ປະໂຫຍ​ດ​ບົ່ມ​ຊ້ອນ​ສໍາລັບ​ມະນຸດຊາດ ຂອງ​ການ​ໃຊ້ລົດ​ທີ່
ບິນນັ້ນ ​ແມ່ນ​ມະຫາສານ ຊຶ່ງ​ທາງມູນ​ນິທິ CAFÉ ທີ່​ບໍ່​ຫາກໍາ​ໄລ
ໄດ້ຄາດ​ຄະ​ເນ​ໄວ້ວ່າ ຜົນ​ກະທົບ​ຂອງ​ການນໍາ​ໃຊ້​ຢູ່ທົ່ວໂລກ ຍານ​
ພາຫາ​ນະ​ສ່ວນ​ໂຕ ທີ່​ບິນ​ໄດ້​ນັ້ນ ​ແມ່ນ​ຈະ​ມີ​ມູນ​ຄ່າ​ປະມານ 800
ພັນລ້ານ ຫລື 800 ຕື້ໂດ​ລາຕໍ່​ປີ. ​ສ່ວນອົງການ​ NASA ​ໄດ້​ຄາດ
​ຄະ​ເນ​ໄວ້ຫລາຍ​ກ່ວາ​ນັ້ນ 200 ຕື້ ຄື​ຄາດ​ວ່າ ຈະ​ຕົກ​ເປັນ 1 ພັນ​ຕື້
ໂດ​ລາ​ຕໍ່​ປີ. ຂ້າພະ​ເຈົ້າ​ເຊື່ອວ່າ ​ມັນເປັນ​ໄປ​ໄດ້​ທີ່​ຄໍານວນ​ຜົນ​ປະ
ໂຫຍ​ດ​ແກ່ມະນຸດຊາດ.”

ລົດບິນ​ໄດ້​ລຸ້ນ Transition ທີ່ໄດ້​ມີພັດທະນາການ​ໄປຫລາຍກວ່າ​ລຸ້ນ TF-X ທີ່​ຍັງ​ເປັນ
ແນ​ວຄິດຢູ່ນັ້ນ​ ຄາດ​ວ່າ​ຈະ​ມີລາ​ຄາ​ເກືອບ 300,000 ​ໂດ​ລາ ​ແຕ່​ບໍລິສັດ​ກ່າວ​ວ່າ ​ໄດ້​ມີ​ຜູ້​
ສັ່ງ​ຊື້ໄວ້ກ່ອນແລ້ວ 100 ຄັນ​ໃນ​ຕົ້ນ​ປີ​ນີ້. ​ລົດ​ລຸ້ນນີ້​ ໃຊ້​ເຄື່ອງ​ຈັກດຽວ​ກັນ​ສໍາລັບຂັບແລະ​ບິນ ​ແລະ​ຍັງ​ສາມາດ​ໃຊ້​ນໍ້າມັນ​ແອ​ສຊັງ ​ເກຣດນຶ່ງ​ໄດ້ ​ແທນນໍ້າມັນ​ເຮືອບິນ​ທີ່​ມີີ​ລາຄາ​
ແພງນັ້ນ. ບໍລິສັດ​ກ່າວ​ວ່າ ເຮືອບິນ​ລົດຈະສາມາດ​ບິນ​ໄປ​ໄດ້ປະມານ 800 ກິ​ໂລ​ແມັດ
ຖ້າ​ມີນໍ້າມັນ​ເຕັມ​ຖັງ.

ບັນດາ​ເຈົ້າ​ຂອງ ຈະ​ຕ້ອງ​ມີ​ໃບຂັບ​ຂີ່​ລົດ ​ພ້ອມ​ດ້ວຍ​ໃບຂັບ​ເຮືອບິນ​ນ້ອຍ​ ຈຶ່ງ​ຈະ​ຂັບລົດ Transition ນີ້​ໄດ້.

ບໍລິສັດ Terrafugia ກ່າວ​ວ່າ ລົດ Transition ​ຕ້ອງ​ໄດ້​ຜ່ານ ພື້ນ​ຖານຂັ້ນ​ຕົ້ນດ້ານ​ຄວາມ​ປອດ​ໄພ ​ຂອງ ຫ້ອງການ​ຄຸ້ມ​ຄອງຂອງ​ການ​ຈະລາຈອນ​ບົນ​ຖະໜົນຫລວງ​ແຫ່ງ​ຊາດ ຂອງ​ສະຫະລັດ ​ອັນ​ເປັນ​ພາກ​ສ່ວນ​ດໍາ​ເນີນ​ຢັ້ງ​ຢືນ​ການຄວບ​ຄຸມ​ຍານ​ພາຫາ​ນະ ນັ້ນ​ກ່ອນ.

ການ​ທົດ​ລອງ​ຂັບ​ຫວ່າໆມໍ່ໆມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ລົດ Transition ມີ​ຄວາມ​ສາມາດ​ທີ່ຈະຢຸດ ​ຈາກ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ໄດ້ ​ໃນ​ລະຍະ​ພຽງ 34 ​ແມັດ ອິງ​ຕາມ​ບໍລິ​ລັດ Terrafugia.

ວີດີໂອສະແດງລົດ Transition ໃນຮູບລັກສະນະລົດ ແລະເຮືອບິນ:

XS
SM
MD
LG