ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນີວຢ໊ອກ ​ປະກາດ ​ພາວະ​ສຸກ​ເສີນ ໄຂ້​ຫວັດ​ໃຫຍ່ ຕາມຫລັງບອສຕັນ (ວີດິໂອ)


ເດັກນ້ອຍອາຍຸສີ່ປີ ກໍາລັງໄດ້ຮັບການສັກຢາ ວັກຊີນປ້ອງກັນໄຂ້ຫວັດ
ເດັກນ້ອຍອາຍຸສີ່ປີ ກໍາລັງໄດ້ຮັບການສັກຢາ ວັກຊີນປ້ອງກັນໄຂ້ຫວັດ
ລັດ​ນີວຢ໊ອກ ​ໄດ້​ປະກາດ​ສະພາວະ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ​ເມື່ອ​ວັນ ​ເສົາ​ວານ​ນີ້ ​ໃນ​ການ​ຜັກ​ດັນ​ບັ້ນ​ລ່າ​ສຸດ ຕໍ່ຕ້ານ​ການ​ແຜ່​ລະບາດຂອງໄຂ້​ຫວັດ​ໃຫຍ່ຢູ່​ໃນ​ທົ່ວ​ສະຫະລັດ ​ແລະ​ລາມ​ໄປ​ຍັງຫຼາຍພາກສ່ວນ​ຂອງ​ປະ​ເທດຄາ​ນາ​ດາ​ນັ້ນ​ນໍາ.

ຄໍາ​ສັ່ງ​ຂອງທາງ​ການ ​ເອື້ອ​ອໍານວຍ​ໃຫ້​ບັນດາ​ເພ​ຊັດສະ​ກອນ ສັກ​ຢາວັກ​ ຊີ​ນຕ້ານ​ໄຂ້ຫວັດ​ແກ່​ພວກ​ຄົນ​ອາຍຸ​ຕໍ່າ​ກວ່າ 18 ປີ​ໄດ້ ​ຊຶ່ງ​ເປັນ​ການ​ແຜ້ວ​ທາງ​ໃຫ້ສາມາດສີດ​ຢາ​ວັກ​ຊີ​ນ​ແກ່​ເດັກ​ທີ່​ມີ​ອາຍຸ​ຕໍ່າ​ເຖິງຫົກ​ເດືອນ​ໄດ້. ​ເຈົ້າຄອງ​ກໍາ​ແພງນະຄອນ Boston ລັດ Massachusetts ກໍ​ໄດ້​ອອກ​ຄໍາ​ປະກາດ​ທໍານອງ ດຽວ​ກັນ​ໃນ​ຕົ້ນ​ອາທິດ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ຜູ້​ຄົນ​ພາກັນ​ໄປ​ສີດ​ຢາ​ວັກ​ຊີ​ນ ປ້ອງ​ກັນ​ເຊື້ອ​ໄວຣັສດັ່ງກ່າວ.

ການ​ເຄຶ່ອນ​ໄຫວ​ດັ່ງກ່າວນີ້ ມີ​ຂຶ້ນ​ໃນ​ຂະນະ​ເຈົ້າໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ສະຫະລັດ​ ພະຍາຍາມ​ຕໍ່ສູ້​ກັບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໄຂ້ຫວັດ​ນີ້​ຢູ່​ໃນ 47 ຂອງ 50 ລັດ ທີ່​ໄດ້​ເອົາ​ຊີວິດ​ເດັກນ້ອຍ​ໄປ​ແລ້ວ​ຢ່າງ​ໜ້ອຍ 20 ຄົນ​. ​ເວລາ​ນີ້​ຍັງ​ບໍ່​ມີ​ຕົວ​ເລກ​ທີ່​ແນ່ນອນ​ຂອງ​ການ​ເສຍ​ຊີວິດ​ຂອງ​ຜູ້​ໃຫຍ່ ​ແຕ່ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ສະຫະລັດ ປະ​ເມີນ​ວ່າ ​ໄຂ້​ຫວັດ​ດັ່ງກ່າວ​ນີ້ ​ ​ເອົາ​ຊີວິດ​ຊາວ​ອະ​ເມຣິກັນ​ໄປຫຼາຍກວ່າ 2 ໝື່ນຄົນ​ໃນ​ແຕ່​ລ່ະລະດູການ.

ສື່​ມວນ​ຊົນ​ຄາ​ນາ​ດາ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ ທີ່​ກ່າວວ່າ ກໍລະນີ​ຄົນ​ປ່ວຍ​ເປັນໄຂ້​ຫວັດໃຫຍ່ ​ເກືອ​ບ 4,000 ຄົນທີ່​ຮູ້​ກັນ​ວ່າ ​ມີຢູ່ໃນເຈັດ​ແຂວງ ​ເມື່ອ​ອາທິດ​ຜ່ານ​ມາ​ນີ້ ​ແມ່ນ​ເກີດ​ຂຶ້ນຢູ່​ໃນ​ສະຖານ​ປິ່ນປົວໄລຍະຍາວ.

ສ່ວນທາງ​ການ​ພາກ​ພື້ນ​ຢູ​ໂຣບນັ້ນ ກໍລາຍ​ງານວ່າ​ ມີ​ຜູ້​ເສຍ​ຊີວິດຫລາຍ​ຄົນ​ຍ້ອນໄຂ້​ຫວັດ​
ທີ່​ມາຈາກ​ເຊື້ອໄວຣັສ ອີກ​ພັນນຶ່ງ​ຢູ່​ໃນ​ປະ​ເທດ Norway, Poland ​ແລະ​ສາທາ​ລະນະ​ລັດ Czech.

ເບິ່ງວີດິໂອກ່ຽວກັບ ນະຄອນບອສຕັນປະກາດ ພາວະສຸກເສີນໄຂ້ຫວັດໃຫຍ່:

Boston Reels Under Flu Outbreak
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG