ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບ ຂອງທ້າວຟລອຍດ໌ ເປີດໃຫ້ພວກໄວ້ທຸກ ເຂົ້າຢ້ຽມ ຢູ່ນະຄອນຮູສຕັນ


ພວກປະທ້ວງພາກັນຖືປ້າຍຢູ່ໃກ້ກັບທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ 2020 ຂອງການຕາຍທ້າວຈອຣຈ໌ ຟລອຍ ເມື່ອ ວັນທີ 5 ມິຖຸນາ.
ພວກປະທ້ວງພາກັນຖືປ້າຍຢູ່ໃກ້ກັບທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ 2020 ຂອງການຕາຍທ້າວຈອຣຈ໌ ຟລອຍ ເມື່ອ ວັນທີ 5 ມິຖຸນາ.

ບັນດາຜູ້ໄວ້ທຸກ ມີກຳນົດທີ່ຈະເຕົ້າໂຮມກັນ ໃນນະຄອນ ຮູສຕັນ ລັດ ເທັກຊັສ ເພື່ອເບິ່ງໂລງສົບຂອງທ້າວ ຈອຣຈ໌ ຟລອຍ, ຜູ້ຊາຍ ອາເມຣິກັນ ເຊື້ອສາຍອາຟຣິກາ ຜູ້ທີ່ໄດ້ເສຍຊີວິດໃນການຄວບຄຸມຕົວຂອງຕຳຫຼວດ ທີ່ໄດ້ກໍ່ໃຫ້ເກີດການ ປະທ້ວງຄັ້ງໃໝ່ຕໍ່ຄວາມໂຫດຮ້າຍຂອງຕຳຫຼວດໃນຕົວເມືອງຕ່າງໆຂອງປະເທດ ແລະ ໃນຫຼາຍພາກສ່ວນອື່ນໆຂອງໂລກ.

ພິທີສົ່ງສະການ ແລະ ຝັງສົບຂອງທ້າວ ຟລອຍ ຈະມີຂຶ້ນໃນວັນອັງຄານມື້ອື່ນ.

ຜູ້ຊ່ວຍອະດີດຮອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດດັ່ງກ່າວ ມີ ແຜນຈະເດີນທາງໄປນະຄອນ ຮູສຕັນ ເພື່ອພົບກັບຄອບຄົວຂອງທ້າວ ຟລອຍ ແລະ ຈະໃຫ້ຄຳເຫັນຜ່ານທາງວິດີໂອຢູ່ພິທີສົ່ງສະການ.

ປະທານາທິບໍດີ ດໍໂນລ ທຣຳ ໃນວັນອາທິດວານນີ້ ໄດ້ສັ່ງໃຫ້ກຳລັງແຮັກສາ ດິນແດນເລີ່ມ
ຖອນອອກຈາກນະຄອນຫຼວງຂອງປະເທດ ຫຼັງຈາກເຂົາເຈົ້າໄດ້ ຖືກສົ່ງໄປເພື່ອຊ່ວຍເຫຼືອ
ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ. ການຖອນຕົວ ທີ່ຄ້າຍຄື ກັນແມ່ນຈະເກີດຂຶ້ນໃນລັດ
ອື່ນໆທີ່ມີການປະທ້ວງ ໃນບໍ່ເທົ່າໃດວັນ ທີ່ຜ່ານມາ ພ້ອມກັບການປະທ້ວງກັນສອງສາມຄັ້ງລະຫວ່າງຜູ້ປະທ້ວງ ແລະ ບັນດາເຈົ້າໜ້າທີ່.

ທ່ານ ທຣຳ ໄດ້ກ່າວຢ່າງເປັນປະຈຳ ກ່ຽວກັບ ການສະໜັບສະໜູນຂອງທ່ານ ສຳລັບສິ່ງທີ່
ທ່ານເອີ້ນວ່າ “ກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍ” ແລະ ໃນ ຂໍ້ຄວາມທີ່ຂຽນຢູ່
ທວິດເຕີ ໃນວັອາທິດວານນີ້ ທ່ານໄດ້ກ່າວວິຈານຜູ້ທີ່ຢາກ ເຫັນກົມຕຳຫຼວດຂອງເຂົາເຈົ້າ
ຖືກຕັດງົບປະມານ ຫຼື ຖືກລົບລ້າງທັງໝົດເລີຍ.

ທ່ານ ທຣຳ ໄດ້ກ່າວວ່າ “ຂ້ອຍຢາກໄດ້ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ດີຫຼາຍ ແລະໄດ້
ຮັບຄ່າຈ້າງດີໆ. ຂ້ອຍຢາກໄດ້ກົດໝາຍ ແລະ ຄວາມເປັນລະບຽບ ຮຽບຮ້ອຍ.”

ສະມາຊິກສະພາສູງທ່ານ ມິດ ຣອມນີ, ເຊິ່ງເປັນສະມາຊິກພັກຣີພັບບລີກັນຂອງທ່ານທຣຳ
ນັ້ນ, ໄດ້ເຂົ້າຮ່ວມກັບບັນດາຜູ້ປະທ້ວງໃນລະຫວ່າງການປະທ້ວງທີ່ ນະຄອນຫຼວງ ວໍຊິງຕັນ
ເມື່ອວັນອາທິດວານນີ້, ທ່ານເປັນຕົວຢ່າງຜູ້ທຳອິດຂອງ ສະມາຊິກສະພາພັກຣີພັບບລິກັນ
ທີ່ໄດ້ເຂົ້າຮ່ວມໃນການປະທ້ວງ ໃນລະຫວ່າງ ສອງອາທິດທີ່ຜ່ານມາ.

ທ່ານ ຣອມນີ ໄດ້ເອົາຮູບຫຼາຍໃບລົງໃນທວິດເຕີ ພ້ອມກັບຂໍ້ຄວາມທີ່ຂຽນວ່າ “Black Lives Matter” ຫຼື ແປວ່າ ຊີວິດຄົນດຳກໍສຳຄັນ. ຮູບໃບນຶ່ງແມ່ນ ການຖ່າຍເອົາເອງ ກັບບັນດາຜູ້ປະທ້ວງ ທີ່ຖືກປ້າຍທີ່ລວມມີ “RACISM KILLS” ແລະ “BE JUST, LOVE
MERCY, WALK HUMBLY.”

ອ່ານຂ່າວນີ້ເພີ້ມເປັນກາສາອັງກິດ

XS
SM
MD
LG