ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ໃຫ້ການວ່າ ທ້າວ ໂຊວິນ ໄດ້ຮັບການຝຶກອົບຮົມ ວິທີເຮັດໃຫ້ສະພາບວິກິດການ ຫລຸດຄວາມຮ້າຍແຮງລົງ


ພາບແຕ້ມຂອງທ່ານເຄີ ຢາງ, ເຈົ້າໜ້າທີ່ຕຳຫຼວດນະຄອນມິນເນອາໂປລິສ, ຕອບຄໍາຖາມໃນນາມເປັນຜູ້ຮັບຜິດຊອບໃນການທໍາການຝຶກອົບຮົມໃຫ້ເຈົ້າໜ້າທີ່ເພື່ອຮັບມືກັບວິກິດການຢູ່ໃນການໄຕ່ສວນຄະດີຂອງ ທ້າວ Derek Chauvin, ໃນລັດມິນເນໂຊຕາ, ວັນທີ 6 ເມສາ, 2021
ພາບແຕ້ມຂອງທ່ານເຄີ ຢາງ, ເຈົ້າໜ້າທີ່ຕຳຫຼວດນະຄອນມິນເນອາໂປລິສ, ຕອບຄໍາຖາມໃນນາມເປັນຜູ້ຮັບຜິດຊອບໃນການທໍາການຝຶກອົບຮົມໃຫ້ເຈົ້າໜ້າທີ່ເພື່ອຮັບມືກັບວິກິດການຢູ່ໃນການໄຕ່ສວນຄະດີຂອງ ທ້າວ Derek Chauvin, ໃນລັດມິນເນໂຊຕາ, ວັນທີ 6 ເມສາ, 2021

ການໃຫ້ການໃນການໄຕ່ສວນຄະດີຂອງສະຫະລັດສໍາລັບທ້າວ ເດເຣັກ ໂຊວິນ, ເຈົ້າໜ້າທີ່ຕຳຫຼວດທີ່ຖືກກ່າວຫາໃນການເສຍຊີວິດຂອງທ້າວ ຈອຣ໌ຈ ຟລອຍດ໌ ໄດ້ສືບຕໍ່ດໍາເນີນໄປໃນວັນພຸດມື້ນີ້ ໂດຍທີ່ເຈົ້າໜ້າທີ່ຕຳຫຼວດຈາກນະຄອນລອສ ແອນເຈີແລສ (Los Angeles) ໄດ້ຖືກຮຽກຕົວມາ ໃຫ້ຕອບຄຳຖາມກ່ຽວກັບການໃຊ້ກຳລັງ. ທ່ານໂຈດີ ສຕິກເກີ (Jody Stiger) ກ່າວຕໍ່ສານໃນນະຄອນມິນເນອາໂປລິສ, ລັດມິເນໂຊຕາໃນວັນອັງຄານວານນີ້ວ່າ ຫລັງຈາກໄດ້ທົບເບິ່ງທວນວິດີໂອ ກ່ຽວກັບການຈັບກຸມທ້າວຟລອຍດ໌ ໃນປີກາຍນີ້ແລ້ວ, ທ່ານເຊື່ອວ່າ ມີການໃຊ້ "ກຳລັງແຮງເກີນຂອບເຂດ."

ທ່ານ ສຕິກເກີ (Stiger) ກ່າວວ່າເຈົ້າໜ້າທີ່ມີເຫດຜົນພຽງພໍໃນການໃຊ້ກຳລັງໃນເບື້ອງຕົ້ນຍ້ອນວ່າທ້າວ ຟລອຍດ໌ ຂັດຂືນຕໍ່ຄວາມພະຍາຍາມຂອງເຂົາເຈົ້າທີ່ທີ່ຈະເອົາລາວເຂົ້າໄປໃນລົດຕຳຫຼວດ, ແຕ່ວ່າເມື່ອທ້າວ ຟລອຍດ໌ ຢູ່ເທິງພື້ນດິນ ແລະຢຸດເຊົາການຂັດຂືນແລ້ວ, ເຈົ້າໜ້າທີ່ຄວນ “ຫຼຸດຜ່ອນ ຫຼືຢຸດການໃຊ້ກຳລັງຂອງພວກເຂົາເຈົ້າເຊັ່ນກັນ.”

ຢູ່ໃນການໃຫ້ຄໍາໃຫ້ການອັນອື່ນອີກໃນວັນອັງຄານວານນີ້, ເຈົ້າໜ້າທີ່ຕຳຫຼວດນະຄອນມິນເນອາໂປລິສ, ທ່ານເຄີ ຢາງ (Yang) ກ່າວວ່າທ້າວ ໂຊວິນ ໄດ້ຜ່ານການຝຶກອົບຮົມເປັນເວລາ 40 ຊົ່ວໂມງ ກ່ຽວກັບການເຂົ້າແຊກແຊງເພື່ອສະກັດກັ້ນວິກິດການ.

ທ່ານ ຢາງ (Yang), ຜູ້ຮັບຜິດຊອບໃນການທໍາການຝຶກອົບຮົມໃຫ້ເຈົ້າໜ້າທີ່ເພື່ອຮັບມືກັບວິກິດການ, ກ່າວວ່າ ທ້າວ ໂຊວິນ ໄດ້ຮັບການຝຶກອົບຮົມດ້ານເຕັກນິກເພື່ອເຮັດໃຫ້ສະຖານະການດັ່ງກ່າວຫລຸດລົງແລ້ວ.

ທ່ານຢາງ (Yang) ແມ່ນຜູ້ຫຼ້າສຸດໃນຈໍານວນເຈົ້າໜ້າທີ່ຕຳຫຼວດຫຼາຍໆຄົນຂອງນະຄອນມິນເນອາໂປລິສ ທີ່ໃຫ້ໄປໃຫ້ຄໍາໃຫ້ການໃນຂະນະທີ່ໄອຍະການແນ່ໃສ່ພິສູດວ່າທ້າວ ໂຊວິນ ບໍ່ໄດ້ປະຕິບັດຕາມການຝຶກອົບຮົມເມື່ອລາວໄດ້ເອົາຫົວເຂົ່າເໜັກລົງໃສ່ດ້ານຫຼັງຄໍຂອງທ້າວ ຟລອຍດ໌ ເປັນເວລາຫຼາຍກວ່າ 9 ນາທີ.

ທ່ານ ຢາງ (Yang) ກ່າວວ່າ ການຝຶກອົບຮົມທີ່ທ້າວ ໂຊວິນ ແລະເຈົ້າໜ້າ ທີ່ອື່ນໆທີ່ໄດ້ຮັບນັ້ນ ແມ່ນຊ່ວຍໃຫ້ພວກເຂົາເຈົ້າຕັດສິນໃຈທີ່ກ່ຽວກັບຄົນທີ່ຢູ່ໃນສະພາບວິກິດໄດ້, ລວມທັງຜູ້ທີ່ປະສົບກັບບັນຫາສຸຂະພາບຈິດ ແລະຜົນກະທົບຂອງການຕິດຢາເສບຕິດອີກດ້ວຍ.

ທ່ານ ຢາງ (Yang) ກ່າວວ່າ “ ເມື່ອພວກເຮົາສົນທະນາກ່ຽວກັບສະຖານະການທີ່ມີປ່ຽນແປງຢ່າງໄວວາ ... ມີຫຼາຍຄັ້ງທີ່ພວກເຮົາກໍມີເວລາທີ່ຈະເຮັດໃຫ້ສະພາບຊັກຊ້າລົງ ແລະປະເມີນຜົນ ແລະຕີລາຄາຄືນ ແລະກໍເຮັດຕາມແບບ ຢ່າງອັນນີ້.

ໄອຍະການ ສຕີບ ສລາຍເຊີ (Steve Schleicher) ກ່າວວ່າທ້າວ ໂຊວິນ ໄດ້ເຂົ້າຮ່ວມຫລັກສູດກ່ຽວກັບວິທີການແກ້ໄຂວິກິດການໃນປີ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG