ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ຕັດສິນວ່າ ການຕາຍ ຂອງທ້າວຟລອຍດ໌ ເປັນການຄາດຕະກໍາ


ທ້າວ Terrence Floyd (ກາງ) ຢູ່ກາງເດີ່ນໃກ້ທາງແຍກຂອງຖະໜົນເລກທີ 38 ຕັດກັບ Chicago, ໃນເມືອງ Minneapolis, ລັດເມເນໂຊຕາ, ບ່ອນທີ່ອ້າຍຂອງລາວທ້າວ George Floyd ພົບກັນກັບຕໍາຫລວດ ແລະເສຍຊີວິດໄປໃນຂະນະທີ່ຖືກຈັບໄວ້ (ພາບຖ່າຍໃນວັນທີ 1 ມິຖຸນາ, 2020 ໂດຍອົງການຂ່າວ AP Photo/Bebeto Matthews)
ທ້າວ Terrence Floyd (ກາງ) ຢູ່ກາງເດີ່ນໃກ້ທາງແຍກຂອງຖະໜົນເລກທີ 38 ຕັດກັບ Chicago, ໃນເມືອງ Minneapolis, ລັດເມເນໂຊຕາ, ບ່ອນທີ່ອ້າຍຂອງລາວທ້າວ George Floyd ພົບກັນກັບຕໍາຫລວດ ແລະເສຍຊີວິດໄປໃນຂະນະທີ່ຖືກຈັບໄວ້ (ພາບຖ່າຍໃນວັນທີ 1 ມິຖຸນາ, 2020 ໂດຍອົງການຂ່າວ AP Photo/Bebeto Matthews)

ພວກເຈົ້າໜ້າທີ່ໃນລັດມິນເນໂຊຕາ ໄດ້ຕັດສິນ ກ່ຽວກັບການຕາຍຂອງທ້າວ ຈອຣຈ໌ ຟລອຍດ໌ວ່າ ເປັນການຄາດຕະກໍາ ໂດຍເວົ້າວ່າ ເລືອດຂອງລາວຢຸດ ໄຫລວຽນ ຍ້ອນຖືກບີບຢູ່ຄໍຂອງລາວ ໃນຂະນະທີ່ຖືກໜີບໄວ້ໂດຍຕໍາຫລວດ ເມືອງມິນເນອາໂປລິສ.

ທ້າວຟລອຍດ໌ ຊາຍອາເມຣິກັນເຊື້ອສາຍອາຟຣິກາ ອາຍຸ 46 ປີ ໄດ້ເສຍຊີວິດໄປໃນອາທິດແລ້ວນີ້ ໃນຂະນະທີ່ຖືກໃສ່ກັບມືຢູ່ ພາຍຫລັງທີ່ເຈົ້າໜ້າທີ່ຄົນຜິວ ຂາວ, ທ້າວ ເດີເຣັກ ຊາວວິນ (Derek Chauvin) ເອົາຫົວເຂົ່າໜີບໃສ່ຄໍຂອງລາວຕັ້ງຫລາຍນາທີ. ການເສຍຊີວິດຂອງລາວ ທີ່ຖືກບັນທຶກວີດິໂອໄວ້ນັ້ນ ໄດ້ເຮັດໃຫ້ເກີດການເດີນຂະບວນ ແບບວຸ້ນວາຍໄປໝົດຢູ່ ໃນຫລາຍສິບຕົວ
ເມືອງຂອງອາເມຣິກາ ຊຶ່ງມີບາງເມືອງ ເຫດການກໍໄດ້ກັບກາຍເປັນ ການກໍ່ຄວາມຮຸນແຮງ.

ລາຍງານຈາກຜູ້ກວດກາທາງການແພດໃນຄາວຕີ ເຮັນເນພິນໃນວັນຈັນວານນີ້ ເວົ້າວ່າ ທ້າວຟລອຍເສຍຊີວິດຍ້ອນ “ຫັນໃຈບໍ່ອອກຂະນະເຈົ້າໜ້າທີ່ປະຕິບັດ ກົດໝາຍກໍາລັງບີບ, ຮັດ ແລະເຕັງຄໍໄວ້.” ບົດລາຍງານນັ້ນ ຍັງເວົ້າອີກວ່າ ທ້າວ ຟລອຍດ໌ ເປັນພະຍາດຫົວໃຈ, ການໃຊ້ຢາເສບຕິດເຟນຕານີລ (fentanyl) ແລະ ຫາກໍ່ໃຊ້ຢາບ້າ ຫລື ເມຕາເຟຕາມິນມາໃໝ່ໆ ແຕ່ວ່າ ກໍບໍ່ໄດ້ຂຽນລົງວ່າ ປະເດັນ ເຫລົ່ານັ້ນ ຄືສາເຫດຂອງການເສຍຊີວິດແຕ່ຢ່າງໃດ.

ບົດລາຍງານດັ່ງກ່າວ ໄດ້ລົບລ້າງການກວດພົບໃນຕອນທໍາອິດຂອງຄາວຕີ ທີ່ເຫັນວ່າ ການເສຍຊີວິດຂອງທ້າວຟລອຍດ໌ ແມ່ນເນື່ອງມາຈາກຖືກໜີບໄວ້ ຂອງຕໍາຫລວດບວກໃສ່ກັບບັນຫາທາງສຸຂະພາບ ແລະອາດມີຢາມືນເມົາຢູ່ໃນລະບົບຮ່າງກາຍຂອງລາວ.

ລາຍງານນີ້ອອກມາບໍ່ພໍເທົ່າໃດຊົ່ວໂມງ ຫລັງຈາກມີການສັນລະສູດສົບທີ່ຈ້າງໂດຍຄອບຄົວຂອງທ້າວຟລອຍດ໌ ພົບວ່າ ການເສຍຊີວິດຂອງລາວແມ່ນເປັນ ຍ້ອນການຖືກບີບໃຫ້ໝົດລົມຫາຍໃຈ ແລະກໍຖືກຕັດສິນວ່າ ເປັນການຄາດຕະກໍາ. ທ່ານ ໄມໂຄ ແບດເດັນ (Michael Baden) ກວດກາທາງການແພດ ທີ່ຖືກຄອບຄົວຂອງລາວເລືອກເອົານັ້ນເວົ້າວ່າ ບໍ່ມີສະພາບທາງຮ່າງກາຍ
ທີ່ຈໍາເປັນໃດທີ່ພາໃຫ້ ຫລືມີສ່ວນເຮັດໃຫ້ທ້າວຟລອຍດ໌ເສຍຊີວິດໄດ້.

ການເສຍຊີວິດຂອງທ້າວ ຟລອຍດ໌ ໄດ້ພາໃຫ້ເກີດການປະທ້ວງຢູ່ທົ່ວສະຫະລັດ ທີ່ໄດ້ສືບຕໍ່ມາຮອດແລງວັນຈັນວານນີ້.

ຢູ່ໃນນະຄອນຫລວງວໍຊິງຕັນນັ້ນ ຕໍາຫລວດໄດ້ໃຊ້ລະເບີດນໍ້າຕາຂັບໄລ່ພວກ ປະທ້ວງຢູ່ນອກທໍານຽບຂາວໃຫ້ເພີກຖອຍໄປ ກ່ອນໜ້າທີ່ປະທານາທິບໍດີດໍໂນລ ທຣໍາ ຈະອອກມາກ່າວຄໍາປາໄສຢູ່ສວນກຸຫລາບນັ້ນ.

ທ່ານທຣໍານາບຂູ່ວ່າ ຈະສົ່ງທະຫານໄປປະຈໍາຢູ່ໃນຫົວເມືອງຕ່າງໆ ເພື່ອເຮັດໃຫ້ ການປະທ້ວງຍຸຕິລົງໂດຍເອີ້ນທ່ານເອງວ່າ ເປັນປະທານາທິບໍດີ “ແຫ່ງກົດໝາຍ ແລະລະບຽບການ” ແລະເວົ້າອີກວ່າທ່ານຈະຕໍ່ສູ້ “ເພື່ອປ້ອງກັນ” ຊາວອາເມຣິ
ກັນ. ກ່ອນໜ້ານັ້ນ ໃນວັນຈັນວານນີ້ ທ່ານທຣໍາໄດ້ຕໍາໜິພວກຜູ້ປົກຄອງລັດວ່າ “ອ່ອນແອ” ໂດຍຮຽກຮ້ອງໃຫ້ພວກເພິ່ນພາກັນທັບມ້າງພວກປະທ້ວງທີ່ໃຊ້ຄວາມ ຮຸນແຮງ ແລະຈັບກຸມພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG