ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍິງຄົນ ຢູ່ສະຖານທີ່ ຝຶກໂຍຄະ ໄດ້ເຮັດໃຫ້ຄົນຕາຍ ສອງຄົນ ແລະບາດເຈັບ 5 ຄົນ


ຕຳຫຼວດສືບສວນ ຢູ່ບ່ອນຍິງກັນ ທີ່ສະຖານທີ່ຝຶກໂຍຄະ ໃນນະຄອນ ທາລາຮາຊີ ລັດ ຟລໍຣີດາ ວັນທີ 2 ພະຈິກ 2018.
ຕຳຫຼວດສືບສວນ ຢູ່ບ່ອນຍິງກັນ ທີ່ສະຖານທີ່ຝຶກໂຍຄະ ໃນນະຄອນ ທາລາຮາຊີ ລັດ ຟລໍຣີດາ ວັນທີ 2 ພະຈິກ 2018.

ໃນວັນເສົາວານນີ້ ຕຳຫຼວດໄດ້ລະບຸໂຕຄົນຮ້າຍ ທີ່ຍິງປືນໃສ່ແມ່ຍິງຕາຍສອງຄົນ ຢູ່
ນະຄອນ ທາລາຮາຊີ ລັດ ຟລໍຣີດາ ຢູ່ໃນສະຖານທີ່ຝຶກຫັດໂຍຄາ ກ່ອນຈະຍິງຕົນ
ເອງຕາຍ.ຕຳຫຼວດເວົ້າວ່າ ຄົນຮ້າຍທີ່ມືປືນ ອາຍຸ 40 ປີ ຊື່ ສກັອດ ບິເອີນ ຈາກເມືອງ ແດນໂຕນາ ລັດຟລໍຣີດາ. ພວກເຄາະຮ້າຍຖືກຍິງ ຊື່ ມໍຣາບິງກລີ ອາຍຸ 21 ປີ ນັກສຶກ
ສາມະຫາວິທະຍາໄລລັດ ຟລໍຣີດາ ກັບທ່ານນາງແນນຊີ ແວນ ແວັສຊຳ ໄວ 61 ປີ
ເປັນອາຈານສອນມະຫາວິທະຍາໄລດຽວກັນ.
ຫ້າຄົນໄດ້ຮັບບາດເຈັບ ເວລາ ທ້າວ ບິເອີນ ໄວ 40 ປີ ໄດ້ຍິງປືນຮວດໃສ່ສະຖານ
ທີ່ຝຶກແອບ ໂຍຄະ ໃນຕອນແລງວັນສຸກຜ່ານມາ ແລ້ວກໍຍິງໃສ່ພວກມາຝຶກແອບ
ທັງຫຼາຍດ້ວຍປືນສັ້ນ. ຕຳຫຼວດເວົ້າວ່າ ພວກທີ່ຢູ່ໃນບ່ອນຝຶກແອບດັ່ງກ່າວ ໄດ້ສູ້ຄືນ ແລະພະຍາຍາມລະງັບເຫດການຮຸນແຮງດັ່ງກ່າວ. ລາຍງານເວົ້າວ່າຄົນນຶ່ງທີ່ຕໍ່ສູ້ນັ້ນ ແທນທີ່ຈະຖືກຍິງ ແມ່ນຖືກຕີດ້ວຍປືນໃນເວລາຕໍ່ສູ້ກັນຢູ່ນັ້ນ.

ຕາມບັນຖຶກຂອງຕຳຫຼວດແມ່ນວ່າ ທ້າວ ບິເອີນ ອະດີດນັກສຶກສາທີ່ມະຫາວິທະຍາ
ໄລ ລັດຟລໍຣີດາ ຊຶ່ງເຄີຍໄປຮັບໃຊ້ໃນກອງທັບ ໄດ້ເຄີຍຖືກຈັບສອງເທື່ອແລ້ວ ຢູ່ມະ
ຫາວິທຍາໄລ ຊຶ່ງຢ່າງໜ້ອຍເທື່ອນຶ່ງແມ່ນໄດ້ຮາວີລົບກວນແມ່ຍິງ. ນອກນັ້ນລາວຍັງຖືກພົບເຫັນວ່າໄດ້ຖ່າຍຮູບລົງວີດີໂອ ເວົ້າຊົ່ວໃຫ້ແມ່ຍິງຕ່າງຜິວ
ເວລາເຂົາປະຕິເສດບໍ່ຍອມອອກໄປທ່ຽວນຳລາວ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG