ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຟຣໍລິດາ ເຕືອນວ່າ ເວລາໝົດລົງແລ້ວ ໃນການຫຼົບໜີ ເຮີຣິເຄນເອີມາ


ການສັນຈອນຕິດ ໄປທາງທິດເໜືອ ຢູ່ຮາຍເວ 75 ໃກ້ກັບຊາຍແດນ ລັດ Georgia ກັບລັດ Florida.
ການສັນຈອນຕິດ ໄປທາງທິດເໜືອ ຢູ່ຮາຍເວ 75 ໃກ້ກັບຊາຍແດນ ລັດ Georgia ກັບລັດ Florida.

ໃນ​ຂະນະ​ທີ​ເຮີຣິ​ເຄນ​ Irma ​ມຸ່ງ​ໜ້າ​ສູ່​ລັດ Florida ຢູ່​ນັ້ນ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເຕືອນ
ຫລາຍ​ລ້ານ​ຄົນ​ວ່າ ​ເວລາ​ໝົດ​ລົງ​ແລ້ວ​ໃນ​ການ​ຍົກຍ້າຍຜູ້​ຄົນ​ອອກ ຫລັງ​ຈາກ​ພາຍຸ​
ໄດ້​ເຮັດໃຫ້ ຢ່າງ​ໜ້ອຍ 22 ຄົນ ​ໄດ້​ເສ​ຍຊີວິດ ​ຢູ່ທີ່​ໝູ່ເກາະ ໃນທະ​ເລ Caribbean ​
ແ​ລະ​ໄ​ດ້ສ້າງ​ຄວາມ​ຫາຍຍະນະ​ຢ່າງ​ໃຫຍ່​ຫລວງ.

ລັດ Florida ​ໄດ້ຮ້ອງ​ຂໍໃຫ້ 5 ລ້ານ 6 ​ແສນ​ຄົນ ຄືຫລາຍ​ກວ່າ​ນຶ່ງ​ສ່ວນ​ສີ່​ຂອງ​ປະຊາ
ຊົນ​ໃນ​ລັດດັ່ງກ່າວ ຍົກຍ້າຍ​ອອກ​ໜີ ກ່ອນທີ່​ເຮີຣິ​ເຄນ ​ Irma ຈະ​ໄປເຖິງ ​ໃນ​ວັນ​ອາ
ທິດ​ມື້​ອື່ນ​ນີ້.

ຜູ້​ປົກຄອງ​ລັດ Florida ທ່ານ Rick Scott ​ໄດ້​ໃຫ້​ຄວາມ​ເຫັນ ​ກ່ຽວ​ກັບ​ພາຍຸ Irma
ວ່າ “​ເປັນ​ພາຍຸ​ທີ່​ສ້າງ​ຄວາມຫາຍະນະ​ ທີ່​ລັດ​ດັ່ງກ່າວບໍ່​ເຄີ​ຍພົບ​ເຫັນ​ມາ​ກ່ອນ” ​ໂດຍ​
ໃຫ້​ຂໍ້​ສັງ​ເກດ​ວ່າ ພາຍຸຫົວນີ້ມີ​ຄວາມ​ກວ້າງ​ໃຫຍ່​ກວ່າ​ລັດ Florida.

ທ່ານ Scott ​ໄດ້​ເຕືອນ​ວ່າ “ພວກ​ເຮົາ​ໝົດ​ເວລາ​ແລ້ວ. ພາຍຸ​ເກືອບ​ມາ​ຮອດ​ທີ່​ນີ້​ແລ້ວ.”

ຄົນຜູ້ນຶ່ງກຳລັງຂ້າມຖະໜົນ ຢູ່ເມືອງ South Beach ລັດ Florida ກ່ອນເຮີຣິເຄນ Irma ຈະມາເຖິງ.
ຄົນຜູ້ນຶ່ງກຳລັງຂ້າມຖະໜົນ ຢູ່ເມືອງ South Beach ລັດ Florida ກ່ອນເຮີຣິເຄນ Irma ຈະມາເຖິງ.

ພວກ​ນັກພະ​ຍາກ​ອນອາກາດ ​ໄດ້​ປ່ຽນແປງ​ທິດ​ທາງ​ຂອງ​ລົມພາຍຸ​ທີ່​ອາດ​ເປັນ​ໄປ​ໄດ້ ​ໃນ​
ວັນ​ສຸກ​ວານ​ນີີ້​ ຊຶ່ງຈະພັດ​ເຂົ້າ​ໄປ​ຖະ​ຫຼົ່ມ​ຝັ່ງ​ຕາ​ເ​ວນຕົກ​ຂອງ​ລັດ Florida ຊຶ່ງອາດໝາຍ​
ຄວາມ​ໝາຍວ່າ ​ເຂດ​ນະຄອນ​ Miami ທີ່​ມີ​ພົນລະ​ເມືອງຫົກ​ລ້ານ​ຄົນນັ້ນ ອາດ​ຈະ​ລອດ
​ພົ້ນ​ໃນການ​ຖືກ​ຖະຫລົ່ມ​ໂດຍ​ກົງ​ຈາກ​ລົມພາຍຸ.

ຕົ້ນພ້າວກຳລັງຖືກພາຍຸພັດ ຢູ່ Caibarien ປະເທດ Cuba ວັນທີ 8 ການຍາ, 2017.
ຕົ້ນພ້າວກຳລັງຖືກພາຍຸພັດ ຢູ່ Caibarien ປະເທດ Cuba ວັນທີ 8 ການຍາ, 2017.

ທ່ານ Alp Inal ນັກທຸລະກິດ​ໃນ​ນະຄອນ Miami ອະ​ທິບາຍ​ຕໍ່ວີ​ໂອ​ເອພະ​ແນ​ກ ພາສາ
ເທີ​ກີ​ວ່າ ​ນະຄອນ​ດັ່ງກ່າວ​ຄື​ກັນ​ກັບ​ເມືອງ​ຮ້າງ​ໃນ​ຂະນະ​ທີ່ຜູ້​ຄົນພາກັນ​ເອົາ​ໃຈ​ໃສ່​ຍົກ
ຍ້າຍ​ໜີ​ຈາກ​ເຂດ​ດັ່ງ​ກ່າ​ວ.

Federal Disaster Officials Respond to Catastrophic Hurricane Season
please wait

No media source currently available

0:00 0:01:28 0:00

ທ່ານ Inal ກ່າວ​ວ່າ “South Beach ທີ່ຢູ່ເຂດກາງ​ເມືອງ​ທັງ​ໝົດ​ເຫ​ລົ່ານີ້ ​ໄດ້​ຫວ່າງ​ເປົ່າ.
ຜູ້ຄົນ​ພາກັນ​ຫລົບໜີ​ຈາກ​ນະຄອນ​ດັ່ງກ່າວ ​ໂດຍ​ທາງ​ລົດ ຫລື​ທາງ​ເຮືອບິນ ຖ້າ​ຫາກ​ເຂົາ​
ເຈົ້າ​ ຊອກ​ຫາ​ປີ້​ເຮືອບິນ​ໄດ້ ​ທີ່​ຈະ​ໄປ​ທຸກ​ແຫ່ງ. ທ່ານ​ບໍ່​ສາ ມາດ​ຊອກ​ຫາ​ຊື້​ນໍ້າມັນ​ຢູ່​ຕາມ​
ປໍ້າ​ຕ່າງໆ ​ແລະ​ຫລາຍ​ກວ່າ​ເຄິງນຶ່ງ​ຂອງ​ປໍ້າ​ນໍ້າມັນຢູ່​ນະ​ຄອນ Miami ບໍ່​ເປີດ.”

ຮູບພາບຖ່າຍຈາກດາວທຽມ ທີ. 8, 2017 ທີ່ເຫັນຮີຣິເຄນ Irma ກຳລັງເຄື່ອນຍ້າຍເຂົ້າສູ່ຄິວບາ.
ຮູບພາບຖ່າຍຈາກດາວທຽມ ທີ. 8, 2017 ທີ່ເຫັນຮີຣິເຄນ Irma ກຳລັງເຄື່ອນຍ້າຍເຂົ້າສູ່ຄິວບາ.

ທ່ານ​ກ່າວ​ວ່າ ຄອບຄົວ​ຂອງ​ທ່ານ​ບິນ​ໄປ​ນະຄອນ Boston ​ເພາະວ່າ​ເປັນ​ບ່ອນ​ດຽວ​ທີ່
​ເຂົາ​ເຈົ້າ​ສາມາດ​ຊື້​ປີ້​ເຮືອບິນ​ໄດ້. ທ່ານ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຊອກ​ຫາ​ປີ້​ເຮືອບິນ​ໄປ​
ນະຄອນ New York, Washington, Atlanta ​ແລະ Nashville ​ແຕ່​ຊອກ​ຫາ​ບໍ່​ມີ.”

ຄວາມເສຍຫາຍຈາກເຮີຣິເຄນ Irma ທີ່ເກາະ Virgin Gorda's Leverick Bay.
ຄວາມເສຍຫາຍຈາກເຮີຣິເຄນ Irma ທີ່ເກາະ Virgin Gorda's Leverick Bay.

ລົມພາຍຸ Irma ​ໄດ້​ເພີ້​ມຄວາມ​ແຮງຂຶ້ນ​ຄືນອີກເປັນ​ລະດັບ 5 ​ໃນ​ຕອນ​ແລງ​ວັນສຸກ​ມື້​ຄືນ
​ນີ້ ຫລັງ​ຈາກ​ໄດ້​ຫລຸດ​ຄວາມ​ແຮງລົງ​ມາ​ກ່ອນ​ໜ້ານີ້​ເປັນລະດັບ 4 ​ແຕ່ກໍ​ຍັງ​ຮ້າຍ​ແຮງ​ຢູ່​.
ພວກ​ນັກພະຍາກອນ​ອາກາດ​ກ່າວວ່າ ພາຍຸ​ຫົວນີ້ຖືກ​ຮັບ​ຮູ້ວ່າ​ມີ​ຄວາມ​ແຮງ​ສຸກ ​ເທົ່າ​ທີ່​
ເຄີຍ​ບັນທຶກ​ໄວ້ ​ໃນ​ມະຫາ​ສະ​ມຸດ Atlantic ​ແລະອາດ​ສາມາດຮັກສາ​ຄວາມ​ແຮງ​ໃນ​
ປັດຈຸບັນ ​ໃນ​ຂະນະ​ທີ່​ພັດ​ເຂົ້າຖະຫຼົ່ມ​ທະວີບ​ສະຫະ ລັດ.

ເຮືອນຫລັງນຶ່ງອ້ອມລ້ອມໄປດ້ວຍ ຊາກເພພັງຈາກເຮີຣິເຄນ Irma ຢູ່ເມືອງ Nagua ເກາະ Dominican Republic..
ເຮືອນຫລັງນຶ່ງອ້ອມລ້ອມໄປດ້ວຍ ຊາກເພພັງຈາກເຮີຣິເຄນ Irma ຢູ່ເມືອງ Nagua ເກາະ Dominican Republic..

ພາຍຸ​ຫົວນີ້ ມີ​ການພະຍາກອນ​ວ່າຈະ​ພັດ​ເຂົ້າຖະຫລົ່ມ​ເຂົ້າເຂດ Florida Keys ​ແລະ​
​ພາກ​ໃຕ້ລັດ Florida ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ອື່ນ​ນີ້​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Florida Governor Rick Scott on Evacuations
please wait

No media source currently available

0:00 0:00:33 0:00

XS
SM
MD
LG