ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການນັບຄະແນນສຽງຄືນໃໝ່ ຍັງດຳເນີນຕໍ່ໄປຢູ່ ໃນລັດຟລໍຣີດາ


ທ່ານນາງ Susan Bucher, ທາງຊ້າຍ ຜູ້ດູແລການເລືອກຕັ້ງ
ໃນແຂວງ ພາມ ບີສ ກຳລັງເວົ້າລົມກັບພະນັກງານ ກ່ອນເລີ້ມ ການນັບຄືນໃໝ່ ທີ່ສຳນັກງານເບິ່ງແຍງການເລືອກຕັ້ງ ວັນທີ 15 ພະຈິກ 2018 ທີ່ລັດ Florida.
ທ່ານນາງ Susan Bucher, ທາງຊ້າຍ ຜູ້ດູແລການເລືອກຕັ້ງ ໃນແຂວງ ພາມ ບີສ ກຳລັງເວົ້າລົມກັບພະນັກງານ ກ່ອນເລີ້ມ ການນັບຄືນໃໝ່ ທີ່ສຳນັກງານເບິ່ງແຍງການເລືອກຕັ້ງ ວັນທີ 15 ພະຈິກ 2018 ທີ່ລັດ Florida.

ເສັ້ນຕາຍ ສຳລັບການຍຸຕິການນັບຄະແນນສຽງເລືອກຕັ້ງຄືນໃໝ່

ຂອງລັດຟລໍຣີດາ ກຳລັງຫຽັບໄກ້ເຂົ້າມາ ໂດຍທີ່ທ່ານ ຣິກ ສກັອດ ຜູ້ປົກຄອງລັດດັ່ງກ່າວສັງກັດພັກ ຣິພັບບລິກັນ ຍັງສືບຕໍ່ຍຶດການເປັນຜູ້ນຳໜ້າຢູ່ ລື່ນ
ທ່ານ ບິລ ແນລສັນ ສັງກັດ ພັກເດໂມແກຣັດ ເພື່ອຍາດເອົາບ່ອນນັ່ງໃນສະພາສູງ.

ໃນຕອນບ່າຍວັນເສົາວານນີ້ ຕາມເວລາທ້ອງຖິ່ນ ທ່ານ ແນລສັນ ລາກຫຼັງທ່ານສກັອດ
ຢູ່ 12,000 ຄະແນນ ໂດຍທີ່ບໍ່ມີຫຽັງປ່ຽນແປງຢ່າງຫຼວງຫຼາຍ.

ເວົ້າແທ້ແລ້ວ ການຍາດເອົາບ່ອນນັ່ງ ຂອງຜູ້ປົກຄອງລັດ ຖືວ່າຖືກຕັດສີນໃຈແລ້ວ ຫຼັງຈາກການໃຊ້ເຄື່ອງຈັກນັບຄະແນນຄືືນ ໃນວັນພະຫັດ ຜ່ານມາ ຊຶ່ງຜົນປາກົດວ່າ
ແມ່ນທ່ານ ຣອນ ເດີແຊນຕີດ ສັງກັດພັກ ຣິພັບບລິກັນ ນຳໜ້າທ່ານ ແອນດຣູ ກິນລຳ
ສັງກັດພັກ ເດໂມກຣັດ ສູນຈຸດສີ່ເປີເຊັນ ເປັນການລື່ນກັນພໍ ທີ່ບໍ່ຈຳເປັນຕ້ອງໄດ້ມາ
ນັບຄືນໃໝ່ດ້ວຍມື. ກົດໝາຍຂອງລັດຟລໍຣິດາບົ່ງວ່າ ໃຫ້ມີການນັບຄືນໃໝ່ດ້ວຍມື
ຖ້າເຫັນວ່າ ການນັບດ້ວຍຈັກຫາກລື່ນກັນໜ້ອຍກວ່າສູນຈຸດຊາວຫ້າເປີເຊັນ.

ທ່ານ ກິນລຳ ໄດ້ຍອມຮັບເອົາການປາໄຊ ໃນຕອນບ່າຍວັນເສົາວານນີ້ ເອົາວີດິໂອ
ລົງເຟດບຸກ ຊຶ່ງທ່ານໄດ້ຊົມເຊີຍໄຊຊະນະຂອງທ່ານເດີແຊນຕິສ. ໜ່ວຍໂຄສະນາ
ຫາສຽງຂອງທ່ານເດີແຊນຕິສ ຍັງບໍ່ທັນໄດ້ມີປະຕິກິລິຍາແນວໃດຕໍ່ຄຳປະກາດນັ້ນ
ເທື່ອ.

ແຂວງຕ່າງໆຂອງລັດຟລໍຣິດາ ມີເວລາຈົນເຖິງຕອນທ່ຽງວັນອາທິດມື້ນີ້ເພື່ອນັບດ້ວຍ
ມືໃຫ້ແລ້ວ. ການແຂ່ງຂັນຍາດເອົາຕຳແໜ່ງຂອງຫົວໜ້າຝ່າຍການກະເສດ ກໍພວມ
ນັບຄືນຢູ່ ລະຫວ່າງທ່ານນາງນິກກີ ຟຣາຍດ໌ ພັກເດໂມແກຣັດ ກັບ ທ່ານ ແມັດ ໂຄລ
ແວລ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG