ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກນັກຮຽນ ໃນລັດຟລໍຣີດາ ເດີນຂະບວນ ຮຽກຮ້ອງໃຫ້ ອອກກົດໝາຍ ຄວບຄຸມປືນ

Students Demand Stricter Gun Laws in Tallahassee Florida
please wait

No media source currently available

0:00 0:00:40 0:00

ພວກນັກຮຽນ ຫຼາຍຮ້ອຍຄົນ ຈາກໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລັສ
(Marjory Stoneman Douglas) ໃນເມືອງ ພາກແລນ (Parkland) ລັດຟລໍຣີດາ
ໄດ້ໂຮມຊຸມນຸມກັນ ໃນວັນພຸດວານນີ້ ຢູ່ທີ່ຕຶກສະພາ ໃນເມືອງຫຼວງ ທາລລາແຮດຊີ
ຂອງລັດຟລໍຣີດາ ເພື່ອກົດດັນບັນດາສະມາຊິກສະພາ ໃຫ້ຮັບຮອງເອົາກົດໝາຍຄວບ
ຄຸມປືນ ທີ່ເຂັ້ມງວດຕື່ມອີກ ນຶ່ງສັບປະດາຫຼັງຈາກເກີດການຍິງສັງຫານນຶ່ງທີ່ຮ້າຍແຮງ
ສຸດຢູ່ໃນໂຮງຮຽນ ຂອງສະຫະ ລັດ.

ພວກນັກຮຽນທີ່ລອດຊີວິດ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas, ບ່ອນທີ່ ນັກຮຽນ 17 ຄົນ ແລະເຈົ້າໜ້າທີ່ໂຮງຮຽນ ໄດ້ຖືກຂ້າຕາຍ ໃນການຍິງສັງຫານ ເມື່ອວັນພຸດແລ້ວນີ້, ໃນລະຫວ່າງ ການຂີ່ລົດເມ ໃນຕອນກາງຄືນ ເດີນທາງຈາກເມືອງ Parkland ໄປຫາ ເມືອງຫຼວງ Tallahassee ຂອງລັດ Florida, ວັນທີ 20 ກຸມພາ 2018.

ມືປືນຄົນນຶ່ງ ໄດ້ສັງຫານ 17 ຄົນ ຢູ່່ທີ່ໂຮງຮຽນໃນເມືອງພາກແລນ ຈຶ່ງໄດ້ກໍ່ໃຫ້ເກີດຄື້ນ
ຂອງການປະທ້ວງໂດຍພວກນັກຮຽນ ຢູ່ໃນເມືອງຫຼວງ ທາລລາແຮດຊີ ແລະ ແຫ່ງອື່ນໆ
ຢູ່ໃນສະຫະລັດ. ບັນດານາຍຄູ ແລະ ສະມາຊິກສະພາ ຂອງລັດຟລໍຣີດາ ທ່ານ ຊອນ ຊໍ
(Sean Shaw) ໄດ້ເຂົ້າຮ່ວມກັບພວກນັກຮຽນ ຢູ່ທີ່ພື້ນທີ່ຂອງລັດຖະສະພາ ບ່ອນທີ່
ສະມາຊິກສະພາ ສັງກັດພັກເດໂມແຄຣັດ ໄດ້ຕຳໜິການລົງຄະແນນສຽງ ຕໍ່ຕ້ານ ຮ່າງ
ກົດໝາຍ ຂອງສະພາຕ່ຳ ທີ່ຫ້າມພວກອາວຸດຮ້າຍແຮງ ຕາມແນວທາງຂອງພັກ ໃນ
ວັນອັງຄານຜ່ານມານີ້. ການລົງຄະແນນສຽງນັ້ນ ໄດ້ເຮັດໃຫ້ ນາງ ຟລໍເຣສ ຢາເຣດ
ນັກຮຽນທີ່ລອດຊີວິດ ຈາກການຍິງສັງຫານ ບໍ່ພໍອົກພໍໃຈ ຜູ້ທີ່ໄດ້ກ່າວໃຫ້ຄຳຄິດຄຳເຫັນ
ເຖິງບັນດາສະມາຊິກສະພາ ຜູ້ທີ່ໄດ້ລົງຄະແນນສຽງຕໍ່ຕ້ານມາດຕະການນັ້ນ.

ພວກປະທ້ວງ ຖືປ້າຍຕ່າງໆນາໆ ໃນຂະນະທີ່ ພວກເຂົາເຈົ້າ ຮຽກຮ້ອງໃຫ້ປະຕິຮູບກົດໝາຍ ກ່ຽວກັບປືນ 3 ວັນ ຫຼັງຈາກມີເຫດການຍິງສັງຫານ ທີ່ໂຮງຮຽນມັດທະຍົມ Marjory Stoneman Douglas, ຢູ່ທີ່ການໂຮມຊູມນຸມ ໃນເມື່ອງ Fort Lauderdale ລັດ Florida, ວັນທີ 17 ກຸມພາ 2018.

ນາງຢາເຣດ ໄດ້ກ່າວວ່າ “ພວກລູກເຕົ້າຂອງເຈົ້າ ອາດຈະກາຍເປັນພວກຜູ້ເຄາະຮ້າຍ
ເຊັ່ນກັນ.” “ເຈົ້າມີອຳນາດທີ່ຈະປ່ຽນແປງອັນນີ້ ແລະ ຖ້າເຈົ້າບໍ່ເຮັດ ພວກເຮົາກໍຈະ
ປ່ຽນເຈົ້າ! ພວກເຮົາຈະລົງຄະແນນສຽງເອົາເຈົ້າອອກ”
ນາງຢາເຣດ ໄດ້ກ່າວຢ່າງໝັ້ນ
ໃຈ ທ່າມກາງສຽງຮ້ອງເຊຍ ແລະ ສຽງຕົບມື.

ນັກຮຽນຜູ້ລອດຊີວິດ ອີກຄົນນຶ່ງ ທ້າວ ໄຣແອນ ໄດສຈ໌ (Ryan Deitch) ໄດ້ບອກພວກ
ຝຸງຄົນ ໃນເມືອງ ທາລລາແຮດຊີ ວ່າ “ຄັນພວກສະມາຊິກສະພາ ບໍ່ເຮັດຫຍັງເລີຍ ພວກເຂົາເຈົ້າ ບໍ່ສົມຄວນທີ່ຈະຢູ່ໃນຕຳແໜ່ງ. ຂ້າພະເຈົ້າສາມາດລົງຄະແນນສຽງ
ແລະ ຂ້າພະເຈົ້າຮູ້ດີ ຜູ້ໃດ ຂ້າພະເຈົ້າຈະບໍ່ລົງຄະແນນສຽງໃຫ້!”

ພວກນັກຮຽນ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas ແລະພວກທີ່ສະໜັບ ສະໜູນ ພວກເຂົາເຈົາ ນັ້ນ ສະແດງປະຕິກິລິຍາອອກມາ, ວັນທີ 20 ກູມພາ 2018.
ພວກນັກຮຽນ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas ແລະພວກທີ່ສະໜັບ ສະໜູນ ພວກເຂົາເຈົາ ນັ້ນ ສະແດງປະຕິກິລິຍາອອກມາ, ວັນທີ 20 ກູມພາ 2018.

​ການຍິງສັງຫານໝູ່ ຍັງໄດ້ກໍ່ໃຫ້ເກີດຄືນຂອງການໂຮມຊຸມນຸມ ຢູ່ແຫ່ງອື່ນໃນລັດຟລໍຣີດາ
ແລະ ໃນພື້ນທີ່ອື່ນຂອງປະເທດ ໃນຄວາມພະຍາຍາມທີ່ຈະບັງຄັບໃຫ້ບັນດາຜູ້ນຳ ໃນ
ທ້ອງຖິ່ນ ແລະ ທົ່ວປະເທດ ໃຫ້ເອົາມາດຕະການ ເພື່ອປ້ອງກັນການໂຈມຕີແບບນີ້
ບໍ່ໃຫ້ເກີດຂຶ້ນ.

ບັນດາແມ່ທັງຫຼາຍ ຈາກທົ່ວລັດຈໍເຈຍ ໄດ້ເຂົ້າມາລວມໂຕກັນ ຢູ່ທີ່ລັດຖະສະພາຂອງ
ເມືອງ ແອັດແລນຕາ ເພື່ອເຂົ້າຮ່ວມ ການຊຸມນຸມຂອງກຸ່ມເຄື່ອນໄຫວ ແມ່ຮຽກຮ້ອງໃຫ້
ປະຕິບັດ ຫຼື Mom Demand Action. ຈຸດປະສົງຂອງການຊຸມນຸມ ແມ່ນເພື່ອເຄື່ອນ
ໄຫວໃຫ້ພວກເຈົ້າຂອງປືນມີຄວາມຮັບຜິດຊອບ ແລະບໍ່ແມ່ນເພື່ອຫ້າມຄອບຄອງປືນ.

ຮູບສະໄລດ໌: ການໂຮມຊຸມນຸມຂອງພວກນັກຮຽນໃນເມືອງຫຼວງ ທາລລາແຮດຊີ ລັດຟລໍຣີດາ

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG