ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກຮຽນ ຈາກລັດຟລໍຣີດາ ໂຮມຊຸມນຸມ ຮຽກຮ້ອງ ໃຫ້ຮັບຜ່ານ ມາດຕະການ ຄວບຄຸມປືນ

ພວກນັກຮຽນ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas ກຳລັງຈະຂຶ້ນລົດເມ ເດີນທາງໄປຍັງເມືອງຫຼວງ ທາລລາແຮດຊີ (Tallahassee) ລັດຟລໍຣີດາ, ເພື່ອພົບປະກັບ ບັນດາສະມາຊິກສະພາ ທີ່ເມືອງ Coral Springs ລັດຟລໍຣີດາ, ວັນທີ 20 ກຸມພາ 2018.

ບັນດາເຈົ້າໜ້າທີ່ ໃນເມືອງຫຼວງຂອງລັດຟລໍຣີດາ ໄດ້ກະກຽມ ໃນວັນພຸດມື້ນີ້ ເພື່ອຮັບມື
ກັບພວກນັກຮຽນຫຼາຍຮ້ອຍຄົນ ທີ່ຈະເດີນຂະບວນ ໄປຍັງເມືອງຫຼວງຂອງລັດ ແລະຈະ
ຈັດການໂຮມຊຸມນຸມຮຽກຮ້ອງ ບັນດາສະມາຊິກສະພາໃຫ້ຮັບຜ່ານມາດຕະການຄວບ
ຄຸມປືນ ຫຼັງຈາກທີ່ເກີດການຍິງສັງຫານຢູ່ທີ່ໂຮງຮຽນມັດທະຍົມປາຍ ຢູ່ໃນພາກໃຕ້
ຂອງລັດ.

ມືປືນຄົນນຶ່ງ ໄດ້ຍິງສັງຫານ 17 ຄົນ ຢູ່ທີ່ໂຮງຮຽນມັດທະຍົມປາຍ Marjory Stoneman
Douglas ໃນເມືອງ Parkland ເມື່ອສັບປະດາແລ້ວນີ້ ອັນເປັນນຶ່ງ ໃນການຍິງສັງຫານ
ທີ່ຮ້າຍແຮງສຸດເທົ່າທີ່ເຄີຍມີມາ ທີ່ໂຮງຮຽນໃນສະຫະລັດ. ພວກນັກຮຽນຈາກໂຮງຮຽນ
ດັ່ງກ່າວ ແລະພວກນັກຮຽນຈາກໂຮງຮຽນແຫ່ງອື່ນໆ ໃນລັດຟລໍຣີດາ ແລະຈາກລັດອື່ນໆ
ໄດ້ສະໜອງຕອບ ດ້ວຍການຮຽກຮ້ອງໃຫ້ ບັນດາຜູ້ນຳໃນທ້ອງຖິ່ນ ແລະທົ່ວປະເທດ
ເອົາມາດຕະການເພື່ອບໍ່ໃຫ້ການໂຈມຕີແບບນີ້ເກີດຂຶ້ນ.

ພວກນັກຮຽນທີ່ລອດຊີວິດ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas, ບ່ອນທີ່ ນັກຮຽນ 17 ຄົນ ແລະເຈົ້າໜ້າທີ່ໂຮງຮຽນ ໄດ້ຖືກຂ້າຕາຍ ໃນການຍິງສັງຫານ ເມື່ອວັນພຸດແລ້ວນີ້, ໃນລະຫວ່າງ ການຂີ່ລົດເມ ໃນຕອນກາງຄືນ ເດີນທາງຈາກເມືອງ Parkland ໄປຫາ ເມືອງຫຼວງ Tallahassee ຂອງລັດ Florida, ວັນທີ 20 ກຸມພາ 2018.

ພວກນັກຮຽນຫຼາຍກວ່າ 100 ຄົນ ໄດ້ຂີ່ລົດເມເດີນທາງໄປຍັງເມືອງຫຼວງ ທາລລາແຮດຊີ
ເພື່ອເຂົ້າຮ່ວມໃນການໂຮມຊຸມນຸມ ໃນວັນພຸດມື້ນີ້ ແລະ ເພື່ອພົບປະກັບບັນດາຜູ້ນຳທາງ
ດ້ານນິຕິບັນຍັດ.

ນາງອາຣີອານາ ອໍເທກາ Ariana Ortega ເປັນນັກຮຽນຄົນນຶ່ງ ໄດ້ກ່າວຕໍ່ວີໂອເອ ກ່ອນທີ່
ນາງຈະຂຶ້ນລົດເມ ວ່າ “ພວກເຮົາ ແມ່ນສ່ວນນຶ່ງທີ່ກ່ຽວຂ້ອງທີ່ສຸດໃນເລື່ອງນີ້. ພວກເຮົາ
ແມ່ນສ່ວນນຶ່ງ ຂອງຜູ້ທີ່ໄດ້ລອດຊີວິດມາ ໃນເຫດການທີ່ໜ້າໂສກເສົ້ານີ້ ແລະພວກເຮົາ
ກໍຈະເປັນພວກຜູ້ນຳຂອງອາເມຣິກາໃນອະນາຄົດ.”

ພວກປະທ້ວງ ຖືປ້າຍຕ່າງໆນາໆ ໃນຂະນະທີ່ ພວກເຂົາເຈົ້າ ຮຽກຮ້ອງໃຫ້ປະຕິຮູບກົດໝາຍ ກ່ຽວກັບປືນ 3 ວັນ ຫຼັງຈາກມີເຫດການຍິງສັງຫານ ທີ່ໂຮງຮຽນມັດທະຍົມ Marjory Stoneman Douglas, ຢູ່ທີ່ການໂຮມຊູມນຸມ ໃນເມື່ອງ Fort Lauderdale ລັດ Florida, ວັນທີ 17 ກຸມພາ 2018.

ພວກນັກຮຽນ ໄດ້ພາກັນເຂົ້າໄປໃນສະພາຂອງລັດຟລໍຣີດາ ໃນວັນອັງຄານວານນີ້ ໃນ
ຂະນະທີ່ ບັນດາສະມາຊິກສະພາ ໄດ້ປະຕິເສດຕໍ່ຂໍ້ສະເໜີຂອງພັກເດໂມແຄຣັດ ທີ່ຂໍໃຫ້
ພິຈາລະນາ ຮ່າງກົດໝາຍສະບັບນຶ່ງເພື່ອຫ້າມປືນຍາວທັງຫຼາຍ. ສ່ວນພັກຣີພັບບລີກັນ
ໄດ້ກ່າວຫາພັກເດໂມແຄຣັດ ວ່າກົດດັນເລື່ອງນີ້ ຫຼັງຈາກທີ່ ທ້າວ ນິໂກລັສ ຄຣູສ ອາຍຸ
19 ປີ ຜູ້ຖືກກ່າວຫາວ່າ ໄດ້ໃຊ້ປືນ AR-15 ທຳການຍິງສັງຫານ ຢູ່ທີ່ໂຮງຮຽນ
Stoneman Douglas.

ພວກນັກຮຽນ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas ແລະພວກທີ່ສະໜັບ ສະໜູນ ພວກເຂົາເຈົາ ນັ້ນ ສະແດງປະຕິກິລິຍາອອກມາ, ວັນທີ 20 ກູມພາ 2018.
ພວກນັກຮຽນ ຈາກໂຮງຮຽນມັດທະຍົມ Marjory Stoneman Douglas ແລະພວກທີ່ສະໜັບ ສະໜູນ ພວກເຂົາເຈົາ ນັ້ນ ສະແດງປະຕິກິລິຍາອອກມາ, ວັນທີ 20 ກູມພາ 2018.

​​ນາງ ລີຊຊີ ອີດຕັນ ນັກຮຽນປີທີສາມ ຢູ່ທີ່ໂຮງຮຽນ Stoneman Douglas ໄດ້ເອີ້ນການ
ລົງຄະແນນສຽງຂອງບັນດາສະມາຊິກສະພາ ວ່າ “ເສຍໃຈແທ້ໆ.”

ແຕ່ນາງໄດ້ກ່າວອີກວ່າ “ພວກເຮົາຈະບໍ່ຍຸຕິ. ພວກເຮົາຈະຕໍ່ສູ້ຕໍ່ໄປ ໃນສິ່ງທີ່ພວກເຮົາ
ເຊື່ອໝັ້ນ. ພວກເຮົາຈະບໍ່ໃຫ້ເລື່ອງນີ້ ເຮັດໃຫ້ພວກເຮົາຕົກຕ່ຳລົງ.”

ທ້າວ ນິກໂກລັສ ຄຣູຊ (Nikolas Cruz) ອອກມາປາກົດໂຕຢູ່ສານ ເພື່ອຮັບຟັງສະຖານະພາບ ຕໍ່ໜ່້າຜູ້ພິພາກສາ ສານເມືອງ ໂບຣວາດ (Broward) ທ່ານນາງ ອີລີຊາເບັດຕ໌ ເຊີຣເຣີ (Elizabeth Scherer), ວັນທີ 19 ກຸມພາ 2018, ໃນເຂດເມືອງ Fort Lauderdale ຂອງລັດ Florida.

ນອກເໜືອໄປຈາກການໂຮມຊຸມນຸມໃນວັນພຸດ ຢູ່ໃນເມືອງຫຼວງ ທາລລາແຮດຊີແລ້ວ
ປະທານາທິບໍດີ ດໍໂນລ ທຣຳ ກໍຈະເປັນເຈົ້າພາບ ຕ້ອນຮັບບັນດາພໍ່ແມ່ ນາຍຄູ ແລະ
ນັກຮຽນທັງຫຼາຍ ສຳລັບອັນທີ່ທຳນຽບຂາວ ເອີ້ນວ່າ “ກອງປະຊຸມຮັບຟັງ” ກ່ຽວກັບ
ຄວາມປອດໄພຢູ່ໂຮງຮຽນ. ພວກທີ່ລອດຊີວີດໃນການສັງຫານໝູ່ ຈາກໂຮງຮຽນເມືອງ
Parkland, Sandy Hook ແລະ Columbine ກໍໄດ້ຖືກເຊື້ອເຊີນນຳດ້ວຍ.

ພວກນັກຮຽນ ແມ່ຍຍັງມີແຜນທີ່ໂຮມຊຸມນຸກ ໃນວັນທີ 24 ເດືອນມີນາ ຢູ່ໃນນະຄອນ
ຫຼວງ ວໍຊິງຕັນ ແລະ ໃນເມືອງໃຫຍ່ອື່ນ ທີ່ເອີ້ນວ່າ “ການເດີນຂະບວນເພື່ອຊີວິດຂອງ
ພວກເຮົາ ຫຼື March for Our Lives.”

Florida School Shooting
please wait

No media source currently available

0:00 0:00:49 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG