ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍ Zimmerman ຖືກຟ້ອງ ໃນການຍິງສັງຫານ ໜຸ່ມນ້ອຍຜິວດໍາ (ເບິ່ງວີດີໂອ)


ພວກປະທ້ວງທີ່ລັດຟລໍຣິດາ ໃຫ້ດໍາເນີນຄະດີຜູ້ຍິງສັງຫານຊາຍໜຸ່ມຜິວສີ Trayvon Martin ທີ່ເມືອງ Miami ລັດຟລໍຣິດາ ເມື່ອວັນທີ່ 1 ເມສານັ້ນ
ພວກປະທ້ວງທີ່ລັດຟລໍຣິດາ ໃຫ້ດໍາເນີນຄະດີຜູ້ຍິງສັງຫານຊາຍໜຸ່ມຜິວສີ Trayvon Martin ທີ່ເມືອງ Miami ລັດຟລໍຣິດາ ເມື່ອວັນທີ່ 1 ເມສານັ້ນ

ທະນາຍຄວາມ​ຂອງ​ນາຍ George Zimmerman ຜູ້​ຕ້ອງ​ສົງໄສ​ຍິງ​ສັງຫານ​ທີ່​ລັດຟລໍ​ຣິ
ດາກ່າວ​ວ່າ ລູກ​ຄວາມ​ຂອງ​ລາ​ວຈະ​ຮ້ອງ​ຮຽນ​ຕໍ່​ສານ​ວ່າ​ບໍ່​ມີ ຄວາມ​ຜິດ​ຕໍ່​ຂໍ້​ຫາເປັນ​ຄາດ
ຕະກອນໂດຍ​ເຈດຕະນາ ​ແຕ່​ບໍ່​ໄດ້​ມີ​ການວາງ​ແຜນລ່ວງ​ໜ້າຫຼື second-degree mur-
der ນັ້ນ.

ຄາດ​ວ່າ ນາຍ Zimmerman ຈະ​ໄປ​ປະກົດ​ຕົວ​ຕໍ່ໜ້າ​ສານໃນວັນ​ພະຫັດ​ມື້​ນີ້ ສໍາລັບພິຈາ
ລະ​ນາ​ກ່ຽວ​ກັບ​ການ​ປະກັນ​ໂຕ.

ເມື່ອ​ວັນ​ພຸດ​ວານ​ນີ້ ທ່ານນາງ Angela Corey ​ໄອ​ຍະ​ການ​ພິ​ເສດ​ຂອງລັດ​ຟລໍຣິດາ ​ໄດ້
ຕັ້ງ​ຂໍ້​ຫາ​ຕໍ່ນາຍ Zimmerman ຊາຍ​ຜິວ​ຂາວ​ເຊື້ອສາຍ Hispanic ​ໃນການ​ຍິງ​ສັງຫານ
ທ້າວ Trayvon Martin ຊາວ​ອາ​ເມຣິກັນ​ເຊື້ອ​ສາຍ​ອາ​ຟຣິກາ​ນັ້ນ.

ໄອ​ຍະ​ການ Angela Corey ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ​ກ່ຽວ​ກັບຫລັກ​ຖານ​ທີ່​ນໍາ​ໄປ​ສູ່​
ການ​ຕັ້ງຂໍ້​ຫາ​ໃນ​ການ​ຍິງ​ສັງຫານ​ ເມື່ອ​ວັນ​ທີ່ 26 ​ເດືອນ​ກຸມພາຜ່ານ​ມາ ​ແຕ່​ກໍ​ກ່າວ​ວ່າໄດ້​
ມີ​ການ​ສືບສວນ​ສອບ​ສວນ​ໂດຍ​ລະອຽດ​ກັນ​ແລ້ວ. ໄອ​ຍະ​ການ Corey ກ່າວ​ອີກ​ວ່າສານ
ຟລໍຣິດາ ບໍ່​ດໍາ​ເນີນ​ຄະດີ​ໃຜ​ກໍ​ຕາມ​ໂດຍ​ຄວາມ​ກົດ​ດັນ​ຂອງ​ມະຫາຊົນ ​ແຕ່​ຈາກ​ຄວາມ​ເປັນ
ຈິງ​ແລະກົດໝາຍ.

ຕໍາຫລວດ​ບໍ່​ໄດ້​ຈັບ​ກຸມ​ນາຍ Zimmerman ອາສາ​ສະໝັກ​ຍາມ​ຄຸ້ມໃຫ້​ເຂດ​ບ້ານ​ເຮືອນໃກ້
ເຮືອນ​ຄຽງ ຫຼັງ​ຈາກ​ລາວ​ຍິງທ້າວ Trayvon Martin ​ຕາຍແລ້ວ. ນາຍ Zimmerman
ກ່າວ​ວ່າ ລາວໄດ້​ຖືກ​ໂຈມ​ຕີ​ໂດຍທ້າວ Martin ກ່ອນ ​ແລະ​ໄດ້​ຍິງ​ຜູ້ກ່ຽວເພື່ອ​ປ້ອງ​ກັນ​ຕົວ.

ຄອບຄົວ​ຂອງ​ທ້າວ Martin ກ່າວ​ວ່າ ທ້າວ Martin ບໍ່​ມີ​ອາວຸດ ​ແລະໄດ້​ມີ​ການ​ປະ​ເຊີນ​
ໜ້າກັນຍ້ອນ​ຜິວ​ພັນຂອງ​ຜູ້ກ່ຽວ​ຫຼາຍ​ກວ່າ ຄືຊາຍ​ໜຸ່ມຜິວ​ດໍາ​ນີ້ແມ່ນ​ກໍາລັງ​ຍ່າງໄປ​ຄົນດຽວ
ໃນຍາມ​ກາງຄືນ ​ໂດຍທາງຄອບຄົວ​ຂອງ​ລາວ ​ໄດ້ທວງ​ໃຫ້​ດໍາ​ເນີນ​ຄະດີ​ ນາຍ Zimmer-
man.

ເບິ່ງວີດີໂອກ່ຽວກັບການຈັດຕັ້ງ ການຍາມຄຸ້ມບ້ານເຮືອນ

XS
SM
MD
LG