ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລອດຊີວິດ ຈາກການຍິງກັນ ຢູ່ໂຮງຮຽນ ລັດຟລໍຣິດາ ປະທ້ວງຢູ່ສຳນັກງານໃຫຍ່ NRA


ປະຊາຊົນເຂົ້າຮ່ວມໃນການ"ເດີນຂະບວນເພື່ອຊີວິດຂອງ
ພວກເຮົາ ຫຼື March for Our Lives" ໃນເມືອງ ແຈັກສັນ, ລັດມິສຊີສສິບປີ. 24 ມີນາ, 2018. ບັນດານັກເຄື່ອນໄຫວ
ໃນທົ່ວ ສະຫະລັດ ໄດ້ວາງແຜນຈັດງານພ້ອມກັບການເດີນຂະບວນໃນນະຄອນຫຼວງ ວໍຊິງຕັນ ນຳໜ້າໂດຍໄວລຸ້ນຈາກໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລັສ, ໃນເມືອງ ພາກແລນ, ລັດຟລໍຣິດາ, ບ່ອນທີ່ 17 ຄົນຖືກຂ້າຕາຍໃນເດືອນກຸມພາທີ່ຜ່ານມາ. ນັກຮຽນມັດທະຍົມ ສໂຕນແມນ ດັກກລັສ ບາງຄົນໄດ້ເຂົ້າຮ່ວມໃນການຊຸມປະທ້ວງທີ່ສຳນັກງານໃຫຍ່ສະມາຄົມປືນຍາວແຫ່ງຊາດໃນເມືອງ ແຟແຟັກສ໌ ລັດ ເວີຈິເນຍ. 4 ສິງຫາ, 2018.
ປະຊາຊົນເຂົ້າຮ່ວມໃນການ"ເດີນຂະບວນເພື່ອຊີວິດຂອງ ພວກເຮົາ ຫຼື March for Our Lives" ໃນເມືອງ ແຈັກສັນ, ລັດມິສຊີສສິບປີ. 24 ມີນາ, 2018. ບັນດານັກເຄື່ອນໄຫວ ໃນທົ່ວ ສະຫະລັດ ໄດ້ວາງແຜນຈັດງານພ້ອມກັບການເດີນຂະບວນໃນນະຄອນຫຼວງ ວໍຊິງຕັນ ນຳໜ້າໂດຍໄວລຸ້ນຈາກໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລັສ, ໃນເມືອງ ພາກແລນ, ລັດຟລໍຣິດາ, ບ່ອນທີ່ 17 ຄົນຖືກຂ້າຕາຍໃນເດືອນກຸມພາທີ່ຜ່ານມາ. ນັກຮຽນມັດທະຍົມ ສໂຕນແມນ ດັກກລັສ ບາງຄົນໄດ້ເຂົ້າຮ່ວມໃນການຊຸມປະທ້ວງທີ່ສຳນັກງານໃຫຍ່ສະມາຄົມປືນຍາວແຫ່ງຊາດໃນເມືອງ ແຟແຟັກສ໌ ລັດ ເວີຈິເນຍ. 4 ສິງຫາ, 2018.

ຜູ້ລອດຊີວິດຈຳນວນນຶ່ງຂອງການຍິງກັນຢູ່ໂຮງຮຽນ ຄັ້ງທີ່ຮ້າຍແຮງທີ່ສຸດໃນປະຫວັດ
ສາດ ອາເມຣິກາ ໄດ້ຮ່ວມກັນເດີນຂະບວນບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ ເມື່ອວັນ
ເສົາວານນີ້ ເພື່ອປະທ້ວງຄວາມພະຍາຍາມຂອງສະມາຄົມປືນຍາວແຫ່ງຊາດ ຫຼື NRA
ທີ່ຈະກີດກັ້ນກົດໝາຍປ້ອງກັນປືນ ແລະ ການຫ້າມຕ່າງໆກ່ຽວກັບປືນຍາວ.

ບັນດາຜູ້ລອດຊີວິດທັງຫຼາຍຈາກໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ໃນເມືອງ
ພາກແລນ ລັດຟລໍຣິດາ, ບ່ອນທີ່ນັກຮຽນ ແລະ ສະມາຊິກຄູອາຈານລວມກັນ 17 ຄົນ
ໄດ້ຖືກຂ້າຕາຍ ໃນວັນທີ 14 ກຸມພານັ້ນ, ໄດ້ຮ່ວມກັນ “ເດີນຂະບວນປະທ້ວງສະມາຄົມ
NRA” ຢູ່ສຳນັກງານໃຫຍ່ແຫ່ງຊາດ ຂອງສະມາຄົມດັ່ງກ່າວ ໃນເມືອງ ແຟແຟັກສ໌ ລັດ
ເວີຈິເນຍ. ຜູ້ຖືກເຄາະຮ້າຍໄດ້ຖືກຂ້າຕາຍໂດຍອະດີດເພື່ອນນັກຮຽນນຳກັນຊື່ວ່າ ທ້າວ
ນິໂຄລັສ ຄຣຸສ໌, ຜູ້ທີ່ຕຳຫຼວດໄດ້ກ່າວວ່າ ມີອາວຸດເປັນປປືນຍາວຊະນິດ AR-15.

ພວກນັກຮຽນຫຼາຍຄົນຈາກໂຮງຮຽນມັດທະຍົມ ເກຣທ໌ ມິລສ ໃນເຂດຊານເມືອງຂອງ
ລັດ ແມຣີແລນ ທີ່ຢູ່ໃກ້ກັບນະຄອນຫຼວງ ວໍຊິງຕັນ ກໍໄດ້ເຂົ້າຮ່ວມໃນການຊຸມນຸມທີ່ວ່າ
ນັ້ນເຊັ່ນກັນ. ພວກນັກຮຽນ ເກຣທ໌ ມິລສ໌ ໄດ້ເປັນຈຸດຄວາມສົນໃຈຂອງປະເທດ ຫຼັງ
ຈາກນັກຮຽນອາຍຸ 17 ປີ ທ້າວ ອອສຕິນ ໂຣລລິນສ໌ ໄດ້ຍິງເພື່ອນຮ່ວມຫ້ອງ ອາຍຸ 16
ປີທ້າວ ເຈລິນ ວິລລີ ແລະ ທ້າວ ເດັສມັອນ ບານສ໌ ອາຍຸ 14 ຮັບບາດ ເຈັບ. ທ້າວ
ໂຣລລິນສ໌ ຕໍ່ມາໄດ້ເສຍຊີວິດຈາກບາດແຜທີ່ລາວຍິງຕົນເອງໃນລະຫວ່າງ ການປະ
ເຊີນໜ້າກັບເຈົ້າໜ້າທີ່ຍາມໂຮງຮຽນຄົນນຶ່ງ.

ການປະທ້ວງຕໍ່ຕ້ານປືນຢູ່ແຫ່ງອື່ນໆ ແມ່ນໄດ້ຖືກຈັດຂຶ້ນຢູ່ໃນທົ່ວປະເທດ, ອີງຕາມ
ກຸ່ມສະໜັບສະໜູນການຄວບຄຸມປືນຊື່ວ່າ ການເດີນຂະບວນແຫ່ງຊາດ ຕໍ່ການຕ້ານ
ສະມາຄົມ NRA, ເຊິ່ງເປັນຜູ້ຈັດງານຊຸມນຸມຕ່າງໆນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG