ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ຜູ້ສະໝັກ ປະທານາທິບໍດີ ຕ່າງກໍເພັ່ງເລັງ ການໂຄສະນາ ໃສ່ລັດ Florida ກ່ອນເລືອກຕັ້ງ


ບັນດາຜຸ້ສະໜັບສະໜູນປະທານາທິບໍດີພັກຣິພັລລິກັນ ທ່ານ Donald Trump ຮ້ອງໂຮໃສ່ພວກນັກຂ່າວ ລະຫວ່າງການ ໂຄສະນາຫາສຽງທີ່ເມືອງ Tampa ລັດ Florida.

ບັນດາ​ຜູ້​ສະໝັກ​ເປັນປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ນາງ Hillary Clinton ​ແລະ ທ່ານ Donald Trump ຕ່າງ​ກໍ​ໄດ້​ເພັ່ງ​ເລັງ​ ການ​ໂຄສະນາ​ຫາ​ສຽງ ຂອງ​ພວກທ່ານ ​ໃນ​ວັນ​ອັງ ຄານ​ມື້​ນີ້​ໃ​ສ່​ລັດ Florida ຊຶ່ງ​ຈະ​ມີ​ບົດ​ບາດ​ອັນ​ສຳຄັນ​ໃນ​ອີກສອງ​ອາທິດຂ້າງ​ໜ້າ​ເວລາຜູ້ ມີ​ສິດ​ປ່ອນ​ບັດຊາວ​ອາ​ເມຣິກັນສ່ວນ​ໃຫຍ່​ຕັດສິນ​ໃຈ​ວ່າ ຜູ້​ໃດ​ຈະເປັນປະທານາທິບໍດີ​ຂອງປະ​ເທດ​ຄົນ​ຕໍ່​ໄປ.

​ເພື່ອ​ຈະ​ໄດ້​ຮັບ​ຕຳ​ແໜ່​ງປະທານາທິບໍດີ​ນັ້ນ ຜູ້​ສະໝັກຈະ​ຕ້ອງ​ໄດ້​ຮັບ 270 ຄະແນນ​ສຽງ
ຂອງ​ຄະນະ​ຜູ້​ແທນປ່່ອນ​ບັດຈາກ​ລັດ​ຕ່າງໆແລະ​ພາຍ​ໃຕ້​ລະບົບ​ທີ່​ໃຫ້​ຄວາມ​ສຳຄັນ​ຫຼາຍ
ກວ່າຕໍ່​ລັດໃຫຍ່ໆທີ່ມີ​ປະຊາຊົນໜາແໜ້ນກວ່າຄື​ການ​ໄດ້​ຮັບໄຂ​ຊະນະ​ຢູ່​ລັດ Florida ຈະ​ໄດ້ຮັບ 29 ຄະ​ແນນ​ຂອງ​ພວກຜູ້​ແທນ​. ການ​ຢັ່ງ ຫາງສຽງ​ຫວ່າງ​ມໍ່ມາ​ນີ້ ​ສະ​ແດງ​ໃຫ້​ເຫັນ​ວ່າຜູ້​ສະ​ໝັກ​ຂອງພັກ​ເດໂມ​ແຄຣັດທ່ານ​ນາງ Clinton ມີ​ຄະ​ແນນນຳ​ໜ້າ​ຄູ່​ແຂ່ງ​ຂອງ​ທ່ານ​ນາງ ຄື​ທ່ານ Trump ປະ ມານສີ່​ເປີ​ເຊັນ​ໃນ​ລັດ Florida.

ທ່ານ Trump ​ໄດ້​ໂຄສະນາ​ຫາ​ສຽງ​ຢູ່​ໃນ​ລັດ Florida ​ໃນ​ວັນ​ຈັນ​ວານ​ນີ້ ຮວມທັງ​ການຫາ​ສຽງ​ຢູ່​ເມືອງ Tampa ບ່ອນ​ທີ່​ທ່ານ​ໄດ້​ປະກາດ​ວ່າ ບໍ່​ພໍ​ພຽງແຕ່​ວ່າ ​ທ່ານຈະ​ຊະນະ ຢູ່​ລັດ Florida ​ເທົ່າ​ນັ້ນແຕ່​ຍັງ​ຊະນະ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດນຳ​ດ້ວຍ. ທ່ານກ່າວ​ວ່າການ​ເລືອກ​ຕັ້ງ ເປັນ​ໂອກາດ​ທີ່​ບໍ່​ຄ່ອຍ​ມີ​ ໃນ​ສຳລັບ​ປ່ອນ​ບັດ​ຕໍ່ຕ້ານພວກ​ຜູ້​ນຳ​ທາງ​ການ​ເມືອງ​.

ທ່ານ Trump ກ່າວ​ວ່າ “ການ​ໂຄສະນາ​ຫາ​ສຽງ​ຂອງ​ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ທີ່​ມີ​ໃນ​ຊີວິດ​ນຶ່ງ. ນີ້​ແມ່ນເທື່ອ​ນຶ່ງ​ໃນ​ຊີວິດ. ນີ້ແມ່​ນ​ໂອກາດ​ເທື່ອ​ສຸດ​ທ້າຍ​ຂອງ​ພວກ​ເຮົາ. ​ໃນ​ອີກ​ສີ່ປີ ມັນ​ຈະ​ບໍ່​ເກີດ​ຂຶ້ນ. ທ່ານ​ຕ້ອງ​ອອກ​ໄປ ​ແລະ​ລົງ​ຄະ​ແນນ​ສຽງ.”

ທ່ານຍັງ​ໄດ້​ປະຕິ​ເສດ ຕໍ່ການ​ໂຈມ​ຕີ​ທີ່​ມັກ​ມີ​ຂຶ້ນ​ໂດຍທ່ານ​ນາງ Clinton ທີ່ໄດ້​ຕັ້ງຄຳຖາມ​ກ່ຽວ​ກັບການ​ພົວພັນຂອງ​ທ່ານ Trump ​ກັບຣັດ​ເຊຍ ​ແລະ​ຜູ້ນຳ​ປະ ​ເທດ​ດັ່ງກ່າວ ທ່ານ Vladimir Putin. ທ່ານ​ນາງ Clinton ກ່າວ​ລະຫວ່າງ​ການ​ໂຕ້ວາ​ທີ​ເທື່ອ​ສຸດ​ທ້າຍໃນອາ ທິດ​ແລ້ວ​ນີ້ວ່າ ຜູ້ສະໝັກ​ພັກຣີພັບ​ບລິ​ກັນ “ພໍ ໃຈ​ໃນ​ຄຳ​ເວົ້າ​ຂອງ​ທ່ານ Putin ໂດຍ​ລົງ​ຊື່ໃນ​ບັນຊີ​ປາດ​ຖະໜາ​ຂອງ​ທ່ານ ທັບ​ມ້າງອົງການ NATO ​ເຮັດໃນ​ສິ່ງ​ທີ່​ທ່ານຕ້ອງການ​ຢາກ​ເຮັດ.”

ທ່ານ Trump ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄູ່​ແຂ່ງ​ຂອງ​ທ່ານຕິດ​ຕໍ່​ພົວພັນທ່ານ​ກັບຣັດ​ເຊ​ຍ “ຕະຫລອດ​ເວລາ.”

ທ່ານ​ກ່າວ​ວ່າ “​ແລະ​ເຂົາ​ເຈົ້າ​ເວົ້າ​ໃນ​ສິ່ງ​ທີ່​ບໍ່​ດີ​ກ່ຽວ​ກັບ Putin ​ແລະ​ເຂົາ​ເຈົ້າ​ຄວນ ຈະ​ເຈລະ ຈາ​ ​ກັບທ່ານ Putin ບໍ? ​ເປັນ​ຫຍັງ​ລາວ​ຈະ​ເຮັດ​ດັ່ງ​ນີ້? ທ່ານ​ທັງຫຼາຍ ພວກ​ເຮົາ​ບໍລິຫານ​ໂດຍຜູ້​ຄົນ​ທີ່​ບໍ່ເປັນ​ຄົນ​ສະຫລາດ.”

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂຄສະນາຫາສຽງຢູ່ ມະຫາວິທະຍາໄລ North Carolina.
ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂຄສະນາຫາສຽງຢູ່ ມະຫາວິທະຍາໄລ North Carolina.

ທ່າ​ນນາງ Clinton ​ໄດ້​ໃຊ້​ເວລາ ໃນ​ວັນ​ຈັນ​ວານ​ນີ້​ເພື່ອ​ໂຄສະນາ​ຫາ​ສຽງ ທີ່​ລັດ New Hampshire ທາງພາກ​ຕາ​ເວັນ​ອອກສຽງ​ເໜືອຂອງສະຫະລັດ ຊຶ່ງ​ຄັ້ງນຶ່ງ​ທ່າ​ນນາງ​ໄດ້ຕັ້ງ ຄຳ​ຖາມ​ວ່າ ທ່ານ Trump ມີ​ຄວາມ​ສາມາດ​ນຳພາ​ປະ​ເທດ​ຊາດ​ຫຼື​ບໍ່. ການ​ຕິຕຽນ​ຂອງ​ທ່ານ​ນາງ​ຮວມທັງການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Trump ກ່ຽວ​ກັບ​ການ​ໂຈມ​ຕີ​ທາງທະຫານຢູ່​ເມືອງ Mosul ປະ​ເທດ Iraq ​ໂດຍ​ກ່າວ​ວ່າ ການ​ຕິຕຽນ​ຂອງ​ທ່ານ Trump ​ແມ່ນ​ເທົ່າ​ກັບ​ເປັນ​ການ “ປະກາດ​ເສຍໄຊການ​ທີ່ການ​ສູ້​ລົບ​ຍັງ​ບໍ່ທັນ​ໄດ້​ເລີ້ມຂຶ້ນ​ເລີຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Early Voting
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG