ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ທີ່ຍິງສັງຫານໂຫດ ຢູ່ມັດທະຍົມ ລັດຟລໍຣິດາ ຖືກສານສັ່ງ ບໍ່ໃຫ້ປະກັນໂຕ


ຕຳຫລວດອາລັກຂາ ທ້າວນິໂກລັສ ຄຣູສ ໄປເຂົ້າຄຸກ
ຢູ່ສານເມືອງ ໂບຣວາດ.
ຕຳຫລວດອາລັກຂາ ທ້າວນິໂກລັສ ຄຣູສ ໄປເຂົ້າຄຸກ ຢູ່ສານເມືອງ ໂບຣວາດ.

ຊາຍ​ໜຸ່​ມ ທີ່​ມີ​ບັນຫາ ອາຍຸ 19 ປີ ​ທີ່​ຖືກ​ກ່າວ​ຫາ ໃນການຍິງ​ສັງຫານ​ໝູ່​ເທື່ອ​ຫລ້າ​ສຸດ
ຢູ່​ໃນ​ສະຫະລັດ ​ໄດ້​ຖືກ​ສັ່ງ​ໃຫ້​ກັກ​ຂັງ ໂດຍບໍ່ໃຫ້ມີ​ການ​ປະກັນ​ໂຕ ​ໃນ​ວັນ​ພະຫັດ​ວານ​
ນີ້ ​ລະຫວ່າງ​ການໄປປາກົດ​ໂຕ ເປັນ​ເວລາ​ສັ້ນໆ​ຢູ່​ສານ.

ທ້າ​ວນິໂກ​ລັສ ຄຣູສ ​ທີ່ຖືກ​ກ່າວ​ຫາວ່າ ​ຕັ້ງ​ໃຈ​ສັງຫານຄົນ ໃນ 17 ກະໂທງນັ້ນ ໄດ້​ປາ
ກົດ​ໂຕ​ຢູ່ສານລັດ​ຟລໍຣິດາ ໂດຍທີ່ມື​ຂອງ​ຂອງ​ລາວ​ໄດ້​ຖືກ​ໃສ່​ກັບ​ມື​ຕິດ​ກັບແອວ ​ແລະ
​ນຸ່ງ​ເຄື່ອງ​ນັກ​ໂທດສີ​ນໍ້າໝາກ​ກ້ຽງ. ທະນາຍຄວາ​ມຂອງ​ລາວ​ບໍ່​ໄດ້​ປະ​ທ້ວງ ​ຕໍ່ຄວາ​ມ
ຕ້ອງການ​ຂອງ​ໄອ​ຍະ​ການ ທີ່ຢາກໃຫ້​ທ້າວ​ຄູຣສຕິດຄຸກ​ໃນ​ຂະນະ ​ທີ່​ລາວລໍຖ້າການ
​ດຳ​ເນີນຄະດີ​ຂອງ​ສານ.

Accused Florida School Shooter Ordered Held Without Bond
please wait

No media source currently available

0:00 0:02:44 0:00

ຜູ້​ພິພາກສາ ກິມ ​ເທຣີຊາ ​ໂມລລິ​ກາ ກ່າວ​ຕໍ່​ທ້າວ​ຄຣູສວ່າ “​ເຈົ້າ​ຖືກ​ກ່າວ​ຫາໃນການ
​ກະທຳ​ຜິດ​ຈຳນວນ​ນຶ່ງ​ທີ່​ຮ້າຍ​ແຮງ.”

ຜູ້​ເຄາະ​ຮ້າ​ຍທັງ​ໝົດ 14 ຄົນ​ເປັນ​ນັກຮຽນ ​ແລະ​ສາມ​ຄົນ​ເປັນາຍຄູ ໄດ້ຮັບການສັນນະ
ສູດສົບແລ້ວ. ພວກເຄາະຮ້າຍເຫຼົ່ານີ້ ແມ່ນ​ຮວມທັງ​ພວກ​ນັກຮຽນທີ່​ມີ​ອາຍຸ​ຕ່ຳເຖິງ 14
ປີ ​ແລະ​ພວກນາຍຄູ​ທີ່​ໄດ້​ພະ​ຍາຍ​າມປ້ອງ​ກັນ​ນັກ​ຮຽນ​ເຂົາ​ເຈົ້າຈາກ ​ມື​ປືນ.

Trump on Tackling Mental Health Issues
please wait

No media source currently available

0:00 0:00:43 0:00

ການໄປ​ປາກົດ​ໂຕ​ຂອງ​ທ້າວ​ຄຣູສຢູ່​ສານ ​ໄດ້​ມີ​ຂຶ້ນ​ບໍ່ເທົ່າໃດ​ຊົ່ວ​ໂມງຫລັງຈາກປະທາ
ນາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ກ່າວຄຳປາໄສສັ້ນໆຢູ່​ທຳນຽບຂາວ ​ກ່ຽວກັບ​ໂສກ​ນາດຕະ
ກຳ ໂດຍກ່າວ​ວ່າ ທ່ານ​ໄດ້​ກ່າວ​ຕໍ່​ “ປະ​ເທດ​ຊາດດ້ວຍຄວາມ​ເສົ້າສະ​ຫຼົດ​ໃຈ.”

Miami Reporter on School Shooting Suspect
please wait

No media source currently available

0:00 0:01:06 0:00

ປະທານາທິບໍດີ​ທຣໍາກ່າວ​ວ່າ ທ່ານ​ຈະ​ພົບ​ປະ​ໃນ​ບໍ່​ຊ້າ​ນີ້​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຈາກ​ທົ່ວ​ປະ​
ເທດ “​ເພື່ອ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ທີ່​ຍາກ​ລໍາບາກ​ຂອງ​ໂຣກຈິດ" ​ໃນ​ການ​ປ້ອງ​ກັນ​ການ​ສັງຫານໝູ່ ​ແລະ​ເຮັດ​ໃຫ້​ໂຮງຮຽນ ປອດ​ໄພນັ້ນ ​ແມ່ນ "ບູລິ​ມາ​ສິດ​ສຳຄັນສຸດ​ຂອງພວກ
​ເຮົາ​.” ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ຂໍ້​ສະ​ເໜີ​ໃໝ່ ສຳລັບ​ຄວບ​ຄຸມ​ປືນ​ໃດໆ.

ຕຳຫລວດລາດຕະເວນຢູ່ນອກໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ທີ່ເມືອງພາກແລນ ລັດຟລໍຣິດາ.
ຕຳຫລວດລາດຕະເວນຢູ່ນອກໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ທີ່ເມືອງພາກແລນ ລັດຟລໍຣິດາ.

ຕໍ່​ມາ​ໃນ​ວັນ​ດຽວ​ກັນ ຫລາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ນອກໂຮງຮຽນມັດທະ
ຍົມມາ​ໂຈຣີ ສະ​ໂຕນ​ແມນ ດັກ​ກລາສ ຢູ່​ເມືອ​ງພາກ​ແລນ ລັດ​ຟຣໍຣິດາ ​ເພື່ອ​ໄວ້ອາ​
ໄລ​ ໃຫ້ແກ່ພວກທີ່ເສຍຊີວິດ. ການ​ໄຕ້ທຽນໄວ້ອາ​ໄລ​ໄດ້​ຈັດ​ຂຶ້ນ​ຢູ່​ທົ່ວ​ສະຫະລັດຮວມ
ທັງ​ລັດ​ຄາ​ລີ​ຟໍ​ເນຍ ລາສ​ເວ​ກັສ ​ເທັກ​ຊັສ ​ແລະ​ເຄັນ​ທັກ​ກີ.

ພວກນັກຮຽນພາກັນລໍຖ້າຢູ່ ໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ທີ່ເມືອງພາກແລນ ລັດຟລໍຣິດາ.
ພວກນັກຮຽນພາກັນລໍຖ້າຢູ່ ໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ທີ່ເມືອງພາກແລນ ລັດຟລໍຣິດາ.

ເຈົ້າ​ຄອງກຳແພງເມືອງ​ພາກ​ແລນ ທ່າ​ນນາງຄຣິສຕິນ ຮັນ​ສຊອບ​ສກີ ກ່າວຕໍ່​ໂທລະພາ​ບ
CNN ວ່າ​ພວກ​ພໍ່​ແມ່ “​ມີ​ຄວາມ​ຢ້ານ​ກົວ” ກ່ຽວກັບ ການ​ສົ່ງລູກເຕົ້າ ​ເຂົາ​ເຈົ້າ ​ກັບ​ຄືນ​ໄປ
​ໂຮງຮຽນ.

ທ້າວແມັກສ໌ ຊາກສ໌ ທີສອງຈາກຊ້າຍ 14 ປີ ນັກຮຽນ ໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ກ່າວຕໍ່ບັນດານັກຂ່າວ.
ທ້າວແມັກສ໌ ຊາກສ໌ ທີສອງຈາກຊ້າຍ 14 ປີ ນັກຮຽນ ໂຮງຮຽນ ມັດທະຍົມ ມາໂຈຣີ ສະໂຕນແມນ ດັກກລັສ ກ່າວຕໍ່ບັນດານັກຂ່າວ.

ຜູ້​ຈັດ​ລາຍການ​ໂທລະພາບ​ຕອນ​ກາງ​ຄືນ ​ທ່ານຈິ​ມມີ ຄິມ​ແມ​ລ ກ່າວວ່າ “ເດັກນ້ອຍຖືກ
ຂ້າຕາຍ ເຮັດຫຍັງຈັກຢ່າງດຸ” ແລະທ່ານໄດ້ກ່າວ ​ດ້ວຍນໍ້າ​ສຽງ​ທີ່​ເຫັນ​ອົກ​ເຫັນ​ໃຈ ​ຢູ່ໃນ​
ລາຍການ​ຂອງ​ທ່ານ ​ໃນ​ຕອນ​ແລງ​ວັນ​ພະຫັດວານ​ນີ້ ໂດຍ ຮຽກຮ້ອງໃຫ້​ທ່າ​ນທຣໍາ​ ເອົາ​
ບາດກ້າວ​ຢຸດ “ການ​ຍິງຜູ້ຄົນ​ທີ່​ບໍ່ມີ​ຄວາມ​ປານີ​ນັ້ນ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG