ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຟລໍຣີດາ ຮັບຜ່ານ ມາດຕະການ ຄວບຄຸມປືນ ແຕ່ຄຳຕອບ ຂອງຜູ້ປົກຄອງລັດ ຍັງບໍ່ແນ່ນອນ


ດອກໄມ້ຕ່າງໆນາໆ ແລະສິ່ງຂອງທີ່ລະລຶກທັງຫຼາຍ ສາມາດແນມເຫັນໄດ້ ນຶ່ງມື້ຫຼັງພວກນັກຮຽນ ແລະ ບັນດາຜູ້ປົກຄອງ ໄດ້ພາກັນເຂົ້າຮ່ວມ ການສົນທະນາ ຢູ່ທີ່ໂຮງຮຽນມັດທະຍົມ Marjory Stoneman Douglas ຢ່າງສະໝັກໃຈ, ວັນທີ 25 ກຸມພາ 2018.
ດອກໄມ້ຕ່າງໆນາໆ ແລະສິ່ງຂອງທີ່ລະລຶກທັງຫຼາຍ ສາມາດແນມເຫັນໄດ້ ນຶ່ງມື້ຫຼັງພວກນັກຮຽນ ແລະ ບັນດາຜູ້ປົກຄອງ ໄດ້ພາກັນເຂົ້າຮ່ວມ ການສົນທະນາ ຢູ່ທີ່ໂຮງຮຽນມັດທະຍົມ Marjory Stoneman Douglas ຢ່າງສະໝັກໃຈ, ວັນທີ 25 ກຸມພາ 2018.

ເມື່ອວັນພຸດວານນີ້ ບັນດາສະມາຊິກສະພາ ຂອງລັດຟລໍຣີດາ ໄດ້ຮັບຜ່ານກົດໝາຍວ່າ
ດ້ວຍປືນ ສະບັບໃໝ່ ເຖິງແມ່ນວ່າ ສະມາຄົມປືນຍາວແຫ່ງຊາດ ໄດ້ວິ້ງເຕັ້ນຫາທາງຕໍ່
ຕ້ານກົດໝາຍນີ້ກໍຕາມ ເຊິ່ງເປັນການສະແດງໃຫ້ເຫັນ ເຖິງຜົນກະທົບຂອງເຫດການຍິງ
ສັງຫານ ໃນໂຮງຮຽນຢູ່ເມືອງ ພາກແລນ ຕໍ່ທັດສະນະຄະຕິ ກ່ຽວກັບການຄວບຄຸມປືນ
ຂອງບັນດາສະມາຊິກສະພາ.

ສະພາຕ່ຳຂອງລັດດັ່ງກ່າວ ໄດ້ຮັບຮອງເອົາຮ່າງກົດໝາຍນີ້ ດ້ວຍຄະແນນ 67 ສຽງຕໍ່
50 ສຽງ ໃນວັນພຸດວານນີ້ ຫຼັງຈາກທີ່ສະພາສູງຂອງລັດ ໄດ້ຮັບຮອງເອົາມັນໄປແລ້ວ
ໃນວັນຈັນຜ່ານມາ. ບັດນີ້ ມັນກໍຈະຖືກສົ່ງໄປຫາ ຜູ້ປົກຄອງລັດຟລໍຣີດາ ທ່ານ ຣິກ
ສກັອດ ຜູ້ທີ່ສະໜັບສະໜູນຮ່າງກົດໝາຍຊົ່ວຄາວ ເປັນສ່ວນໃຫຍ່ ແຕ່ບໍ່ທັງໝົດ. ທ່ານ
ໄດ້ກ່າວບອກບັນດານັກຂ່າວ ໃນວັນພຸດວານນີ້ ວ່າ “ຂ້າພະເຈົ້າ ຈະອ່ານຮ່າງກົດໝາຍ
ກ່ອນ ແລະ ຂ້າພະເຈົ້າຈຶ່ງຈະໂອ້ລົມກັບພວກຜູ້ປົກຄອງທັງຫຼາຍ...ເປົ້າໝາຍຂອງຂ້າ
ພະເຈົ້າ ກໍແມ່ນວ່າ ສິ່ງນີ້ຈະບໍ່ເກີດຂຶ້ນອີກຕໍ່ໄປ ກັບຜູ້ປົກຄອງ ໃນລັດຂອງພວກເຮົາ.”

ທ່ານສກັອດ ໄດ້ປະຕິຍານທີ່ຈະອ່ານຮ່າງກົດໝາຍ “ແຕ່ລະແຖວ” ແຕ່ບໍ່ໄດ້ສັນຍາວ່າ
ຈະເຊັນມັນ.

ກົດໝາຍວ່າດ້ວຍປືນ ໄດ້ມີຂຶ້ນ ຫຼັງຈາກເຫດການຍິງສັງຫານໃນໂຮງຮຽນ ຢູ່ທີ່ເມືອງ
ພາກແລນ ຂອງລັດຟລໍຣີດາ ເມື່ອວັນທີ 14 ກຸມພາ ຜ່ານມາ ເຊິ່ງປາກົດວ່າ ອະດີດ
ນັກຮຽນຂອງໂຮງຮຽນດັ່ງກ່າວ ອາຍຸ 19 ປີ ໄດ້ສັງຫານ 17 ຄົນ ຢູ່ທີ່ໂຮງຮຽນມັດທະຍົມ
Marjory Stoneman Douglas ດ້ວຍປືນລຸ້ນ AR-15 ທີ່ເປັນແບບອາວຸດໂຈມຕີ.

ກົດໝາຍດັ່ງກ່າວ ຮຽກຮ້ອງໃຫ້ມີການຄອຍຖ້າ ໄລຍະ 3 ວັນ ສຳລັບການຊື້ປືນຍາວ
ສ່ວນໃຫຍ່ ແລະ ການຍົກອາຍຸຂັ້ນຕ່ຳຂອງຜູ້ຊື້ອາວຸດເຊັ່ນທີ່ກ່າວມານັ້ນ ຂຶ້ນ ຈາກ 18
ປີ ເປັນ 21 ປີ. ມັນຍັງຫ້າມການມີຢູ່ໃນຄອບຄອງ ຫຼື ການຂາຍ ບຳສຕັອກສ໌ ທີ່ເປັນ
ອຸປະກອນເຮັດໃຫ້ສາມາດດັດແປງປືນໃຫ້ຍິງດ້ວຍຄວາມໄວແບບອາວຸດອັດຕະໂນມັດ
ໄດ້.

ບຳສຕັອກສ໌ ບໍ່ແມ່ນເງື່ອນໄຂໃນການຍິງສັງຫານຢູ່ທີ່ເມືອງພາກແລນ ແຕ່ພວກມັນໄດ້ ຖືກນຳໃຊ້ໃນການຍິງສັງຫານໝູ່ຢູ່ໃນເມືອງ ລາດສ໌ ເວກັສ ໃນເດືອນຕຸລາປີກາຍນີ້ ເຊິ່ງ
ເຮັດໃຫ້ 58 ຄົນເສຍຊີວິດ ແລະ ໄດ້ກາຍເປັນສ່ວນນຶ່ງຂອງການສົນທະນາ ກ່ຽວກັບ
ການຄວບຄຸມປືນ ນັບຕັ້ງແຕ່ນັ້ນມາ.

ອີງຕາມ ສະພານິດຕິບັນຍັດ ຂອງລັດຟລໍຣີດາ ພວກເຈົ້າໜ້າທີ່ພິທັກກົດໝາຍ ຈະໄດ້ຮັບ ອຳນາດ ໃນການຍຶດເອົາອາວຸດດັ່ງກ່າວ ອອກຈາກພວກຄົນຜູ້ທີ່ເຫັນວ່າ ມີຄວາມສ່ຽງ
ທີ່ຈະກໍ່ຄວາມຮຸນແຮງ ເປັນການຊົ່ວຄາວ. ສະພາດັ່ງກ່າວ ຍັງຈະຈັດຕັ້ງຂັ້ນຕອນດ້ານ
ຕຸລາການໃໝ່ຂຶ້ນ ເພື່ອທີ່ຈະນຳເອົາປືນ ແລະລູກປືນ ອອກຈາກພວກຄົນ ທີ່ເຫັນວ່າ
ຈະເປັນໄພຂົ່ມຂູ່ຕໍ່ພວກຜູ້ກ່ຽວເອງ ແລະພວກຄົນອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG