ທ່ານຣິກ ສກ໊ອຕ ສັງກັດພັກຣີພັບບລີກັນ ໄດ້ຊະນະບ່ອນນັ່ງໃນສະພາສູງສະຫະລັດ
ຈາກລັດຟລໍຣີດາ,ໄດ້ຊະນະບ່ອນນັ່ງໃນສະພາສູງສະຫະລັດ ຈາກລັດຟລໍຣີດາ,
ໄດ້ຊະນະທ່ານບິລ ແນລຊັນ ເຮັດໃຫ້ການກ່າວຫາການຟ້ອງຮ້ອງ ແລະໃສ່ຄວາມ
ແລະການປະເຊີນກັບການສູ້ຄວາມທີ່ເປັນເວລາ 2 ສັບປະດາ ເສັດສິ້ນລົງ.
ທ່ານສກ໊ອຕ ກ່າວວ່າ ທ່ານແນລຊັນ “ຍອມຮັບຢ່າງອ່ອນຊ້ອຍ” ໃນການເລືອກຕັ້ງ
ຂອງວັນອາທິດ ຫຼັງຈາກທີ່ໄດ້ມີການນັບດ້ວຍມື ແບບບັງຄັບ ຂອງການນັບຄືນໃໝ່
ທີ່ເຮັດໃຫ້ຜູ້ປົກຄອງ ລັດຟລໍຣີດາ ຊະນະຄະແນນ ປະມານ 10,000 ສຽງນັ້ນ.
ເຈົ້າໜ້າທີ່ກຳກັບການເລືອກຕັ້ງຂອງລັດ ຈະຄາດວ່າ ຈະມີການຍອມຮັບຜົນຂອງ
ການເລືອກຕັ້ງຢ່າງເປັນການ ໃນວັນອັງຄານມື້ອື່ນ.
ທ່ານແນລຊັນ ຜູ້ທີ່ຢູ່ໃນຕຳແໜ່ງ ແມ່ນເບິ່ງຄືວ່າ ທ່ານຈະອອກບຳນານ ຈາກທາງ
ການເມືອງ. ທ່ານໄດ້ຢູ່ໃນຕຳແໜ່ງເປັນສະມາຊິກສະພາສູງສະຫະລັດ ຈາກລັດ
ຟລໍຣີດາ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ຫຼັງຈາກທີ່ໄດ້ຮັບຕຳແໜ່ງເປັນສະມາຊິກ
ສະພາຕ່ຳ ມາເປັນເວລາ 12 ປີ ມາກ່ອນແລ້ວ.
ທ່ານສກ໊ອຕ ໄດ້ນຳໜ້າທ່າແນລຊັນ ໃນຄ່ຳຄືນການເລືອກຕັ້ງ ປະມານ 15,000
ຄະແນນສຽງ ໂດຍການນັບດ້ວຍເຄື່ອງນັບ ທີ່ນັບຄືນ ທີ່ບໍ່ໄດ້ຮວມເອົານັ້ນ. ນີ້ແມ່ນ
ການນັບຄືນເປັນຄັ້ງທີ 2 ແຕ່ຄັ້ງນີ້ ເປັນການນັບດ້ວຍມື.
ໃນຂະນະດຽວກັນນີ້ ທັງສອງພັກເດໂມແຄຣັດແລະພັກຣີພັບບລີກັນ ໄດ້ທຳການ
ຟ້ອງຮ້ອງຫຼາຍອັນ ທີ່ພົວພັນກັບການນັບຄືນໃໝ່ນີ້, ທີ່ຮວມທັງ ອັນນຶ່ງທີ່ໄດ້ກ່າວວ່າ
ບັດທັງຫຼາຍແມ່ນບໍ່ໄດ້ນັບ ຍ້ອນວ່າລາຍເຊັນ ບໍ່ຕົງກັບລາຍເຊັນທີ່ມີຢູ່ໃນທະບຽນ.
ມັນຍັງມີບັນຫາຫຼາຍໆອັນ ທີ່ພົວພັນກັບການນັບດ້ວຍເຄື່ອງເອເລັກໂທນິກ
ແລະການນັບຄືນອັນນຶ່ງແມ່ນມີຄະແນນ 800 ສຽງຂາດໄປຈາກ ຈຳນວນດັ້ງເດີມ
ທີ່ນັບນັ້ນ.
ປະທານາທິບໍດີທຣຳ ໄດ້ກ່າວຫາ ທ່ານແນລຊັນ ແລະການຂີ້ລັກຂອງພັກເດໂມ
ແຄຣັດແລະພະຍາຍາມທີ່ຈະລັກຂະໂມຍການເລືອກຕັ້ງ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ