ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຮີ​ຣິ​ເຄນ ໄມ​ເກິ​ລ ເຮັດ​ໃຫ້ 6 ຄົນ ເສຍ​ຊີ​ວິດ ໃນ ລັດ​ຟ​ລໍ​ຣິ​ດາ ແຕ່​ກໍ​ໄດ້ອ່ອນຄວາມ​ແຮງ​ລົງ​ແລ້ວ


ຊ​າກ​ຫັກ​ພັງ ທີ່​ເຫັນ​ຢູ່​ໃນເມືອງ​ຫາດ​ເມັກ​ຊິ​ໂກ ລັດ​ຟ​ລໍ​ຣິ​ດາ ພາຍ​ຫລັງ​ທີ່​ມີລົມ​ພາ​ຍຸ​ເຮີ​ຣິ​ເຄນໄມ​ເກິ​ລ ​ພັດ​ເຂົ້າປະ​ທະ​ເຂດ​ດັ່ງ​ກ່າວ​ໄປ​ແລ້ວໃນ​ວັນ​ທີ 11 ຕຸ​ລາ, 2018.
ຊ​າກ​ຫັກ​ພັງ ທີ່​ເຫັນ​ຢູ່​ໃນເມືອງ​ຫາດ​ເມັກ​ຊິ​ໂກ ລັດ​ຟ​ລໍ​ຣິ​ດາ ພາຍ​ຫລັງ​ທີ່​ມີລົມ​ພາ​ຍຸ​ເຮີ​ຣິ​ເຄນໄມ​ເກິ​ລ ​ພັດ​ເຂົ້າປະ​ທະ​ເຂດ​ດັ່ງ​ກ່າວ​ໄປ​ແລ້ວໃນ​ວັນ​ທີ 11 ຕຸ​ລາ, 2018.

ສູນ​ກາງ​ເຮີ​ຣິ​ເຄນ​ແຫ່ງ​ຊາດ​ກ່າວໃນ​ວັນ​ພະ​ຫັດ​ວານນີ້ເວົ້​າວ່າ ລົມ​ພາ​ຍຸ​ເຮີ​ຣິ​ເຄນໄມ​ເກິ​ລກຳ​
ລັງເຄື່ອນ​ອອກ​ຈາກແຄມ​ຝັ່ງ​ທະ​ເລ​ຂອງລັດ​ເວີ​ຈີ​ເນຍເຂົ້າ​ສູ່​ມະ​ຫາ​ສະ​ໝຸດແອັດແລນ​ຕິກ​.

ອີງ​ຕາມ​ພວກ​ນັກ​ພະ​ຍາ​ກອນ​ອາ​ກາດ, ເຖິງ​ຢ່າງ​ໃດ​ກໍ​ຕາມປະ​ຊາ​ຊົນ​ບາງ​ພາກ​ໃນ​ລັດ​ຄາ​ໂຣ​
ໄລ​ນາ​ເໜືອ ແລະຕອນໃຕ້​ຂອງພາກ​ກາງ​ມະ​ຫາ​ສະ​ໝຸດແອັດແລນ​ຕິກຍັງຮູ້​ສຶກວ່າ “ລົມ​
ແຮງ​ທີ່​ພາ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ແລະ​ນ້ຳ​ຖ້ວມແບບ​ກະ​ທັນ​ຫັນນັ້ນ” ຍັງ​ຫລົງ​ເຫລືອ​ຢູ່​.

Florida Assesses Damage After Hurricane Michael
please wait

No media source currently available

0:00 0:02:02 0:00

ເຮີ​ຣິ​ເຄນ​ໄມ​ເກິີລ ຍັງ​ຮັກ​ສາ​ຄວາມ​ແຮງແບບ​ຄົງ​ຕົວ​ຢູ່ໃນ​ລະ​ດັບ 85 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
ແຕ່​ໃນ​ບາງ​ຄັ້ງ​ກໍ​ມີ​ຫົວ​ລົມ​ແຮງ​ຢູ່ໃນ​ລະ​ດັບທີ່​ສູງກວ່ານັ້ນ.

ໃນ​ຕອນ​ເຊົ້າໆ​ຂອງວັນ​ພະ​ຫັດ​ວານນີ້ວ່າ ​ເຮີ​ຣິ​ເຄນໄມ​ເກິ​ລຍັງ​ໄດ້​ພາ​ໃຫ້​ເກີດ​ລົມ​ແຮງ
ແລະ​ຝົນ​ຕົກ​ໜັກຢູ່​ໃນ​ຫຼາຍ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ສຽງໃຕ້​ຂອງ​ສະ​ຫະລັດ ພາຍ​ຫລັງ
​ທີ່ໄດ້ທຳ​ລາຍ​ຫລາຍ​ສ່ວນ​ຂອງເຂດ​ຕາ​ເວັນ​ຕົກ​ສຽງເໜືອ​ສຸດຂອງ​ລັດ​ຟ​ລໍ​ຣິ​ດາ.

ມີ​ລາຍ​ງານ​ວ່າ ຢ່າງ​ໜ້ອຍ​ 6 ຄົນ ໄດ້ເສຍ​ຊີ​ວິດ​ໄປ ​ຍ້ອນ​ເຮີ​ຣິ​ເຄນໄມ​ເກິ​ລ ຊຶ່ງ​ເປັນລົມ
ພາ​ຍຸ​ເຮີ​ຣິ​ເຄນ ທີ່​ມີ​ພະ​ລັງ​ແຮງ​ທີ່​ສຸດ ​ໃນ​ປະ​ຫວັດ​ສາດຂອງ​ເຂດ​ດັ່ງ​ກ່າວ ແລະ​ກໍ​ເປັນ
ລົມພາ​ຍຸ​ເຮີ​ຣິ​ເຄນ ​ທີ່​ມີ​ຄວາມ​ຮ້າຍ​ແຮງ​ອັນ​ດັບ​ສາມທີ່​ໄດ້​ປະ​ທະ​ແຜ່ນ ​ດິນ​ໃຫຍ່​ຂອງ​
ສະ​ຫະ​ລັດ.

ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຈຳ​ນວນ​ຄົນ​ເສຍ​ຊີ​ວິດຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ ໃນ​ຂະ​ນະ​ທີ່ພະ​ນັກ
​ງານ​ກູ້​ໄພ​ພາ​ກັນ​ຟ້າວ​ໄປ​ຊ່ວຍ​ຊຸມ​ຊົນ​ທີ່​ຖືກ​ກະ​ທົບ​ໂດຍ​ພາ​ຍຸ​ນີ້ ຢູ່.

ນາງ ແຄ​ລ​ເຊ ຖືກ​ຊ່ວຍ​ເຫລືອ​ໃຫ້​ອອກ​ຈາກ​ເຮືອນ​ທີ່​ຖືກທຳ​ລາຍ​ໂດຍ​ພາ​ຍຸ​ເຮີ​ຣິ​ເຄນ ໄມ​ເກິງ ໃນ​ລັດ​ຟ​ລໍ​ຣິ​ດາ
ນາງ ແຄ​ລ​ເຊ ຖືກ​ຊ່ວຍ​ເຫລືອ​ໃຫ້​ອອກ​ຈາກ​ເຮືອນ​ທີ່​ຖືກທຳ​ລາຍ​ໂດຍ​ພາ​ຍຸ​ເຮີ​ຣິ​ເຄນ ໄມ​ເກິງ ໃນ​ລັດ​ຟ​ລໍ​ຣິ​ດາ

ນຶ່ງມື້​ພາຍ​ຫ​ລັງ​ທີ່​ພາ​ຍຸ​ເຮີ​ຣິ​ເຄນໄມ​ເກິ​ລ ໄດ້ພັດເຂົ້າທຳ​ລາຍເຂດ​ຕາ​ເວັນ​ຕົກ​ສຽງເໜືອ
​ສຸດຂອງ​ລັດ​ຟ​ລໍ​ຣິ​ດາ, ທ່ານ ຣິກ ສະ​ກັອດ (Rick Scott), ຜູ້​ປົກ​ຄອງ​ລັດຟ​ລໍ​ຣິ​ດາໄດ້
ໃຫ້​ສັນ​ຍາ​ວ່າ ລັດ​ຖະ​ບານ​ຂອງ​ທ່ານຈະໃຫ້ການ​ບັນ​ເທົາ​ທຸກ​ຢ່າງ​ແຂງ​ຂັນ.

“ພວກ​ເຮົາ​ຈະ​ຟື້ນ​ຟູ​ຄືນ ແລະ​ຕອບ​ສະ​ໜອງ​ຢ່າງ​ແຂງ​ຂັນ ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້ຕໍ່​ໜ້ານີ້
ແລະ​ຈະ​ເຮັດ​ທຸກ​ສິ່ງທຸກ​ຢ່າງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຊ່ວຍ​ຊຸມ​ຊົນ​ຂອງ​ພວກ
​ເຮົາ ທີ່​ໄດ້​ປະ​ເຊີນ​ກັບ​ຜົນ​ກະທົບ​ ຂອງ​ພາ​ຍຸ​ທີ່​ຫາ​ຍະ​ນະ​ນີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ
​ສະ​ກັອດ.

ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໂດຍ​ພາ​ຍຸ​ເຮີ​ຣີ​ເຄນໃຫ້​ພາ​ກັນ ຢູ່​ໃນ
​ເຮືອນ​ ເພື່ອອຳ​ນວຍ​ໃຫ້​ພະ​ນັກ​ງານ​ກູ້​ໄພ​ສຸກ​ເສີນ​ສາ​ມາດ​ປະ​ຕິ​ບັດ​ງານ​ຂອງ​ພວກ
​ເຂົາ​ເຈົ້າໄດ້.

ຊ​າກ​ຫັກ​ພັງຢັງ​ຢາຍ​ຢູ່​ໃນເຂດ​ແຄມ​ທະ​ເລ​ແມັກ​ຊິ​ໂກ, ລັດ​ຟ​ລໍ​ຣິ​ດາ ພາຍ​ຫລັງ​ທີ່​ມີລົມ​ພາ​ຍຸ​ເຮີ​ຣິ​ເຄນໄມ​ເກິ​ລ ທີ່ປະ​ທະ​ເຂດ​ດັ່ງ​ກ່າວອອກ​ໄປ​ແລ້ວໃນ​ວັນ​ທີ 11 ຕຸ​ລາ, 2018
ຊ​າກ​ຫັກ​ພັງຢັງ​ຢາຍ​ຢູ່​ໃນເຂດ​ແຄມ​ທະ​ເລ​ແມັກ​ຊິ​ໂກ, ລັດ​ຟ​ລໍ​ຣິ​ດາ ພາຍ​ຫລັງ​ທີ່​ມີລົມ​ພາ​ຍຸ​ເຮີ​ຣິ​ເຄນໄມ​ເກິ​ລ ທີ່ປະ​ທະ​ເຂດ​ດັ່ງ​ກ່າວອອກ​ໄປ​ແລ້ວໃນ​ວັນ​ທີ 11 ຕຸ​ລາ, 2018

ທ່ານ ວິ​ລ​ລຽ​ມ “ບ​ຣັອກ” ລອງ, ຜູ້​ບໍ​ລິ​ຫານອົງ​ການ​ຄຸ້ມ​ຄອງໄພ​ສຸກ​ເສີນ​ຂອງ​ລັດ​ຖະ​ບານ​ກາງ
ຫລື FEMA ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ​ຜ່ານ​ໂທ​ລະ​ພາບ CNN ວ່າ “ການ​ຊອກ​ຄົ້ນຫາຄົນ
ແລະ​ຊ່ວຍ​ກູ້​ໄພ ໄດ້​ໄປ​ເຖິງ​ບ່ອນ​ທີ່​ພວກເຮົາ​ເພັ່ງ​ເລັງ ໃສ່​ທີ່​ສຸດ​ໃນ​ມື້​ເຊົ້າ​ນີ້." ທ່ານ​ລອງ​ຍັງ​
ເວົ້າ​ອີກວ່າ ເຂດ​ຫາດ​ຊາຍ​ແຄມ​ທະ​ເລ​ແມັກ​ຊິ​ໂກ, ລັດ​ຟ​ລໍ​ຣິ​ດາ, “ໄດ້​ຖືກ​ພັດ​ທຳ​ລາຍ​ແບບ
​ຮາບ​ຄາບ" ​ຈາກ​ລະ​ດັບ​ນ້ຳ​ທະ​ເລທີ່​ສູງ​ຂຶ້ນຍ້ອນ​ຄວາມ​ແຮງ​ຂອງ​ລົມ​ດັ່ງ​ກ່າວ ແລະ​ກຳ​ລັງ
ມີ​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມເພື່ອ​ຈະ “ເອົາ​ທີມງານ​ຕ່າງໆ ເຂົ້າ​ໄປ​ໃນ​ພື້ນ​ທີ່ນັ້ນ
​ເພື່ອທຳ​ການ​ປະ​ເມີນຄວາມ​ເສຍ​ຫາຍ.”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG