ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສາທາລະນະສຸກ ສະຫະລັດ ອອກ ຄຳເຕືອນ ກ່ຽວກັບ ໄວຣັສ Zika ໃນລັດ Florida


ທ່ານ Evaristo Miqueli, ເຈົ້າໜ້າທີ່ຊັບພະຍາກອນທຳມະ
ຊາດ ພ້ອມກັບໜ່ວຍຄວບຄຸມຍຸງຂອງເມືອງ Broward ຕັກ
ເອົາຕົວຢ່າງນ້ຳແລ້ວລິນລົງຈາກ ໂຖນ້ຳ, ຊອກຫາໜອນ
ນ້ຳຢູ່ເມືອງ Pembroke Pines, ລັດ Florida, 28 ມິຖຸນາ, 2016.
ທ່ານ Evaristo Miqueli, ເຈົ້າໜ້າທີ່ຊັບພະຍາກອນທຳມະ ຊາດ ພ້ອມກັບໜ່ວຍຄວບຄຸມຍຸງຂອງເມືອງ Broward ຕັກ ເອົາຕົວຢ່າງນ້ຳແລ້ວລິນລົງຈາກ ໂຖນ້ຳ, ຊອກຫາໜອນ ນ້ຳຢູ່ເມືອງ Pembroke Pines, ລັດ Florida, 28 ມິຖຸນາ, 2016.

ສູນຄວບຄຸມໂຣກ ຂອງ ສະຫະລັດ ໄດ້ເຕືອນບັນດາແມ່ຍິງທີ່ຖືພາໃນວັນຈັນວານນີ້ວ່າ ບໍ່ ໃຫ້ເດີນທາງໄປຂົງເຂດໜຶ່ງໃນລັດ Florida ທີ່ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງ ສະຫະ ລັດ ບ່ອນທີ່ກໍລະນີໃໝ່ຂອງການຕິດເຊື້ອໄວຣັສ Zika ໄດ້ຖືກຄົ້ນພົບ.

ບັນດາເຈົ້າໜ້າທີ່ລັດ Florida ໄດ້ຄົ້ນພົບກໍລະນີການຕິດເຊື້ອໄວຣັສ Zika ເພື່ອເຕີມ 10 ກໍລະນີ, ເພີ່ມຈຳນວນທັງໝົດເປັນ 14 ກໍລະນີ ແລະ ໄດ້ກະຕຸ້ນໃຫ້ຜູ້ປົກຄອງລັດທ່ານ Rick Scott ຕ້ອງຂໍການຊ່ວຍເຫຼືອຈາກລັດຖະບານກາງ ເພື່ອຕໍ່ສູ້ກັບການແຜ່ລະບາດ ຂອງໄວຣັສດັ່ງກ່າວ.

ໂຄສົກທຳນຽບຂາວ ທ່ານ Eric Schultz ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ “ມີກຸ່ມໜຶ່ງໄດ້ຖືກສົ່ງໄປໂດຍ ສູນຄວບຄຸມໂຣກ ໃນທັນທີທັນໃດ ເພື່ອພວກເຮົາຈະສາ ມາດເຮັດວຽກກັບທີມງານຂອງຜູ້ປົກຄອງລັດ ທ່ານ Scott ຢູ່ໃນພື້ນທີ່ໜຶ່ງໃນພາກໃຕ້ ລັດ Florida."

ທ່ານ Scott ໄດ້ກ່າວວ່າ ທຸກໆກໍລະນີຂອງ ໄວຣັສ Zika ທີ່ໄດ້ຖືກຮັບຮູ້ໃນລັດ Florida ແມ່ນໄດ້ເກີດມາຈາກຍຸງທີ່ມີຢູ່ໃນທ້ອງຖິ່ນ.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງລັດເຊື່ອວ່າ ການແຜ່ລະບາດຂອງ ໄວຣັສ Zika ແມ່ນໄດ້ຖືກຈຳກັດຢູ່ພື້ນທີ່ໜຶ່ງຕາລາງໄມ ໃນເມືອງ Miami Dade, ຕັ້ງຢູ່ບໍ່ໄກໃນທິດ ເໜືອຂອງຕົວເມືອງ Miami. ບໍລິເວນດັ່ງກ່າວແມ່ນກຳລັງມີການດັດແປງຢ່າງວ່ອງໄວ ແລະ ມີສະຖານທີ່ກໍ່ສ້າງຈຳນວນຫຼາຍ ບ່ອນທີ່ມີ ນ້ຳຂັງຖືກສະສົມໄວ ແລະ ເປັນບ່ອນ ເພາະພັນສຳລັບພວກຍຸງທັງຫຼາຍ.

ພ້ອມກັນນັ້ນ ການຕັກເຕືອນ ກ່ຽວກັບ ການທ່ອງທ່ຽວ ໄດ້ເພັ່ງເລັງໃສ່ພວກແມ່ຍິງທີ່ຖືພາ, ສູນຄວບຄຸມໂຣກກ່າວວ່າ ບັນດາແມ່ຍິງຢູ່ໃນບໍລິເວນເມືອງ Miami ຄວນພະຍາຍາມ ດ້ວຍທຸກວິທີທາງ ເພື່ອຫຼີກລ່ຽງການຖືກຍຸງກັດ.

ບັນດາເຈົ້າໜ້າທີ່ໄດ້ລະບຸເຫັນ 6 ກໍລະນີໃໝ່ເວລາດຳເນີນກວດກາເບິ່ງແຕ່ລະເຮືອນໄປ ໃນຊຸມຊົນ.

ໃນວັນສຸກທີ່ຜ່ານມານີ້, ບັນດາເຈົ້າໜ້າທີ່ໄດ້ປະກາດເຖິງ 4 ກໍລະນີຂອງໄວຣັສ Zika, ເຊິ່ງ ເຊື່ອວ່າຈະເປັນກໍລະນີການຕິດເຊື້ອຄັ້ງທຳອິດຈາກຍຸງທີ່ຢູ່ພາຍໃນ 50 ລັດຂອງ ສະຫະ ລັດ.

Florida Officials Seek Federal Help to Prevent Spread of Zika
please wait

No media source currently available

0:00 0:01:50 0:00
XS
SM
MD
LG