ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບຜູ້ເສຍຊີວິດເພີ້ມຂຶ້ນ ຂະນະທີ່ມີການຄົ້ນ ຊາກຫັກພັງຂອງຕຶກຄອນໂດມີນຽມພັງ ໃນລັດຟລໍຣິດາ


ພວກກູ້ໄພໄດ້ຫາມຄານໃສ່ສົບຄົນທີ່ຄົ້ນພົບຢູ່ບ່ອນທີ່ຕຶກຄອນໂດ Champlain Towers South ພັງລົງນັ້ນໄປ ຢູ່ໃນເມືອງ Surfside, ລັດຟລໍຣິດາ, ວັນທີ 5 ກໍລະກົດ, 2021
ພວກກູ້ໄພໄດ້ຫາມຄານໃສ່ສົບຄົນທີ່ຄົ້ນພົບຢູ່ບ່ອນທີ່ຕຶກຄອນໂດ Champlain Towers South ພັງລົງນັ້ນໄປ ຢູ່ໃນເມືອງ Surfside, ລັດຟລໍຣິດາ, ວັນທີ 5 ກໍລະກົດ, 2021

ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພຄົ້ນຊາກຫັກພັງຂອງຕຶກຄອນໂດມີນຽມທີ່ພັງລົງໃນພາກໃຕ້ຂອງລັດຟລໍຣິດາໃນຕອນແລງວັນຈັນວານນີ້ ກໍມີຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຊຶ່ງເຮັດໃຫ້ຈໍານວນຜູ້ເສຍຊີວິດທັງໝົດເປັນ 28 ຄົນ ແລະຈຳນວນຄົນທີ່ຍັງບໍ່ທັນຮູ້ຊາຕາກໍາມີເຖິງ 117 ຄົນ.

ທ່ານແອແລນ ຄອມມິນສກີ (Alan Cominsky), ຫົວໜ້າໜ່ວຍກູ້ໄພຂອງພະແນກດັບເພີງຄາວຕີໄມອາມີ-ເດດ (Miami-Dade) ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ ພະນັກງານຄົ້ນຫາ ແລະກູ້ໄພກຳລັງ “ກ້າວໄປຂ້າງໜ້າຢ່າງວ່ອງໄວສຸດຂີດ” ແລະປັດຈຸບັນ ສາມາດເຂົ້າໄປໃນຊາກຫັກພັງໄດ້ຢ່າງປອດໄພຫລັງຈາກສ່ວນທີ່ເຫລືອຂອງອາຄານໄດ້ຖືກທຳລາຍໄປແລ້ວໃນຕອນກາງຄືນວັນອາທິດຜ່ານມາ.

ທ່ານ ຄອມມິນສກີ (Cominsky) ກ່າວວ່າ ພວກພະນັກງານຈະຕ້ອງໄດ້ລະມັດ ລະວັງຕໍ່ຟ້າແມບເຫລື້ອມ ແລະຫົວລົມແຮງຈະພັດເອົາຊາກຫັກພັງໃຫ້ປີວຂຶ້ນຫລາຍຂະນະທີ່ມີວົງພາຍຸເຂດຮ້ອນແອລຊາກະທົບໃສ່ຂົງເຂດດັ່ງກ່າວ.

ອົງການພະຍາກອນອາກາດແຫ່ງຊາດກ່າວວ່າ ພາຍຸພ້ອມມີຝົນຕົກໜັກຈໍານວນນຶ່ງ ແລະຫົວລົມພັດແຮງຄາດວ່າຈະພັດຜ່ານເຂດນັ້ນໃນວັນອັງຄານມື້ນີ້ໂດຍທີ່ມີສະພາບທີ່ຄ່ອຍໆເລີ່ມດີຂຶ້ນໃນຕອນແລງວັນອັງຄານ ຂະນະທີ່ລົມພາຍຸພັດໄປທາງທິດເໜືອ.

ທີມງານຄົ້ນຫາແລະກູ້ໄພໄດ້ເຮັດວຽກຕັ້ງແຕ່ຕຶກຄອນໂດໃນເມືອງເຊີຟໄຊດ໌ ໄດ້ພັງລົງສ່ວນນຶ່ງໃນວັນທີ 24 ມິຖຸນາຜ່ານມາ. ບໍ່ມີໃຜຖືກພົບເຫັນວ່າ ລອດຊີວິດເລີຍ ນັບແຕ່ມີການຄົ້ນຫາຕັ້ງແຕ່ຊຸມຊົ່ວໂມງທໍາອິດພຸ້ນ ແຕ່ວ່າເຈົ້າເມືອງໄມອາມີ-ເດດ (Miami-Dade) ດານຽລລາ ລີວາຍນ໌ ຄາວາ (Mayor Daniella Levine Cava) ສືບຕໍ່ພັນລະນາເຖິງການປະຕິບັດງານວ່າ ເປັນຄວາມພະຍາ ຍາມໃນການກູ້ໄພ ໃນຂະນະທີ່ນາງກ່າວຕໍ່ກອງປະຊຸມໃນວັນຈັນວານນີ້.

ທ່ານນາງລີວາຍນ໌ ຄາວາ (Levine Cava) ໄດ້ອະທິບາຍເຖິງຂອບເຂດອັນໃຫຍ່ຫຼວງຂອງວຽກງານດັ່ງກ່າວ, ໂດຍກ່າວວ່າ ພະນັກງານກູ້ໄພໄດ້ຍົກຍ້າຍຊາກຄອນກຣີດ 2,1 ລ້ານກິໂລກຼາມອອກຈາກສະຖານທີ່ດັ່ງກ່າວ. ທ່ານນາງກ່າວວ່າ ທ່ານນາງມີຄວາມປະທັບໃຈຫລາຍໃນວຽກງານຂອງພວກເຂົາເຈົ້າ ທີ່ໄດ້ຜ່ານຜ່າສະພາບທີ່ຫຍຸ້ງຍາກແລະເປັນອັນຕະລາຍ.

ທ່ານລີວາຍດ໌ ຄາວາ (Levine Cava) ກ່າວຕໍ່ນັກຂ່າວໃນຕອນແລງວັນຈັນວານນີ້ວ່າ, "ໃນເວລາ 12 ວັນ, ໄຟ, ຄວັນໄຟ, ແລະດຽວນີ້ແມ່ນລົມ ແລະຝົນຕົກແຮງ, ພວກເຂົາເຈົ້າກຳລັງສືບຕໍ່ພາລະກິດ ແລະຄົ້ນຫາພື້ນທີ່ ທີ່ພັງລົງນັ້ນ".

ການປະຕິບັດງານຄົ້ນຫາໄດ້ຢຸດຊົ່ວຄາວໃນວັນເສົາ ແລະວັນອາທິດທ່າມກາງຄວາມກັງວົນວ່າສ່ວນທີ່ເຫຼືອຂອງອາຄານບໍ່ທ່ຽງເກີນໄປ ແລະສາມາດຍຸບລົງໄດ້, ໂດຍສະເພາະແມ່ນໃນຂະນະທີ່ພາຍຸເຂດຮ້ອນກໍາລັງຫຍັບໃກ້ເຂົ້າມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG