ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສຍິງຄົນ ໃນສະໜາມບິນ ຟລໍຣິດາ ຖືກກ່າວຟ້ອງໂທດ


ພວກຜູ້ໂດຍສານລຽນແຖວລໍຖ້າຢູ່ໂຕະຂອງສາຍການບິນ Delta ໃນອາຄານຜູ້ໂດຍສານເລກ 2 ຢູ່ສະໜາມບິນສາກົນ Fort Lauderdale-Hollywood ໃນເມືອງ Fort Lauderdale, ລັດ ຟລໍຣິດາ. 7 ມັງກອນ, 2017.
ພວກຜູ້ໂດຍສານລຽນແຖວລໍຖ້າຢູ່ໂຕະຂອງສາຍການບິນ Delta ໃນອາຄານຜູ້ໂດຍສານເລກ 2 ຢູ່ສະໜາມບິນສາກົນ Fort Lauderdale-Hollywood ໃນເມືອງ Fort Lauderdale, ລັດ ຟລໍຣິດາ. 7 ມັງກອນ, 2017.

ຜູ້ຕ້ອງຫາ ໃນການຍິງສັງຫານທີ່ເດີ່ນເຮືອບິນລັດ ຟລໍຣີດາ ໄດ້ຖືກກ່າວຟ້ອງໂທດໃນວັນ ເສົາວານນີ້ ດ້ວຍການກະທຳທີ່ໂຫດຮ້າຍທີ່ສະໜາມບິນນາໆຊາດ ເຮັດໃຫ້ມີຜູ້ເສຍຊີວິດ ອິງຕາມຖະແຫຼງການຂອງຫ້ອງການໄອຍະການນະຄອນ ໄມອາມີ.

ທ້າວ ເອັສເຕບານ ແຊນຕິອາໂກ ອາຍຸ 26​ ປີ ທະຫານຜ່ານເສິກ ອີຣັກ ໄດ້ຖືກກ່າວຫາວ່າ ຂ້າຄົນຕາຍ 5 ຄົນ ແລະ ເຮັດໃຫ້ອີກ 6 ຄົນໄດ້ຮັບບາດເຈັບ ໃນການຍິງຮວດໄປທົ່ວໃນ ວັນສຸກຜ່ານມາ. ການຍິງປືນດັ່ງກ່າວ ໄດ້ເຮັດໃຫ້ຄົນຫຼາຍພັນຄົນແຕກຕື່ນ ແລະ ສ້າງ ຄວາມອົນລະຫົນໃນທົ່ວສະໜາມບິນ.

ຖ້າພົບເຫັນວ່າມີຄວາມຜິດແທ້ ທ້າວ ແຊນຕິອາໂກ ກໍຈະໄດ້ຮັບໂທດເຖິງແກ່ຊີວິດ ຫຼື ບໍ່ກໍ ແມ່ນຈຳຄຸກຕະຫຼອດຊິວິດ.

ພວກເຈົ້າໜ້າທີ່ກ່າວວ່າ ນອກນັ້ນ ທ້າວ ແຊນຕິອາໂກ ຍັງຖືກຂໍ້ຫາສອງກະໂທງ ກ່ຽວກັບ ຄວາມຜິດດ້ານອາວຸດປືນນຳ.

ຜູ້ຕ້ອງສົງໄສຍິງຄົນໃນສະໜາມບິນ ທ້າວ Esteban Ruiz Santiago ອາຍຸ 26 ປີ. 7 ມັງກອນ 201
ຜູ້ຕ້ອງສົງໄສຍິງຄົນໃນສະໜາມບິນ ທ້າວ Esteban Ruiz Santiago ອາຍຸ 26 ປີ. 7 ມັງກອນ 201

ຜູ້ກ່ຽວພວມຖືກກັກໂຕຢູ່ ໂດຍບໍ່ໃຫ້ມີການປະກັນໂຕ. ລາວມີກຳນົດໃຫ້ໄປປາກົດໂຕຕໍ່ ສານໃນລັດ ຟລໍຣີດາ ໃນວັນຈັນມື້ອື່ນ.

ພວກເຈົ້າໜ້າທີ່ໄດ້ອະທິບາຍ ຢູ່ໃນກອງປະຊຸມນັກຂ່າວວ່າ ໃນຕອນເຊົ້າວັນເສົາວານນີ້ ຜູ້ຕ້ອງຫາໃນການຍິງປືນສັງຫານທີ່ວ່ານັ້ນ ໄດ້ເດີນທາງໄປຍັງເມືອງ ຝອດ ລໍເດີເດລ ເພື່ອ ທຳການໂຈມຕີດັ່ງກ່າວ ແຕ່ເຫດຜົນນັ້ນຍັງບໍ່ເປັນທີ່ຈະແຈ້ງ.

ຕຳຫຼວດໄດ້ສອບປາກຄຳຜູ້ກ່ຽວເປັນຫຼາຍໆຊົ່ວໂມງ ຈົນເຖິງໃນຕອນເຊົ້າວັນເສົາວານນີ້ ແລະ ພວກເຈົ້າໜ້າທີ່ກ່າວວ່າ ລາວກໍຮ່ວມມືກັບພວກສອບສວນດີຢູ່.

ເຊື່ອກັນວ່າ ແຊນຕິອາໂກ ໄດ້ບິນໄປລັດ ຟລໍຣິດາ ທາງພາກໃຕ້ຂອງ ສະຫະລັດ ໂດຍວາງ ແຜນວ່າຈະໂຈມຕີຢູ່ສະໜາມບິນດັ່ງກ່າວ ແຕ່ພວກຕຳຫຼວດບໍ່ສາມາດຮູ້ໄດ້ວ່າ ເປັນຫຍັງ ຝອດ ລໍເດີເດລ ຈຶ່ງເປັນເປົ້າໝາຍຂອງລາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

FBI Continuing to Look at Terrorism Motivation in Florida Attack
please wait

No media source currently available

0:00 0:01:05 0:00

FBI: Suspect Came to Florida Airport to Attack
please wait

No media source currently available

0:00 0:00:21 0:00

XS
SM
MD
LG