ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີນໍ້າຖ້ວມຫຼວງຫຼາຍຢູ່ທາງພາກຕາເວັນອອກສຽງເໜືອຂອງ ຈີນ ໃນຂະນະທີ່ຝົນຕົກລົງມາຕໍ່ເນື່ອງໃນແຂວງ ເຫ-ລອງຈຽງ


ໃນພາບທີ່ໄດ້ຮັບການເປີດເຜີຍໂດຍອົງການຂ່າວຊິນຫົວ, ປະຊາຊົນ ໄດ້ຮັບການຊ່ວຍເຫຼືອໂດຍເຮືອ ຢູ່ໃນຂົງເຂດທີ່ຖືກນໍ້າຖ້ວມຟາງສານ ເໍິ່ງເປັນຊານເມືອງຂອງນະຄອນຫຼວງປັກກິ່ງ, ວັນທີ 2 ສິງຫາ 2023.
ໃນພາບທີ່ໄດ້ຮັບການເປີດເຜີຍໂດຍອົງການຂ່າວຊິນຫົວ, ປະຊາຊົນ ໄດ້ຮັບການຊ່ວຍເຫຼືອໂດຍເຮືອ ຢູ່ໃນຂົງເຂດທີ່ຖືກນໍ້າຖ້ວມຟາງສານ ເໍິ່ງເປັນຊານເມືອງຂອງນະຄອນຫຼວງປັກກິ່ງ, ວັນທີ 2 ສິງຫາ 2023.

ເນື່ອງຈາກຝົນທີ່ຍັງເຫຼືອຈາກພາຍຸໄຕ້ຝຸ່ນ ໄດ້ເຄື່ອນທີ່ເຂົ້າໄປແຂວງ ເຫ-ລອງຈຽງ (Heilongjiang) ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງ ຈີນ, ໃນວັນສຸກມື້ນີ້ ໄດ້ມີການເຕືອນກ່ຽວກັບການເພີ້ມສູງຂຶ້ນຂອງນໍ້າຢູ່ໃນແມ່ນໍ້າຫຼາຍສາຍ ທ່າມກາງສະພາບອາກາດທີ່ຮ້າຍແຮງ ແລະແມ່ນແຕ່ພາຍຸໂທເນໂດຫຼາຍຫົວ ທີ່ເກີດຂຶ້ນຢູ່ໃນຫຼາຍໆເມືອງ ລວມທັງເມືອງຮາບິນ ເຊິ່ງເປັນເມືອງຫຼວງຂອງແຂວງ ທີ່ອັ່ງນອງໄປດ້ວຍນໍ້ານໍາອີກດ້ວຍ, ອີງຕາມລາຍງານຂອງອົງການຂ່າວ Reuters.

ເມືອງທີ່ຜະລິດອາຫານປະເພດເມັດ ເຫ-ລອງຈຽງ ເປັນຂົງເຂດຫຼ້າສຸດທີ່ໄດ້ຮັບຜົນກະທົບໂດຍພາຍຸດອກສຸຣິ, ເຊິ່ງໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ,​ ພ້ອມທັງຕ້ອງໄດ້ຖືກພັດຖິ່ນອີກຫຼາຍພັນຄົນ ແລະເຮັດໃຫ້ລະບົບຕອບສະໜອງຕໍ່ໄພພິບັດຕ່າງໆຂອງຈີນ ເຂົ້າສູ່ການກວດສອບ ລຸນຫຼັງທີ່ພາຍຸດັ່ງກ່າວນີ້ ໄດ້ຖະຫຼົ່ມເຂົ້າໄປບໍລິເວນນະຄອນຫຼວງປັກກິ່ງ ແລະບັນດາເມືອງໃກ້ຄຽງ ນັບຕັ້ງແຕ່ມັນໄດ້ພັດຂຶ້ນຝັ່ງມາໃນຂົງເຂດທາງພາກໃຕ້ ເມື່ອຕົ້ນອາທິດນີ້.

ໃນການອອກອາກາດຂອງວັນສຸກມື້ນີ້, ເມືອງເຫ-ລອງຈຽງ ໄດ້ຮັບຜົນກະທົບຈາກສະພາບອາກາດຮ້າຍແຮງທີ່ສຸດ, ລວມທັງປະລິມານນໍ້າຝົນທີ່ຕົກລົງມາຢ່າງຮຸນແຮງເປັນໄລຍະເວລາສັ້ນໆ, ພາຍຸຝົນຟ້າຮ້ອງ ແລະລົມທີ່ຮຸນແຮງ, ລວມທັງເມືອງຈີຈີຮາ (Qiqihar) ທີ່ຕັ້ງຢູ່ບໍລິເວນພາກເໜືອ ເຊິ່ງມີຝົນຕົກລົງມາຢ່າງຮຸນແຮງຢູ່ໃນທ້ອງທ້ອງຖິ່ນ.

ມີລາຍງານກ່ຽວກັບຝົນທີ່ຕົກລົງມາຢ່າງຮຸນແຮງຢູ່ເມືອງຈີສີ (Jixi) ຢູ່ຕັ້ງຢູ່ທາງທິດຕາເວັນຕົກ, ເມືອງມູດັນຈຽງ (Mudanjiang) ທີ່ຕັ້ງຢູ່ທາງທິດໃຕ້, ໃນຂະນະທີ່ບາງພາກສ່ວນຢູ່ທາງທິດເໜືອຂອງເມືອງ ເຮເຫ (Heihe), ພາກເໜືອຂອງເມືອງສຸຍຫົວ (Suihua), ພາກໃຕ້ຂອງເມືອງຮາບິນ, ເມືອງ ກີໄຕເຫ (Qitaihe), ທາງທິດຕາເວັນອອກຂອງເມືອງຈີສີ ອາດຈະເຫັນວ່າມີ ຝົນຕົກລົງມາໃນລະດັບປານກາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG