ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ນ້ຳ​ຖ້ວມໃນ​ພາກ​ກາງ ແລະ​ພາກ​ໃຕ້​ລາວ ​ປີນີ້ ສ້າງ​ຄວາມ​ເສຍ​ຫາຍ ເທົ່າໆ ກັນກັບ ​ນ້ຳ​ຖ້ວມ ໃນ​ປີ​ກາຍນີ້


​ພາບ​ນ້ຳ​ຖ້ວມ​ບ້ານ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ລາວ
​ພາບ​ນ້ຳ​ຖ້ວມ​ບ້ານ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ລາວ

ສະ​ພາບ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ ໃນ 2 ແຂວງ​ພາກ​ກາງ ແລະ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ໃນ​ປີ 2019 ທຽບ​ໄດ້​ກັບ​ໄພ​ນ້ຳ​ຖ້ວມ​ໃນ​ປີ 2018 ທີ່​ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ​ທາງ​ເສດ​ຖະ​ກິດ 4,400 ຕື້ ກວ່າ​ກີບ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ ທ່ານ ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລ​າວ ເປີດ​ເຜີຍ​ວ່າ ໄພ​ນ້ຳ​ຖ້ວມ ໃນ​ພື້ນ​ທີ່ 6 ແຂວງ​ຂອງ​ລາວ ກໍ​ຄື ແຂວງ​ຄຳ​ມ່ວນ, ສະ​ຫວັດ​ນ​ນະ​ເຂດ, ສາ​ລະ​ວັນ, ຈຳ​ປາ​ສັກ, ອັດ​ຕະ​ປື ແລະ​ເຊກອງ ໃນ​ປັດ​ຈຸ​ບັນ​ນີ້ ສາ​ມາດ​ທຽບ​ກັບ​ໄພ​ນ້ຳ​ຖ້ວມ​ໃນ​ປີ 2018 ເຖິງ​ແມ່ນ​ວ່າພື້ນ​ທີ່ ​ທີ່​ຖືກ​ນ້ຳ​ຖ້ວມ ໃນ​ປີນີ້ ຈະມີ ເນື້ອ​ທີ່​ບໍ່ເທົ່າ​ກັບໃນ​ປີ 2018 ກໍ​ຕາມ. ແຕ່​ເນື່ອງ​ຈາກວ່າ 6 ແຂວງທີ່​ຖືກ​ນ້ຳ​ຖ້ວມໃນ​ເວ​ລານີ້ ເປັນ​ເຂດ​ທີ່​ມີ​ປະ​ຊາ​ຊົນອາ​ໄສ​ຢູ່​ໜາ​ແໜ້ນກວ່າ ແຂວງ​ໃນ​ພາກ​ເໜືອ ທັງ​ຍັງ​ເປັນ​ເຂດ​ຜະ​ລິດ​ດ້ານ​ກະ​ສິ​ກຳ ແລະ​ສິນ​ຄ້າ​ຕ່າງໆ ທີ່​ສຳ​ຄັນ​ໃນ​ລາວ​ດ້ວຍນັ້ນ ຈຶ່ງ​ເຮັດ​ໃຫ້​ຄາດ​ໝາຍ​ວ່າ ຜົນ​ເສຍ​ຫາຍ​ທາງ​ເສດ​ຖະ​ກິດ​ຈາກ​ໄພ​ນ້ຳ​ຖ້ວມ ໃນ 6 ແຂວງດັ່ງ​ກ່າວ ນີ້ ທຽບ​ໄດ້​ກັບ​ຜົນ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວ​ມໃນ​ປີ 2018. ​ ​

ການ​ໄປ​ຢ້ຽມ​ຢາມ​ເຂດ​ຖືກ​ໄພ​ນ້ຳ​ຖ້ວມ​ຢູ່ ພາກ​ໃຕ້​ຂອງ​ລາວ ໂດຍ​ທ່ານ ທອງ​ລຸນ​ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ
ການ​ໄປ​ຢ້ຽມ​ຢາມ​ເຂດ​ຖືກ​ໄພ​ນ້ຳ​ຖ້ວມ​ຢູ່ ພາກ​ໃຕ້​ຂອງ​ລາວ ໂດຍ​ທ່ານ ທອງ​ລຸນ​ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ

​ໄພ​ນ້ຳ​ຖ້ວ​ມໃນ​ປີ 2019 ນີ້​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ 458,000 ກວ່າ​ຄົນ 150,415 ຄອບ​ຄົວ ທີ່​ຢູ່​ໃນ​ເຂດ 1,643 ບ້ານ 47 ເມືອງໃນ 6 ແຂວງ ຊຶ່ງ​ເຮັດ​ໃຫ້​ຖະ​ໜົນ​ເສຍ​ຫາຍ​ເປັນ​ໄລ​ຍະ​ທາງ​ຍາວກວ່າ 250 ກິ​ໂລ​ແມັດ, ຂົວ 12 ແຫ່ງ, ໂຮງ​ຮຽນ 215 ແຫ່ງ, ໂຮງ​ໝໍ-ສຸກ​ສາ​ລາ 10 ແຫ່ງ, ໜອງ​ປ​າ 1,922 ແຫ່ງ ແລະ​ນາ​ເຂົ້າ​ເສຍ​ຫາຍກ​ລາຍກວ່າ 139,829 ເຮັກ​ຕາ, ຄອງ​ຊົນ​ລະ​ປະ​ທານ ກັບ​ອ່າງ​ເກັບ​ນ້ຳ 76 ແຫ່ງ ແລະ​ສັດ​ລ້ຽງ​ຕ່າງໆ ຫລາຍ​ໝື່ນໂຕ ໂດຍ​ໃນ​ນີ້ ກໍ​ລວມ​ເຖິງ​ເມືອງວາ​ປີ, ແຂວງ​ສາ​ລະ​ວັນ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ ດັ່ງ​ທີ່​ທ່ານ ບຸນ​ຍູ້ ຈັນ​ທະ​ລັງ​ສີ ປະ​ທານ​ຄະ​ນະ​ກວດ​ກາ​ພັກ-ລັດ ເມືອງວາ​ປີ​ຢືນ​ຢັນ​ວ່າ:
ໃນ​ປີ 2013 ຫັ້ນ​ນາ ກະ​ບໍ່​ເທົ່າ​ໃນ​ປີ 2019 ກໍ​ຄື​ມັນ​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ​ນີ້ ຖື​ວ່າ ເປັນ​ອັນ​ທີ່​ວ່າ ໜັກ​ໜ່ວງ​ຫັ້ນ​ແຫລະ. ໃນ​ເນື້ອ​ທີ່​ນາ​ຂອງ​ພໍ່​ແມ່-ປະ​ຊາ​ຊົນ ຕາມ​ການ​ປະ​ເມີນ​ຂອງ​ກະ​ສິ​ກຳ​ທັງ​ໝົດ ນີ້​ກະ​ໄດ້ 15,000 ເຮັກ​ຕາຢູ່ 45 ໝູ່​ບ້ານຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ. ດັ່ງ​ນັ້ນ ພວກ​ເຮົາ​ກະ​ໄດ້​ສະ​ໜອງ​ເປັນ​ຕົ້ນ​ເຂົ້າ​ນ້ຳ ຊ້າ​ມ​ປານີ້​ແຫລະ​ໃຫ້​ເຂົາ​ເຈົ້າ​ໄດ້​ກິນ​ໄປ​ກ່ອນ ໃນ​ໄລ​ຍະ​ນຶ່ງນີ້.”

ໂດຍ​ໄພ​ນ້ຳ​ຖ້ວມ​ໃນ​ລາວ ທີ່​ເກີດ​ຂຶ້ນໃນ​ຊ່ວງ​ເດືອນກໍ​ລະ​ກົດ-ກັນ​ຍາ 2018 ທີ່​ຜ່ານ​ມານັ້ນ ໄດ້​ເຮັດ​ໃຫ້​ເສຍ​ຫາຍຫຼາຍກວ່າ 4,400 ຕື້​ກີບ ເພາະ​ວ່າ​ໄພ​ນ້ຳ​ຖ້ວມດັ່ງ​ກ່າວ​ນີ້ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່ປະ​ຊາ​ຊົນ ເຖິງ 616,477 ຄົ​ນ ຫຼື 126,619 ຄອບ​ຄົວ ໃນ​ເຂດ 2,382 ບ້ານ, 124 ເມືອງ ໃນ​ທົ່ວ​ປະ​ເທດ. ສະ​ນັ້ນ ການ​ຈັດສັນງົບ​ປະ​ມານໃນ​ມູນ​ຄ່າ 500 ຕື້​ກີບດັ່ງ​ກ່າວ ​ຈຶ່ງ​ຄິດ​ເປັນພຽງວ່າ 11 ເປີ​ເຊັນກວ່າ​ເທົ່າ​ນັ້ນ ຂອງ​ຄວາມ​ຕ້ອງ​ການ​ຕົວ​ຈິງໃນ​ການ​ຟື້ນ​ຟູຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ລາວທີ່ຖືກ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມໃນ ປີ 2018 ດັ່ງ​ກ່າວ.

ດ້ວຍເຫດນີ້ ລັດ​ຖະ​ບານ​ລາວ ຈຶ່ງ​ໄດ້​ຮຽກ​ຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ດັ່ງ​ກ່າວ ໃນ​ກອງ​ປະ​ຊຸມໂຕະ​ມົນ ​ຂັ້ນ​ສູງ ລະ​ຫວ່າງ​ລັດ​ຖະ​ບານ​ລາວກັບ​ອົງ​ການ​ສາ​ກົນ ເມື່ອ​ເດືອນ​ທັນ​ວາ ປີ 2018 ທີ່​ນະ​ຄອນ​ວຽງ​ຈັນ ຊຶ່ງ​ມີອົງ​ການ​ສາ​ກົນ 30 ກວ່າປະ​ເທດເຂົ້າຮ່ວມກອງ​ປະ​ຊຸມ ​ຊຶ່ງ​ກໍ​ໄດ້ຕົກ​ລົງໃຫ້ໃນ​ຫລັກ​ການ​ວ່າ ຈະ​ໃຫ້​ການ​ຊ່ວຍ​ເຫຼືອແກ່​ລັດ​ຖະ​ບານ​ລາວ ເພື່ອ​ຟື້ນ​ຟູ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກໄພ​ນ້ຳ​ຖ້ວມ ຮວມ​ເຖິງ​ການ​ສ້ອມ​ແປງ​ຖະ​ໜົນ​ຫົນ​ທາງ 644 ເສັ້ນ, ຂົວ 49 ແຫ່ງ, ເສົາ​ໄຟ​ຟ້າ 915 ຕົ້ນ, ອາ​ຄານ​ຮຽນ 300 ກວ່າ​ຫຼັງ, ໂຮງ​ໝໍ 2 ແຫ່ງ, ສຸກ​ສາ​ລາ 35 ຫລັງ, ແຫຼ່ງ​ນ້ຳບາ​ດານ 5,910 ແຫ່ງ, ນ້ຳ​ສ້າງ 7,138 ແຫ່ງ, ວິດ​ຖ່າຍ 22,962 ຫຼັງ, ເຮືອນ​ປະ​ຊາ​ຊົນ 16,709 ຫລັງ ແລະນາ​ເຂົ້າ​ເສຍ​ຫາຍຢ່າງ​ສິນ​ເຊີງ 96,000 ກວ່າ ເຮັກ​ຕ້າ ຕະ​ຫລອດ​ຈົນ​ເຖິງສັດ​ລ້ຽງ​ອີກກວ່າ 1 ​ແສນ​ຕົວ.

​ທ່ານ ຄຳ​ແພງ ໄຊ​ສົມ​ແພງ, ລັດຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ສະ​ຫວັດ​ດີ​ການ​ສັງ​ຄົມ ທີ່​ກ່າວ​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວ​ມ ໃນ 6 ແຂວງ​ພາກ​ໃຕ້​ຂອງ​ລາວ
​ທ່ານ ຄຳ​ແພງ ໄຊ​ສົມ​ແພງ, ລັດຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ສະ​ຫວັດ​ດີ​ການ​ສັງ​ຄົມ ທີ່​ກ່າວ​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວ​ມ ໃນ 6 ແຂວງ​ພາກ​ໃຕ້​ຂອງ​ລາວ

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ຊ່ວງ 4 ເດືອນ​ຕົ້ນ​ປີ 2019 ຕ່າ​ງ​ຊາດ​ກໍໄດ້ໃຫ້​ການ​ຊ່ວຍ​ເຫລືອ ແກ່​ລັດ​ຖະ​ບານ​ລາວ ພຽງ​ແຕ່ 78.8 ຕື້​ກີບເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້ລັດ​ຖະ​ບານ​ລາວ ເລືອກ​ຈັດ​ຕັ້ງ​ປະ​ຕິ​ບັດສະເພາະ​ໂຄງ​ການ

ທີ່​ເລັ່ງ​ດ່ວນ​ເທົ່າ​ນັ້ນ. ໂດຍ​ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ
(UNDP) ປະ​ຈຳ​ລາວຢືນ​ຢັນວ່າ ເປັນ​ຍ້ອນ​ສາ​ກົນ​ບໍ່​ເຊື່ອ​ໝັ້ນໃນ​ຄວາມ​ໂ​ປ່ງ​ໃສຂອງລັດ ຖະບານລາວໃນ​ການ​ໃຊ້​ທຶນ​ຊ່ວຍ​ເຫລືອ ແລະ ໃນປີ 2019 ຫາ 2020 ກໍຄາດວ່າ ລັດຖະ
ບານລາວຈະຕ້ອງໄດ້​ຮັບການຊ່ວຍເຫຼືອຈາກສາ​ກົນ ສຳລັບຟື້ນຟູສະພາບການຫລັງ​ໄພ
ນ້ຳຖ້ວມໃນ​ມູນ​ຄ່າ​ລວມກວ່າ 1,200 ລ້ານ ໂດລາ ແຕ່​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ​ທີ່​ຈະ​ໄດ້​ຮັບ​
ການຕອບ​ສະ​ໜອງ​ດັ່ງ​ກ່າວ.

XS
SM
MD
LG