ດິນເຈື່ອນ ແລະ ນ້ຳຖ້ວມກະທັນຫັນໃນ ອິນໂດເນເຊຍ ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 20 ຄົນເສຍຊີວິດ ໃນຂະນະທີ່ຝົນທີ່ຕົກລົງມາຢ່າງໜັກໄດ້ສືບຕໍ່ຕົກໃສ່ຫຼາຍໝູ່ເກາະຂອງ ປະເທດໃນວັນພຸດມື້ນີ້.
ເກາະໃຫຍ່ ຈາວາ ໄດ້ຖືກນ້ຳຖ້ວມໜັກທີ່ສຸດ, ໃນຂະນະທີ່ລະດັບນ້ຳໄດ້ສູງຂຶ້ນເຖິງ 2 ແມັດ ຢ່າງວ່ອງໄວ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່. ປະຊາຊົນ 16 ຄົນຢູ່ໃນເກາະດັ່ງ ກ່າວໄດ້ຮັບການຢືນຢັນວ່າເສຍຊີວິດ, ພ້ອມດ້ວຍອີກ 8 ຄົນຍັງຫາຍສາບສູນຢູ່.
ທ່ານ Endah Trisnawati ໂຄສົກ ໜ່ວຍໄພພິບັດ ຂອງຕຳຫຼວດທີ່ເກາະ ຈາວາ ຕາເວັນ ຕົກ ໄດ້ກ່າວວ່າ ນ້ຳຖ້ວມໄດ້ເກີດຂຶ້ນຢູ່ປະມານ 5 ຫາ 6 ເມືອງທີ່ຕັ້ງຢູ່ອ້ອມແອ້ມແມ່ນ້ຳ Cimanuk ທີ່ລະດັບນ້ຳໄດ້ລົ້ນຝັ່ງອອກມາຖ້ວມ.
ທ່ານໄດ້ກ່າວວ່າ “ພວກເຮົາໄດ້ລາຍງານແລ້ວວ່າ ພວກເຮົາໄດ້ຄົ້ນພົບ ສົບຜູ້ເສຍຊີວິດ 20 ຄົນ. ເຖິງປະຈຸບັນນີ້, ພວກເຮົາລະບຸໄດ້ແລ້ວ 15 ສົບ ແລະ ອີກ 5 ສົບຍັງຢູ່ໃນຂັ້ນ ຕອນການລະບຸຕົວຢູ່.”
ໃນບາງກໍລະນີ, ນ້ຳໄດ້ພັດເອົາເຮືອນໄປໝົດຫຼັງ, ບັງຄັບໃຫ້ປະຊາຊົົນ ຫຼາຍກວ່າ 1,000 ຄົນ ຕ້ອງໄປຫາບ່ອນພັກອາໄສໃນເຕັ້ນ ທີ່ສະໜອງໃຫ້ໂດຍເຈົ້າໜ້າທີ່ຮັບມືກັບພາວະສຸກ ເສີນ.
ບັນດາເຈົ້າໜ້າທີ່ໄດ້ເຕືອນຜູ້ທີ່ອາໄສຢູ່ໃນພື້ນທີ່ ກ່ຽວກັບ ຄວາມເປັນໄປໄດ້ ກ່ຽວກັບ ໄພພິ ບັດທີ່ອາດຈະເກີດຂຶ້ນຕື່ມໃນຂະນະທີ່ ອິນໂດເນເຊຍ ໄດ້ປະສົບກັບຝົນຕົກໜັກຜິດລະດູ ທີ່ນຳມາໂດຍປະກົດການ La Nina.
ຝົນຕົກໜັກທີ່ຄ້າຍຄືກັນໃນເດືອນມິຖຸນາທີ່ຜ່ານມາ ໄດ້ເປັນເຫດເຮັດໃຫ້ບ້ານເມືອງໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ ເມື່ອໄພນ້ຳຖ້ວມໄດ້ຊຸເອົາດິນຕົມ ແລະ ກ້ອນຫີນເຂົ້າສູ່ ແຂວງ ຈາວາ ກາງ, ເຊິ່ງເປັນເຂດທີ່ມີປະຊາກອນ ອາໄສຢູ່ໜາແໜ້ນທີ່ສຸດ ຢູ່ໃນເກາະດັ່ງ ກ່າວ. ປະຊາຊົນເກືອບ 50 ຄົນໄດ້ເສຍຊີວິດ ໃນເຫດການຄັ້ງນັ້ນ.