ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໕ ກັນຍາ ໒໐໒໔

ປະຊາຊົນໄດ້ຮັບຄວາມເສຍຫາຍໃຫຍ່ຫຼວງຈາກນ້ຳຖ້ວມກະທັນຫັນທີ່ ຊຳເໜືອ ແຂ​ວງ ຫົວພັນ


ນ້ຳ​ຖ້ວມ​ໃນ​ຕົວ​ເມືອງ​ຊຳ​ເໜືອ ແຂວງ​ຫົວ​ພັນ.
ນ້ຳ​ຖ້ວມ​ໃນ​ຕົວ​ເມືອງ​ຊຳ​ເໜືອ ແຂວງ​ຫົວ​ພັນ.

ເຖິງເເມ່ນວ່ານ້ຳຖ້ວມຈະຫຼຸດລົງເເລ້ວເເຕ່ປະຊາຊົນເມືອງຊຳເໜືອ ເເຂວງຫົວພັນ ກໍໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນຢ່າງປະເມີນບໍ່ໄດ້ເນື່ອງຈາກນ້ຳທີ່ຖ້ວມກະ ທັນຫັນ ເເລະ ຈຳນວນຝົນທີ່ຕົກຕິດຕໍ່ກັນເປັນເວລາຫຼາຍມື້.

ຈາກລາຍງານຂອງກົມອຸຕຸນິຍົມ ເເລະ ອຸທົກກະສາດເຫັນໄດ້ວ່າລະດັບນ້ຳໃນວັນທີ 23 ເດືອນ ກັນຍາໃນເເມ່ນ້ຳທຸກສາຍທົ່ວປະເທດລາວມີປະລິມານນ້ຳທີ່ເພີ່ມຂຶ້ນ ເລື້ອຍໆ ໂດຍສະເພາະເເມ່ນສາຍເເມ່ນ້ຳຂອງຢູ່ທາງພາກໃຕ້ຂອງປະເທດລາວ ສ່ວນເເມ່ນ້ຳຊຳເເມ່ນມີການຫຼຸດລົງເລັກນ້ອຍ.

ປະຊາຊົນທີ່ເປັນເຈົ້າຂອງບໍລິການບ້ານພັກໃນເມືອງຊຳເໜືອເລົ່າໃຫ້ຟັງວ່າ:” ບໍ່ໆບ່ອນເຮົາເເມ່ນປົກກະຕິບັນດາເເຂກບ້ານພັກ ໃກ້ໂຮງເເຮມເເຄມນ້ຳຊຳເເມ່ນ ໄດ້ຍ້າຍໄປບ່ອນອື່ນ”

ປະຊາຊົນອີກຜູ້ໜຶ່ງກໍເວົ້າວ່າ:” ນ້ຳມັນຂຶ້ນຫຼາຍທິດຫຼາຍທາງນະ ນ້ຳຫ້ວຍນ້ອຍຕື່ມໃສ່ ນ້ຳຊຳຫັ້ນເນາະ ກະເຂົ້າເມືອງໜ່ວຍເເກ້ວ ບ້ານພັນໄຊ ກະເຂົ້າຖ້ວມເບີດເລີຍເເຖວ ສາທາໄປໂຮງໝໍນ້ຳຖ້ວມບໍ່ເຫຼືອເລີຍ ນ້ຳຖ້ວມກະຫຼາຍຈຸດເເຕ່ໜັກໆເເມ່ນເຂດເມືອງ ເທດສະບານນິເເຫລະ ເຂົາເຈົ້າກະເຕືອນຫັ້ນເເຫລະເເຕ່ນ້ຳມັນບໍ່ໄດ້ມາຊ້າເນາະ ບາດມັນມາມັນເທບາດດຽວເລີຍ ບໍ່ເເມ່ນເຂື່ອນອັນນີ້ນະ ຝົນມາເປັນອາທິດກວ່າ ປີນີ້ໜັກກວ່າໝູ່ເປັນປະຫວັດສາດລະປີນີ້”

ທົ່ວທຸກເເຂວງໃນປະເທດລາວໄດ້ປະເຊີນກັບເຫດການນ້ຳຖ້ວມທີ່ໜັກທີ່ສຸດໃນປີນີ້ເຊິ່ງສາເຫດທີ່ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນກໍມີມາຈາກພາຍຸລະດູຮ້ອນທີ່ມີກຳລັງເເຮງ ຂຶ້ນ, ປະລິມານຂອງນ້ຳຝົນ ເເລະ ການປ່ອຍນ້ຳຂອງເຂື່ອນໃນລະດູຝົນນີ້.

ທາງດ້ານເເຂວງຫຼວງນ້ຳທາກໍເປັນໜຶ່ງໃນເເຂວງພາກເໜືອທີ່ປະສົບບັນຫານ້ຳຖ້ວມ ຄັ້ງໃຫຍ່ຈາກພາຍຸຢາກິເຊິ່ງເຮັດໃຫ້ປະຊາຊົນຫຼາຍກວ່າ 40,255 ຄົນໄດ້ຮັບຜົນກະ ທົບ ເເລະ ເຮືອນພັດໄຫຼນ້ຳກວ່າ 115 ມີຜູ້ເສຍຊີວິດ 2 ຄົນ ສ່ວນຜົນກະທົບ ໃນເເຂວງຫົວພັນເເມ່ນຍັງບໍ່ມີການລາຍງານເທື່ອ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG