ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ມີການອອກແຈ້ງການເຝົ້າລະວັງນໍ້າຖ້ວມ, ແລະພາຍຸລະດູໜາວຮອບໃໝ່ ຖະຫຼົ່ມລັດຄາລີຟໍເນຍ


ນັກກິລາຫຼິ້ນຈ້ອງ ໂຣເບີດ ໄຣສ໌ ແລ່ນເຮືອນໍ້າອອກຈາກຊາຍຝັ່ງ Belmont ໃນ ລອງ ບີຈ, ຄາລີຟໍເນຍ,​ ໃນວັນທີ 18 ກຸມພາ 2024. ພາຍຸລະດູໜາວຄັ້ງລ່າສຸດໄດ້ພັດເຂົ້າໃສ່ໃນລັດຄາລິຟໍເນຍ ໃນຕອນເຊົ້າຂອງວັນຈັນ ໂດຍນັກພະຍາກອນອາກາດໄດ້ເຕືອນໄພນໍ້າຖ້ວມ, ໝາກເຫັບ, ລົມແຮງ ແລະ ລົມພະຍຸທໍນາໂດໃນໄລຍະສັ້ນໆ.
ນັກກິລາຫຼິ້ນຈ້ອງ ໂຣເບີດ ໄຣສ໌ ແລ່ນເຮືອນໍ້າອອກຈາກຊາຍຝັ່ງ Belmont ໃນ ລອງ ບີຈ, ຄາລີຟໍເນຍ,​ ໃນວັນທີ 18 ກຸມພາ 2024. ພາຍຸລະດູໜາວຄັ້ງລ່າສຸດໄດ້ພັດເຂົ້າໃສ່ໃນລັດຄາລິຟໍເນຍ ໃນຕອນເຊົ້າຂອງວັນຈັນ ໂດຍນັກພະຍາກອນອາກາດໄດ້ເຕືອນໄພນໍ້າຖ້ວມ, ໝາກເຫັບ, ລົມແຮງ ແລະ ລົມພະຍຸທໍນາໂດໃນໄລຍະສັ້ນໆ.

ພາຍຸລະດູໜາວທີ່ປຽກຊື້ນຫຼາຍຫົວ ໄດ້ພັດຂຶ້ນຝັ່ງທາງພາກເໜືອຂອງລັດຄາລີຟໍເນຍ ໃນວັນອາທິດວານນີ້ ໂດຍທີ່ບັນດານັກພະຍາກອນອາກາດ ເຕືອນເຖິງຄວາມເປັນໄປໄດ້ຂອງໄພອັນຕະລາຍຕ່າງໆເຊັ່ນ ນ້ຳຖ້ວມ ພາຍຸໝາກເຫັບ ລົມແຮງ ແລະແມ່ນກະທັງພາຍຸທໍນາໂດ້ທີ່ສັ້ນໆ ຂະນະທີ່ລະບົບພາຍຸເຄື່ອນຕົວຜ່ານກາຍໄປຍັງທິດໃຕ້ ໃນບໍ່ເທົ່າໃດວັນຂ້າງໜ້ານີ້.

ຊຶ່ງພາຍຸດັ່ງກ່າວ ມີລົມແຮງສູງເຖິງ 48 ກິໂລແມັດຕໍ່ຊົ່ວໂມງ ໃນນະຄອນ ໂອກແກລນ ແລະ ແຊນໂຮເສ້ ຂະນະທີ່ອາກາດບໍ່ໜາວຫຼາຍໃນຊ່ວງຕອນແລງວັນເສົາຜ່ານມານີ້ ຖືກພາຍຸທີ່ມີພະລັງແຮງກວ່າກົດດັນອອກໄປ ເຮັດໃຫ້ເພີ້ມກຳລັງແຮງຂຶ້ນຕື່ມ ໃນຕອນເຊົ້າວັນຈັນມື້ນີ້ ອີງຕາມການກ່າວຂອງນັກອຸຕິນິຍົມວິທະຍາ ທ່ານ ເບຣເດັນ ເມີຣດອກຄ໌ (Brayden Murdock) ຢູ່ທີ່ຫ້ອງການຂອງກົມບໍລິການອາກາດແຫ່ງຊາດ ໃນນະຄອນແຊນແຟຣນຊິສໂກ.

“ລົມແຮງແມ່ນຢູ່ທີ່ນີ້ແລ້ວ ແລະກຳລັງແຮງຂຶ້ນກວ່າເກົ່າ ແລະຝົນກໍຈະຕິດຕາມມາຢ່າງວ່ອງໄວ” ທ່ານໄດ້ກ່າວໃນຕອນທ່ຽງວັນອາທິດວານນີ້.

ແຄມຝັ່ງທາງພາກກາງຂອງລັດຄາລີຟໍເນຍ ມີຄວາມສ່ຽງຕໍ່ “ໄພນ້ຳຖ້ວມຢ່າງໜັກ” ໂດຍມີການຄາດຄະເນວ່າ ຝົນຈະຕົກລົງມາເຖິງ 12 ຊັງຕີແມັດ ສຳລັບຫຼາຍພື້ນທີ່ ອີງຕາມກົມບໍລິການດ້ານອາກາດດັ່ງກ່າວ.

ອາດຈະມີຝົນທີ່ຕົກລົງມາເປັນບາງຄັ້ງບາງຄາວ ທີ່ລວມທັງໝົດສູງເຖິງ 25 ຊັງຕີແມັດ ໃນເຂດແຊນຕາ ລູເຊຍ ແລະແຊນຕາ ອີເນສ ທີ່ເປັນເຂດພູຜາຫຼາຍໜ່ວຍ ຂະນະທີ່ພາຍຸຫົວຕ່າງໆມຸ້ງໜ້າໄປສູ່ ນະຄອນລອສແອນເຈີເລສ ໂດຍສ່ວນໃຫຍ່.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG