ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ ຍ້ອນພາຍຸເຮີຣິເຄນ ຮາວີ ຢູ່​ທາງ​ພາກ​ໃຕ້​ ລັດ​ເທັກ​ຊັສ


ທ່ານ Allen Jacobs ຜູ້ກູ້ໄພຈາກກອງດັບເພີງຂອງລັດເທັກຊັສ ຮ້ອງເຕືອນຄົນ ໃຫ້ຫລົບໜີຈາກເຫດນໍ້າຖ້ວມ ເຮີຣີເຄນຢູ່ເມືອງ Dickinson, ລັດເທັກຊັສ ໃນວັນທີ 28 ສິງຫາ 2017.
ທ່ານ Allen Jacobs ຜູ້ກູ້ໄພຈາກກອງດັບເພີງຂອງລັດເທັກຊັສ ຮ້ອງເຕືອນຄົນ ໃຫ້ຫລົບໜີຈາກເຫດນໍ້າຖ້ວມ ເຮີຣີເຄນຢູ່ເມືອງ Dickinson, ລັດເທັກຊັສ ໃນວັນທີ 28 ສິງຫາ 2017.

ຝົນທີ່ຕົກ​ຢ່າງໜັກຍັງ​ສືບຕໍ່ທັ່ງ​ເທ​ລົງ​ມາ​ໃນ​ວັນ​ອັງຄານ​ມື້ນີ້ ຢູ່​ທາງ​ພາກ​ໃຕ້​ຂອງ​ລັດ​
ເທັກ​ຊັສ ຢູ່​ໃນ​ເມືອງ​ໃຫຍ່​ສຸດ​ແຫ່ງໜຶ່ງຂອງ​ສະຫະລັດ ທີ່​ມີ​ລົມພາຍຸ​ລະດູ​ຮ້ອນ ຮາວີ
ເຮັດ​ໃຫ້​ມີ​ໄພ​ນໍ້າ​ຖ້ວ​ມ​ທີ່ສ້າງ​ຄວາມ​ຫາຍຍະນະຢ່າງ​ໃຫຍ່​ຫລວງຢູ່​ແລ້ວນັ້ນ.

ການ​ບໍລິການ​ດ້ານ​ດິນ​ຟ້າ​ອາກາດ​ແຫ່ງ​ຊາດຄາດ​ວ່າ ​ລົມພາຍຸ​ຈະ​ຫລຸດ​ຄວາມ​ແຮງ​
ຂອງ​ຝົນ​ລົງ​ໄປ ​ຢູ່​ໃນ​ລະດັບ 25 ຫາ 50 ຊັງ​ຕີ​ແມັດ ​ກ່ອນ​ຈະເຄື່ອນ​ອອກ​ຈາກ​ຂົງ​ເຂດ​
ດັ່ງກ່າວ​ໄປ​ໃນ​ທີ່​ສຸດ ​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້. ສະພາບ​ການ​ເຊັ່ນ​ນັ້ນ ​ແມ່ນ​ມີ​ຂຶ້ນ​ ​
ເພີ້ມ​ຕື່ມ ນອກ ຈາກວ່າຈະມີຝົນຕົກທີ່​ເພີ້ມຄວາມ​ແຮງ​ຂຶ້ນ​ເຖິງ 90 ຊັງ​ຕີ​ແມັດ ທີ່​ໄດ້​
ຕົກ​ຢູ່​ໃນ​ບາ​ງບ່ອນຢູ່​ແລ້ວ ຊຶ່ງ​ລວມທັງ​ເຂດ​ອ້ອມ​ແອ້ມ​ເມືອງ Houston ກໍ​ຕາມ.

ສູນກາງ​ພາຍຸ​ເຮຣິ​ເຄນຮາວີ ​ຕັ້ງຢູ່​ກະ​ໂຕເຂດຝັ່ງ​ທະ​ເລ​ຂອງລັດ​ເທັກ​ຊັສ ຢູ່​ໃນ​ອ່າວ
​ແມັ​ກຊິກ​ໂກ ທີ່ເປັນ​ບ່ອນດຶງ​ເອົາ​ພະລັງງານ​ຈາກ​ເຂດ​ນ່ານນໍ້າ​ທີ່​ອຸ່ນ​ເຂົ້າຫາ​ກັນ ​ແລະ
ພັກ​ດັນເອົາຫົວຝົນໜັກໆ ກ້ອນ​ແລ້ວ ກ້ອນ​ເຫລົ່າ​ເຂົ້າມາ​ຫາ​ຝັ່ງທະ​ເລນັ້ນ​ເອງ. ຄາດ
​ກັນ​ວ່າ ລົມພາຍຸຈະເຄື່ອນເຂົ້າມາ​ຫາ​ແຜ່ນດິນ​ຢູ່​ລັດ​ເທັກ​ຊັສອີກ ໃນ​ວັນ​ພຸດ​ມື້ອື່ນ​ນີ້.

ນໍ້າ​ໄດ້​ຖ້ວ​ມບ້ານ​ເຮືອນ ​ແລະ​ຖະໜົນ ​ແລະ​ເຮັດ​ໃຫ້​ພວກ​ກູ້​ໄພ​ ປະຕິບັດ​ງານ​ຢ່າງ​ບໍ່ຢຸດ​
ຢັ້ງ ​ເພື່ອ​ເອົາ​ຄົນ​ໄປອາໄສ​ຢູ່​ບ່ອນ​ປອດ​ໄພ.

Heavy Toll in Houston, South Texas From Hurricane Harvey
please wait

No media source currently available

0:00 0:02:19 0:00

ທ່ານ Sylvester Turner ​ເຈົ້າ​ເມືອງ ​ເມືອງ Houston ​ເວົ້າໃນ​ຕອນ​ແລງ​ວັນ​ຈັນ​ວານ
​ນີ້ວ່າ ຫລາຍ​ກວ່າ 3,000 ຄົນ​ໄດ້​ຮັບ​ການ​ກູ້​ໄພ ​ແລະ 8,000 ຄົນ​ ໄດ້​ໄປ​ຢູ່​ບ່ອນ​ຫລົບໄພ.
ທ່ານ​ກ່າວ​ອີກ​ວ່າ ມີ​ສາມ​ຄົນແລ້ວ ທີ່​ໄດ້​ຮັບ​ການ​ຢືນຢັນ​ວ່າ​ ເສຍ​ຊີວິດ ຍ້ອນ​ສາຍ​ເຫດ
​ກ່ຽວຂ້ອງ​ກັບ ​ລົ​ມພາຍຸ​. ​

​ທ່ານ Greg Abbott, ຜູ້ປົກຄອງ​ລັດ Texas ກ່າວ​ຕໍ່ນັກ​ຂ່າວ​ວ່າ ທ່ານ​ໄດ້ໃຊ້​ສະມາຊິກ
​ຂອງອົງການ​ຍາມ​ຝັ່ງ​ທະ​ເລ​ແຫ່ງ​ຊາດ​ ຂອງ​ລັດ​ເທັກ​ຊັສ ທີ່​ມີ​ຢູ່ທັງໝົດ 15,000 ຄົນ
​ເພື່ອ​ຊ່ວຍ​ຮັບ​ມື​ກັບ​ໄພພິບັດ​ຄັ້ງນີ້.

ທ່ານ Abbott ​ໄດ້​ກ່າວ​ຍ້ອງຍໍ ​ບັນດາ​ຜູ້​ນໍາ​ທ້ອງ​ຖິ່ນ ຢູ່​ຕາມ​ແຄມ​ຝັ່ງ​ທະ​ເລຂອງ​ອ່າວ​
ເທັກຊັສ ​ໂດຍ​ໄດ້​ເອີ້ນ​ເຂົາ​ເຈົ້າວ່າ "ມີ​ນໍ້າ​ໃຈ​ມະນຸດສະ​ທໍາ, ກ້າ​ຫານ, ​ແລະ​ເປັນ​ວິລະ​
ຊົນ." ທ່ານ​ກ່າວ​ອີກ​ວ່າ ມີ​ເສັ້ນທາງ​ທີ່​ຄົນຜ່ານ​ຜ່າລົມພາຍຸ ​ແລະ​ວ່າມີ​ຫລາຍໆ ຄົນທີ່
​ໄດ້​ຮັບ​ການ​ກອບ​ກູ້​ຊີວິດ​ໄວ້ ຊຶ່ງ​ "ບໍ່​ແມ່ນ​ເລື່ອງທໍາ​ມະ​ດາ​ເລີຍ."

ອ່ານຂ່າວ ແລະເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG