ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ຖ້ຽວ​ບິນ​ຖືກ​ຍົກ​ເລີກ ໃນ​ຂະ​ນະ​ທີ່​ພາ​ຍຸ​ໄຕ້​ຝຸ່ນ ຄາ​ນູນ ພັດ​ເຂົ້າ ​ເກົາຫຼີ​ໃຕ້


ຄືນ​ທະ​ເລ​ຂະ​ໜາດ​ໃຫຍ່​ກະ​ທົບ​ໃສ່​ແຄ​ມ​ຝັ່ງ​ໃນ​ເມືອງ ບູ​ຊານ, ເກົາຫຼີ​ໃຕ້, ໃນ​ຂະ​ນະ​ທີ່​ພາ​ຍຸ​ໄຕ້​ຝຸ່ນ ຄາ​ນູນ ຫຍັບ​ໃກ້​ເຂົ້າ, 10 ສິງ​ຫາ 2023.
ຄືນ​ທະ​ເລ​ຂະ​ໜາດ​ໃຫຍ່​ກະ​ທົບ​ໃສ່​ແຄ​ມ​ຝັ່ງ​ໃນ​ເມືອງ ບູ​ຊານ, ເກົາຫຼີ​ໃຕ້, ໃນ​ຂະ​ນະ​ທີ່​ພາ​ຍຸ​ໄຕ້​ຝຸ່ນ ຄາ​ນູນ ຫຍັບ​ໃກ້​ເຂົ້າ, 10 ສິງ​ຫາ 2023.

ຖ້ຽວ​ບິນຫຼາຍ​ຮ້ອຍ​ຖ້ຽວ ແລະ ລົດ​ໄຟ​ຄວາມ​ໄວ​ສູງ​ໄດ້​ຖືກ​ຍົກ​ເລີກ, ແລະ ທຸ​ລະ​ກິດ​ຕ່າງໆ​ໄດ້​ປິດ​ໃນ​ເມືອງ​ທ່າເຮືອ ບູ​ຊານ ຂອງ ເກົາຫຼີ​ໃຕ້ ຫຼັງ​ຈາກ​ພາ​ຍຸ​ໄຕ້​ຝຸ່ນ ຄາ​ນູນ ໄດ້​ພັດ​ຂຶ້ນ​ຝັ່ງ​ໃນ​ວັນ​ພະ​ຫັດ​ມື້ນີ້, ໂດຍ​ນຳ​ເອົາ​ຝົນ​ຕົກ​ໜັກ ແລະ ລົມ​ແຮງ​ມາ​ດ້ວຍ.

ພາ​ຍຸ​ດັ່ງ​ກ່າວ, ເຊິ່ງ​ໄດ້​ພັດ​ຖະຫຼົ່ມ ຍີ່​ປຸ່ນ ກ່ອນ​ເຄື່ອນ​ໄປ​ສູ່ແຫຼມ ເກົາຫຼີ​ ນັ້ນ, ໄດ້​ພັດ​ຂຶ້ນ​ຝັ່ງ​ປະ​ມານ 9 ໂມງ 20 ນາ​ທີ​ໃນ​ຕອນ​ເຊົ້າ​ຕາ​ມ​ເວ​ລາ​ໃນ​ທ້ອງ​ຖິ່ນ​ຂອງ ເກົາຫຼີ​ໃຕ້, ແລະ ມີ​ກຳ​ນົດ​ທີ່​ຈະ​ເຄື່ອນ​ທີ່​ຂຶ້ນ​ໄປ​ທິດ​ເໜືອ, ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຝົນ​ຕົກ​ໜັກ​ທົ່ວ​ປະ​ເທດ, ອີງ​ຕາມ​ການ​ກ່າວ​ຂອງ​ອົງ​ການ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ​ຂອງ ເກົາ​ຫຼີ.

ປະ​ຊາ​ຊົນຫຼາຍກວ່າ 10,000 ຄົນ​ໄດ້​ຍົກ​ຍ້າຍ​ອອກ​ຈາກ​ພື້ນ​ທີ່, ດ້ວຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຮານ ດັກ-ຊູ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ໃນ​ທ້ອງ​ຖິ່ນ​ໃຫ້ “ຢືນ​ຢັນ​ວ່າ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ເຂດທີ່​ມີ​ຄວາມ​ສ່ຽງ​ສູງ​ແມ່ນບໍ່ສາ​ມາດ​ທີ່​ຈະ​ຍົກ​ຍ້າຍ​ອອກ​ຈາກ​ພື້ນ​ທີ່ຫຼືບໍ່,” ແລະ​ຖ້າ​ເປັນ​ດັ່ງ​ນັ້ນ, ຕ້ອງ​ຮັບ​ປະ​ກັນ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ອອກ​ໄປ​ໄດ້.

ຄຳ​ເຕືອນ ກ່ຽວ​ກັບ ພາ​ຍຸ​ໄຕ້​ຝຸ່ນ​ແມ່ນ​ຖືກ​ປະ​ກາດ​ທົ່ວ​ປະ​ເທດ, ດ້ວຍການ​ພະ​ຍາ​ກອນ​ຝົນ​ຕົກ​ໜັກ​ສູງ​ເຖິງ 500 ມິນ​ລີ​ແມັດໃນ​ເຂດ​ຊາຍ​ຝັ່ງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະ 100 ຫາ 200 ມິ​ນ​ລີ​ແມັດແມັດ​ໃນ​ນະ​ຄອນຫຼວງ ໂຊ​ລ ແລະ ເຂດ​ທີ່​ຢູ່​ອ້ອມ​ແອ້ມ​ຈົນ​ຮອດ​ຕອນ​ເຊົ້າ​ວັນ​ສຸກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG