ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຖ້ຽວບິນ ຈາກຖານທັບ ສຫລ ລົງຈອດ ຢູ່ອີຣ່ານ ຍ້ອນ ບັນຫາ ດ້ານລະບຽບ


ແຜນທີ່ ອີຣ່ານ
ແຜນທີ່ ອີຣ່ານ

ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ເຮືອບິນລຳນຶ່ງທີ່
ບັນທຸກຊາວອາເມຣິກັນ 100 ກວ່າຄົນຈາກອັຟການິສຖານໄປ
ຍັງດູໄບໃນທີ່ສຸດກໍໄປຮອດຈຸດໝາຍປາຍທາງແລ້ວລຸນຫລັງທີ່ ໄດ້ລົງຈອດແບບບໍ່ມີໝາຍກຳນົດຢູ່ທີ່ອີຣ່ານ.

ຖ້ຽວບິນຮັບເໝົາ ທີ່ບໍ່ແມ່ນຂອງລັດຖະບານ ຈາກສະໜາມບິນ
Bagram ໄດ້ລົງຈອດ ທີ່ເມືອງທ່າ Bandar Abbas ໃນພາກ
ໃຕ້ຂອງອີຣ່ານໃນວັນສຸກມື້ວານນີ້ ລຸນຫລັງໃນອັນທີ່ເຈົ້າໜ້າທີ່ ອະວຸໂສຄົນນຶ່ງຂອງສະຫະລັດເອີ້ນວ່າເປັນບັນຫາກ່ຽວກັບກົດ
ລະບຽບຂອງລັດຖະການ.

ການຊັກຊ້າເປັນເວລາຫຼາຍໆຊົ່ວໂມງ ໃນການເດີນທາງ ອອກຈາກອັຟການິສຖານພາໃຫ້
ເຈົ້າໜ້າທີ່ການບິນຂອງອີຣ່ານ ມີຄຳຖາມກ່ຽວກັບແຜນການບິນຂອງເຮືອບິນລຳດັ່ງກ່າວ.

ເຮືອບິນບໍ່ສາມາດກັບຄືນໄປຍັງສະໜາມບິນ Bagram ໄດ້ ຍ້ອນມີນ້ຳມັນບໍ່ພໍ ດັ່ງນັ້ນນັກ ບິນຈຶ່ງໄດ້ນຳເອົາເຮືອບິນລົງຈອດຢູ່ອີຣ່ານຈົນກວ່າບັນຫາດັ່ງກ່າວໄດ້ຮັບການແກ້ໄຂ.

ວໍຊິງຕັນແລະເຕຫະຣ່ານ ບໍ່ມີຄວາມສຳພັນທາງດ້ານການທູດລະຫວ່າງກັນ. ສະຫະລັດໄດ້ ຕັດສາຍພົວພັນກັບອີຣ່ານ ໃນປີ 1980 ແລະເປັນຜູ້ນຳພາໃນການລົງໂທດທາງດ້ານເສດ ຖະກິດຕໍ່ອີຣ່ານໃນຄວາມພະຍາຍາມເພື່ອທັບມ້າງໂຄງການນິວເຄລຍຂອງປະເທດດັ່ງກ່າວ.

XS
SM
MD
LG