ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຫຼົບ​ໜີຈາກຣັດເຊຍ: ຜົນງານຂອງນັກສິລະປິນ ລີ້​ໄພ ທີ່​ຊອກ​ຫາ​​​ຕົ້ນ​ສາຍ​ປາຍ​ເຫດ​​ວ່າ ​ເປັນ​ຫຍັງ​ຣັດ​ເຊຍ ​ຈຶ່ງ​ຮຸກຮານຢູເຄຣນ


Fleeing Russia: Exiled Artist Traces Soviet Roots of Ukraine Invasion
please wait

No media source currently available

0:00 0:02:52 0:00

ນັກສິລະປິນລີ້​ໄພ ທີ່​ຊອກ​ຫາ​​​ຕົ້ນ​ສາຍ​ປາຍ​ເຫດ​​ວ່າ ​ເປັນ​ຫຍັງ​ຣັດ​ເຊຍ ​ຈຶ່ງ​ຮຸກຮານຢູເຄຣນ

ມີປະ​ຊາ​ຊົນຣັດ​ເຊຍ​ຫຼາຍ​ແສນ​ຄົນ ທີ່ເຊື່ອ​ວ່າ​ໄດ້ຫຼົບ​ໜີ​ອອກ​ຈາກປະ​ເທດ​ບ້ານເກີດຂອງ​ເຂົາເຈົ້າ ນັບ​ຕັ້ງ​ແຕ່ ​ເດືອນ​ກຸມ​ພາ 2022, ເມື່ອວັງເຄຣມລິນ (Kremlin) ໄດ້​ເປີດ​ການ​ບຸກ​ລຸກ​ຢູ​ເຄຣນ.

ມີປະ​ຊາ​ຊົນຣັດ​ເຊຍ​ຫຼາຍ​ແສນ​ຄົນ ທີ່ເຊື່ອ​ວ່າ​ໄດ້ຫຼົບ​ໜີ​ອອກ​ຈາກປະ​ເທດ​ບ້ານເກີດຂອງ ​ເຂົາ ເຈົ້າ ນັບ​ຕັ້ງ​ແຕ່ ​ເດືອນ​ກຸມ​ພາ 2022, ເມື່ອວັງເຄຣມລິນ (Kremlin) ໄດ້​ເປີດ​ການ​ບຸກ​ລຸກ​ຢູ​ເຄຣນ. ບັນດາຕ້ອງ​ຕິສົງຄາມໄດ້ປະເຊີນໜ້າ ກັບໂທດຈໍາຄຸກ ເນື່ອງຈາກເຮັດໃຫ້ກອງທັບຣັດເຊຍ "ເສຍຊື່ສຽງ". ເຮນຣີ ຣິຈເວລ (Henry Ridgwell) ໄດ້ໂອ້ລົມກັບນັກສິລະປິນຊາວ​ຣັດເຊຍຜູ້ທີ່ໄດ້​ຫຼົບໄພໄປຢູ່ໃນນະຄອນຫຼວງລອນດອນ, ແລະຜົນງານຫຼ້າສຸດຂອງ​ລາວໄດ້ກ່າວເຖິງສົງຄາມໃນຢູເຄຣນ. ເຊິ່ງອາດນາສັກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:04:48 0:00

ທ່່ານ ພາເວລ ອອຕເດລນອຟ (Pavel Otdelnov) ກ່າວວ່າ ງານວາງສະແດງທີ່ຜ່ານມາຂອງລາວ ສໍາລັບ Pushkin House ຂອງນະຄອນຫຼວງລອນດອນ ແມ່ນກ່ຽວກັບໄພພິບັດດ້ານມະນຸດສະທໍາ ທີ່ກ່ຽວຂ້ອງກັບສົງຄາມຂອງ ຣັດເຊຍ ໃນຢູເຄຣນ, ຄວາມພະຍາຍາມທີ່ຈະຄົ້ນຫາຮ່ອງ​ຮອຍ ທີ່ເຊື່ອງຊ້ອນໄວ້ໃນປະຫວັດສາດ ທີ່ນໍາໄປສູ່ການບຸກລຸກ ຂອງວັງເຄຣມລິນ (Kremlin).

ຮູບແຕ້ມນີ້ສະແດງໃຫ້ເຫັນພັນທະບັດເກົ່າຂອງໂຊວຽດ ທີ່ໄດ້ຖືກເກັບຮັກສາໄວ້ໃນຂຸມ​ຍິງ​ລູກສອນໄຟ ທີ່ບໍ່ໄດ້ໃຊ້ງານແລ້ວ - ເຊິ່ງເປັນສິ່ງທີ່ເກີດຂື້ນໃນຕົ້ນ ຊຸມປີ 1990.

ທ່ານ ພາເວລ ອອຕເດລນອຟ (Pavel Otdelnov) ໄດ້ກ່າວວ່າ:

"ຫຼັງຈາກການຫຼົ້ມສະຫຼາຍຂອງສະຫະພາບໂຊວຽດ, ມັນໄດ້ມີການປະຕິຮູບ ດ້ານການເງິນອັນໃຫຍ່ຫຼວງຫຼາຍຄັ້ງ - ການປະຕິຮູບ ເຊິ່ງໄດ້ຖືກເອີ້ນວ່າ ການປິ່ນປົວດ້ວຍອາການຊ໊ອກ - ໄດ້ນໍາໄປສູ່ຮູບແບບການຜະລິດເງິນເຈ້ຍ [ທີ່ບໍ່ມີຄ່າ] ເປັນຈໍານວນຫຼວງຫຼາຍ."

ທ່ານ ອອຕເດລນອຟ (Otdelnov) ຫາກໍ່ສໍາເລັດການວາງສະແດງ ໃນນະຄອນຫຼວງລອນດອນ, ເຊິ່ງເປັນບ້ານໃຫມ່ຂອງລາວ. ນັກສິລະປິນ ອາຍຸ 43 ປີ ທ່ານນີ້ ໄດ້ເຕີບໃຫຍ່ຂຶ້ນຜ່ານການຫຼົ້ມສະຫລາຍ ຂອງລັດທິຄອມມິວນິສ. ຜົນງານສິລະປະຂອງລາວ ລໍ້ລຽນຄວາມຮູ້ສຶກບໍ່ຍຸຕິທຳຂອງຣັດເຊຍຕໍ່ຜົນຂອງສົງຄາມເຢັນ.

ທ່ານ ກ່າວວ່າ:

“ນີ້​ແມ່ນ​ຄຳ​ບັນຍາຍ​ທີ່​ຖືກ​ນຳ​ໃຊ້​ຢ່າງ​ຕັ້ງໜ້າ ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ໃນ​ທຸກ ​ມື້​ນີ້, ຄວາມ​ເຊື່ອທີ່​ວ່າ​ ພວກ​ເຮົາໄດ້ຮັບຄວາມ​ອັບອາຍ​, ​ພວກ​ເຮົາ​ຖືກ​ບີບໃຫ້ຍອມແພ້. ແລະ​ ​ຕອນນີ້ ​ ​ໃນ​ທ້າຍທີ່​ສຸດພວກ​ເຮົາ​ໄດ້​ລຸກ​ຂຶ້ນ​ຈາກ​ຄວາມພ່າຍແພ້​ນັ້ນ ແລະໄດ້​ສະ​ແດງ​ໃຫ້ທົ່ວ​ໂລກເຫັນວ່າ ພວກເຮົາມີອຳນາດຫຼາຍພຽງໃດ. ຄໍາເວົ້າຂອງ ທ່ານ ປູຕິນ (Putin) ທີ່ວ່າ ການຫຼົ້ມສະຫລາຍຂອງສະຫະພາບໂຊວຽດ ແມ່ນໄພພິບັດທາງດ້ານພູມສາດທີ່ໃຫຍ່ທີ່ສຸດ ຂອງສະຕະວັດທີ 20 ນັ້ນແມ່ນມີລັກສະນະສະເພາະຫຼາຍ.”

ຫຼັງ​ຈາກ​ເປີດ​ການ​ບຸກ​ໂຈມ​ຕີ​ຢູ​ເຄຣນ ໄດ້​ບໍ່​ດົນ, ຣັດ​ເຊຍ​ໄດ້​ຮັບ​ຜ່ານ​ກົດ​ໝາຍ ທີ່ກຳນົດໃຫ້ຜູ້ທີ່ບໍ່ເຫັນດີຕໍ່ສົງ​ຄາມແມ່ນເປັນອາດຊະຍາກອນ, ໂດຍມີ​ໂທດ​ຈຳ​ຄຸກ. ເຊິ່ງມີຫລາຍພັນຄົນໄດ້ຖືກຈັບກຸມ.

ເຊັ່ນດຽວກັນກັບຊາວ​ຣັດເຊຍ ຫຼາຍຮ້ອຍພັນຄົນ, ທ່ານ ອອຕເດລນອຟ (Otdelnov) ໄດ້ຕັດສິນໃຈເດີນທາງອອກຈາກປະເທດ. ທ່ານໄດ້ຮັບວີຊ່າ ໃຫ້ອາໄສຢູ່ໃນອັງກິດ ພາຍໃຕ້ໂຄງການ Global Talent ຂອງປະເທດ.

ທ່ານ ໄດ້ກ່າວວ່າ:

"ຜົນງານທີ່ຢູ່ດ້ານຫຼັງຂ້ອຍນີ້ເອີ້ນວ່າ 'A Generation.' ມັນກ່ຽວກັບປະຊາຊົນ ຜູ້ທີ່ອອກຈາກປະເທດຂອງພວກເຂົາ, ເຊິ່ງເບິ່ງບໍ່ເຫັນອະນາຄົດ, ບໍ່ເຫັນໂອກາດທີ່ຈະສືບຕໍ່ດໍາລົງຊີວິດ ແລະກ້າວຫນ້າ ແລະເຮັດວຽກຢູ່ທີ່ນັ້ນ."

ຜົນ​ງານ​ສຸດ​ທ້າຍ​ໃນ​ການ​ວາງ​ສະ​ແດງ​ໄດ້​ກ່າວ​ເຖິງ​ສົງ​ຄາມ​ ຢູ່ໃນຢູເຄຣນ​.

ທ່ານ ພາເວລ ອອຕເດລນອຟ (Pavel Otdelnov) ໄດ້ກ່າວຕື່ມວ່າ:

“ຜົນງານນີ້ເອີ້ນວ່າ 'Cargo 200.' ນີ້ແມ່ນຕູ້ບັນທຸກແຊ່ເຢັນ ທີ່ຂົນສົ່ງສົບຂອງຜູ້ເສຍຊີວິດ. ນີ້​ແມ່ນ​ຜົນງານອັນ​ສຸດ​ທ້າຍ​ຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ຂ້ອຍ​ໄດ້​ຕັດ​ສິນ​ໃຈ​ແຕ້ມຮູບນີ້ ຕອນທີ່ ​ທ່ານ ປູຕິນ (Putin) ປະ​ກາດ​ລະດົມພົນ. ຂ້ອຍ​ໄດ້​ຄິດ​ເຖິງ​ຊະ​ຕາ​ກໍາ​ຂອງ​ຄົນທີ່​ຈະ​ໄປ​ສົງຄາມ, ຄົນ​ທີ່​ຈະ​ຖືອາວຸດ, ແລະ​ຄົນ​ທີ່​ຈະ​ຖືກ​ຂ້າ.”

ທ່ານອອຕເດລນອຟ (Otdelnov) ກ່າວ​ວ່າ ທ່ານ​ຍັງ​ຫວັງ​ທີ່​ຈະ​ຍົກ​ໃຫ້​ເຫັນ ​ຊະ​ຕາ​ກໍາ​ຂອງ​ນັກ​ສິລະ​ປິນ​ຄົນ​ອື່ນໆ ​ທີ່​ບໍ່​ສາ​ມາດ​ຫລົບ​ໜີ​ຈາກ​ຣັດ​ເຊຍ​ໄດ້ — ເຊິ່ງຫລາຍ​ຄົນ​ໄດ້​ຖືກ​ຈັບ​ກຸມ ແລະ​ຕິດ​ຄຸກຍ້ອນການຕໍ່​ຕ້ານ​ສົງ​ຄາມຂອງພວກເຂົາເຈົ້າ.

ອ່​ານ​ຂ່າວ​ເປັນ​ພາ​ສາ​ອັງ​ກິດ​ຕື່ມ

XS
SM
MD
LG