ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ມີ​ຢ່າງ​ນ້ອຍ 89 ຄົນ ເ​ສຍ​ຊີ​ວິດ ຍ້ອນ​ໄພ​ນ້ຳ​ຖ້ວມ ແລະ​ດິນ​ເຈື່ອນ ໃນ​ອິນ​ໂດ​ເນ​ເຊຍ


ພວກ​ລົດ​ທັງ​ຫຼາຍ ແມ່ນ​ຖືກ​ຂີ້​ຕົມ​ຊຸ ໄປຕາມ​ນ້ຳ ໃນ​ເຂດ​ເຊັນ​ຕາ​ນີ, ປາ​ປົ​ວ, ອິນ​ໂດ​ເນ​ເຊຍ, 17 ມີ​ນາ 2019.
ພວກ​ລົດ​ທັງ​ຫຼາຍ ແມ່ນ​ຖືກ​ຂີ້​ຕົມ​ຊຸ ໄປຕາມ​ນ້ຳ ໃນ​ເຂດ​ເຊັນ​ຕາ​ນີ, ປາ​ປົ​ວ, ອິນ​ໂດ​ເນ​ເຊຍ, 17 ມີ​ນາ 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ໃນ​ອິນ​ໂດ​ເນ​ເຊຍ​ ກ່າວ​ວ່າ ມີ 89 ຄົນ​ ທີ່ຢືນ​ຢັນ​ ວ່າ ເສຍ​ຊີ​ວິດ​ແລ້ວ ຫຼັງ​ຈາກ ໄພ​ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນຕິດ​ຕໍ່​ກັນມາ​ເປັນ​ເວ​ລາ 3 ມື້ ​ໃນ​ແຂວງປາ​ປົວ ທາງພາກ​ຕາ​ເວັນ​ອອກຂອງອິນ​ໂດ​ເນ​ເຊຍນັ້ນ.

ຂົງ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຮ້າຍ​ແຮງ​ສຸດ​ແມ່ນ​ເຂດເມືອງ ຊັນ​ຕາ​ນີ ບ່ອນ​ທີ່​ຝົນ​ຕົກ​ໜັກ ໄດ້​ເຮັດ​ໃຫ້​ກ້ອນ​ຫີນ​ນ້ອຍ​ໃຫຍ່​ທັງ​ຫຼາຍ, ພ້ອມ​ທັງ​ຂີ້​ຕົມ​ແລະ​ຕົ້ນ​ໄມ້ ​ໜັກ​ຫຼາຍໆ​ໂຕນ ຖືກພັດ​ລົງ​ໃສ່​ແມ່ນ້ຳ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ພາ​ໃຫ້​ແມ່​ນ້ຳ​ລົ້ນຝັ່ງ​ຂຶ້ນ​ມາ​ຖ້ວມຢ່າງ​ແຮງ ແລະ​ຊຸ​ເອົາ​ເຮືອນ​ຊານ​ຈຳ​ນວນ​ນຶ່ງ​ແລະ​ຖະ​ໜົນ​ຫົນ​ທາງ​ໄປ​ນຳ.

ມີ​ຢ່າງ​ນ້ອຍ 74 ຄົນ ແມ່ນ​ຍັງ​ຫ​າຍ​ສາບ​ສູນ​ຢູ່​ໃນ​ໄພ​ພິ​ບັດ​ຄັ້ງ​ນີ້ໃນ​ຂະ​ນະ​ທີ່ຢ່າງ ​ນ້ອຍ 150 ຄົນ ໄດ້​ຮັບບາດ​ເຈັບ​ຍ້ອນ​ແຂນ​ຂາ​ຫັກ, ບາດ​ເຈັບ​ຕ່າງໆ​ນາໆ. ລະ​ຫວ່າງ 6 ຫາ 7 ພັນ​ຄົນ ຕ້ອງ​ໄດ້​ອົບ​ພະ​ຍົບ​ຫລົບ​ໜີ ແລະ​ໄປພັກ​ພາ​ອາ​ໄສຕາມ​ສູນຫລົບ​ໄພ​ຊົ່ວ​ຄາວ.

ປະ​ເທດອິນ​ໂດ​ເນ​ເຊຍ ແມ່ນ​ນຶ່ງ​ໃນ​ຫຼາຍ​ປະ​ເທດ ​ທີ່​ຕັ້ງ​ຢູ່​ໃນ​ເຂດ ​ທີ່​ເປັນ​ອັນ​ຕະ​ລາຍຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ. ນອກ​ຈາກ​ໃນລະ​ດູ​ຝົນ ທີ່​ພາ​ໃຫ້​ເກີດ​ຝົນ​ຕົກ​ໜັກທີ່​ພາ​ໃຫ້​ເກີດນ້ຳ​ຖ້ວມ​ຊຸ ​ແລະ​ດິນ​ເຈື່ອນແລ້ວ, ​ອິນ​ໂດ​ເນ​ເຊຍ ​ຊຶ່ງ​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້ ທີ່​ມີ 17 ພັນ​ເກາະນັ້ນ ​ຍັງ​ຕັ້ງ​ຢູ່​ໃນ​ເຂດ​ທີ່​ເອີ້ນ​ວ່າ ​ “ວົງແຫວນ​ໄຟ" ທີ່​ປະ​ກອບ​ດ້ວຍເສັ້ນ​ແຕກ​ແຫງແລະການ​ເ​ຄື່ອນ​ໄຫວ​ຂອງ​ພູໄຟ ໃນເຂດ​ອ່າງມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ ຊຶ່ງ​ເຮັດ​ໃຫ້​ເກີດ​ແຜ່ນ​ດິນ​ໄຫວ ແລະ ​ພູໄຟ​ລະ​ເບີດດັ່ງ​ກ່າວ​ນີ້ເປັນເລື້ອງ​ປົກ​ກະ​ຕິ ທຳ​ມະ​ດາ​ໄປ​ແລ້ວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG