ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ລະນຶກເຖິງ ວັນຄົບຮອບຫ້າປີ ໃນເຫດແຜ່ນດິນໄຫວ ແລະສຸນາມິ


ຄົນງານຄົນນຶ່ງ ກຳລັງທຳຄວາມສະອາດມ້ຽນມັດ ທີ່ສວນ ຂອງເຮືອນເອກກະຊົນຫຼັງນຶ່ງ ທີ່ເມືອງ Minamisoma ໃນເຂດ Fukushima ທາງພາກຕາເວັນອອກສຽງເໜືອ ຂອງຍີປຸ່ນ. (ວັນທີ 24 ກຸມພາ 2016)
ຄົນງານຄົນນຶ່ງ ກຳລັງທຳຄວາມສະອາດມ້ຽນມັດ ທີ່ສວນ ຂອງເຮືອນເອກກະຊົນຫຼັງນຶ່ງ ທີ່ເມືອງ Minamisoma ໃນເຂດ Fukushima ທາງພາກຕາເວັນອອກສຽງເໜືອ ຂອງຍີປຸ່ນ. (ວັນທີ 24 ກຸມພາ 2016)

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ແລະ​ພະ​ເຈົ້າຈັກ
ກະພັດ Akihito ນຳພາ​ພິທີ​ລະນຶກ​ເຖິງ​ຄົບຮອບ​ຫ້າ​ປີ​ໃນ​ວັນ​ສຸກ​
ມື້ນີ້ ໃຫ້​ແກ່​ພວກ​ເຄາະ​ຮ້າຍ ​ທີ່​ເສຍ​ຊີວິດ​ໃນ​ເຫດແຜ່ນດິນ​ໄຫວ​
ຂະໜາດ​ແຮງ ​ແລະ​ສຸ​ນາ​ມິ ​ເມື່ອ​ປີ 2011 ທີ່​ໄດ້​ກໍ່​ໃຫ້​ເກີດ ໄພພິ
ບັດ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ດ້ານ​ນິວ​ເຄລຍຂອງ​ໂລກ​ນັ້ນ.

ສຽງ​ລະຄັງ​ໄດ້​ດັງ​ຂຶ້ນ ທີ່​ນະຄອນຫຼວງ​ໂຕ​ກຽວ​ຍ ​ແລະ​ປະຊາຊົນ​
ໃນ​ທົ່ວ​ປະ​ເທດຍີ່ປຸ່ນໄດ້​ພາກັນ​ກົ້ມຫົວ​ລົງ​ແລະ​ສະຫງົບ​ສະຕິອາ
ລົມ​ຊົ່ວ​ຂະນະ​ນຶ່ງໃນເວລາ​ບ່າຍ 2 ​ໂມງ ​46​ ນາທີ ຊຶ່ງ​ເປັນ​ເວລາ
​ທີ່​ແຜ່ນດິນ​ໄຫວ ມີ​ຄວາມ​ແຮງ 9.0 ​ໄດ້​ເກີດ​ຂຶ້ນ ຢູ່​ນອກ​ແຄມ​ຝັ່ງ
ທະ​ເລ​ຂອງ​ປະ​ເທດ​ຍີ່​ປຸ່ນ. ​ແຜ່ນດິນ​ໄຫວ​ນີ້​ ໄດ້​ພາ​ໃຫ້​ເກີດ​ຟອງ
​ຍັກສູງ​ເຖິງ 17 ​ແມັດພັດ​ເຂົ້າຖະຫຼົ່ມ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງປະ​ເທດແລະ​ເຮັດ​
ໃຫ້​ເກືອບ 20,000 ຄົນ​ເສຍ​ຊີວິດ.

ພະເຈົ້າຈັກກະພັດ Akihito (ຂວາ) ແລະພະມະເຫສີ Michiko ຊົງໃຫ້ພະຣາຊະໂອວາດ ເນື່ອງໃນວັນຄົບຮອບຫ້າປີ ຂອງເຫດແຜ່ນດິນໄຫວ ແລະສຸນາມິ
ພະເຈົ້າຈັກກະພັດ Akihito (ຂວາ) ແລະພະມະເຫສີ Michiko ຊົງໃຫ້ພະຣາຊະໂອວາດ ເນື່ອງໃນວັນຄົບຮອບຫ້າປີ ຂອງເຫດແຜ່ນດິນໄຫວ ແລະສຸນາມິ

ຜູ້ນຳ​ທັງ​ສອງ​ຂອງ​ຍີ່ປຸ່ນ ​ໄດ້​ພາກັນ​ກົ້ມຫົວ​ລົງ ຢູ່​ຕໍ່ໜ້າ​ເວທີ ທີ່​ເຕັມ​ໄປ​ດ້ວຍ​ດອກ​ໄມ້ ​ໃນ​ພິທີ​
ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ໂຕ​ກຽວ ​ໂດຍ​ມີ​ແຂກ​ຜູ້​ມີ​ກຽດ 1,200 ຄົນ​ເຂົ້າຮ່ວມ ຮວມທັງ​ພວກ
​ທີ່​ລອດ​ຊີວິດ​ຈາກ​ເຂດ​ປະສົບ​ໄພ.

ນາຍົກລັດຖະມົນຕີ Abe ກ່າວ​ວ່າ ​ໃນ​ອະດີດ​ຜ່ານ​ມາ ປະ​ເທດ​ຂອງ​ເຮົາ​ ໄດ້​ປະສົບ​ກັບ​ໄພ
ພິບັດທີ່​ນັບ​ບໍ່​ຖ້ວນ​ມາ​ແລ້ວ​ທີ່​ອາດ​ກ່າວ​ໄດ້​ວ່າ​ເປັນ​ວິ​ກິດ​ການ​ແຫ່ງ​ຊາດ ​ແຕ່​ພວກ​ເຮົາ​ກໍ​ສາ
ມາດ​ເອົາ​ຊະນະ ​ໄພພິບັດ​ເຫຼົານີ້​ໄດ້ ​ໃນ​ແຕ່ລະ​ເທື່ອ ​ຍ້ອນໄດ້​ມີ​ການ​ຕົກລົງ​ໃຈ​ແລະ​ຄວາມ​
ຫວັງ. ຂ້າພະ​ເຈົ້າຂໍ​ປະຕິຍານ​ອີກ​ເທື່ອ​ນຶ່ງ​ວ່າ ພວກ​ເຮົາຈະປະຕິບັດ​ແບບ​ດຽວ​ກັນ​ກັບ​ສິ່​ງທີ່​
ບັນພະບຸລຸດ​ຂອງ​ພວກ​ເຮົາ​ເຄີຍເຮັດ​ມາ​ແລ້ວ ​ແລະ​ສືບ​ຕໍ່​ທຳ​ການ​ເຄື່ອນ​ໄຫວ​ເພື່ອ​ກ້າວ​ໄປ
​ໜ້າ.

Japan Tsunami Anniversary
please wait

No media source currently available

0:00 0:00:43 0:00

XS
SM
MD
LG