ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໖ ມີນາ ໒໐໒໕

ໃນ​ທີ່​ສຸດ ວັນ​ເລືອກ​​​ຕັ້ງ ຂອງ​ປະ​ເທດ​ໄທ ກໍ​ໄດ້​ມີ​ໝາຍ​ກຳ​ນົດ​ຂຶ້ນ​ແລ້ວ


Thai Election Date Set At Last
please wait

No media source currently available

0:00 0:03:00 0:00

ຫຼັງຈາກເວລາ ເກືອບເຖິງ 5 ປີ ຂອງການເຂົ້າຍຶດເອົາອຳນາດ ຂອງ ພວກທະຫານ ຊຶ່ງເທົ່າກັບວ່າເປັນການກໍ່ລັດຖະປະຫານ ອີກເທື່ອນຶ່ງນັ້ນແລ້ວ, ໃນທີ່ສຸດ ປະເທດໄທ ກໍໄດ້ປະກາດ ວັນເວລາແຫ່ງການເລືອກຕັ້ງຢ່າງເປັນທາງການ.

ຫຼັງຈາກເວລາ ​ເກືອບ​ເຖິງ 5 ປີ ຂອງການເຂົ້າ​ຍຶດ​ເອົາ​ອຳ​ນາດຂອງພວກ​ທະ​ຫານ​
ຊຶ່ງ​ເທົ່າກັບວ່າເປັນ​ການ​ກໍ່​ລັດ​ຖະ​ປະ​ຫານ​ອີກ​ເທື່ອ​ນຶ່ງນັ້ນແລ້ວ, ໃນ​ທີ່​ສຸດ ປະ​ເທດ​ໄທ
ກໍ​ໄດ້​ປະ​ກາດວັນ​ເວ​ລາ​ແຫ່ງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​. ມັນໄດ້​ມີ​ຂຶ້ນໃນ​ທ່າມ​ກາງ​ຄວາມຂັດຂ້ອງທີ່ມີ​ເພີ້ມ​ຂຶ້ນ​ຂອງ​ການຄວບ​ຄຸມ​ຢ່າງ​ຮັດ​ກຸມ​ທາງ​ທະ​ຫານ. ເດ​ວິດ ບອຍ​ລ໌
ສົ່ງລາຍ​ງານເລື້ອງ​ນີ້​ມາຈາກບາງກອກ ຊຶ່ງວັນ​ນະ​ສອນ ​ຈະສະເໜີລາຍ​ລະ​ອຽດ​ມາ​
ໃນ​ອັນ​ດັບ​ຕໍ່​ໄປ.

ມັນ​ມີ​ເຄື່ອງໝາຍຄຳ​ນັບ​ດ້ວຍນີ້ວ​ມື 3 ​ນິ້ວ ຊຶ່ງ​ແມ່ນ​ສັນ​ຍາ​ລັກ​ທີ່​ຕ້ອງ​ຫ້າມ ຂອງ​ການ
​ຕໍ່ຕ້ານພາຍ​ໃຕ້​ອຳນາດປົກຄອງຂອງທະຫານປະ​ເທດ​ໄທ ທີ່​ສາ​ມາດ​ຈັບທ່ານໄປ
ກັກຂັງໄດ້ ໃນຖານະເປັນ “ການປັບຄວາມປະພຶດ” ດັ່ງທີ່​ພວກ​ຜູ້​ນຳທາງທະ​ຫານ​
ເອີ້ນ​ກັນນັ້ນ.

​ເຖິງ​ແມ່ນ​ວ່າ​ພວກ​ຕຳ​ຫຼວດ ຈະໄດ້ມອງ​ເບິ່ງ​ພວກ​ປະ​ທ້ວງ​ທັງ​ຫຼາຍ, ພວກ​ທີ່​ເບິ່ງ​ຄື​ວ່າ
ບໍ່​ສົນໃຈ​ໃຍ​ດີກໍຕາມ - ແຕ່ພວກ​ເຂົາ​ເຈົ້າ​ກໍເມື່ອຍຄອງ​ຄອຍ ຖ້າການເລືອກ​ຕັ້ງເກືອບ​ວ່າ
ນານມາ 5 ປີ ຫຼັງ​ຈາກ​ທີ່​ພວກ​ທະ​ຫານ​ໄດ້ກໍ່​ລັດ​ຖະ​ປະ​ຫານຂຶ້ນ.

​ໃນ​ວັນພຸດ​ວານ​ນີ້, ໃນ​ທີ່​ສຸດ ການ​ຮຽກ​ຮ້ອງ​ຂອງພວກເຂົາເຈົ້າ ກໍໄດ້ຮັບ​ຄຳ​ຕອບຕອນ​ທີ່
​ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງຂອງ​ປະ​ເທດ​ໄທ ໄດ້​ປະ​ກາດ​ວ່າ ​ການ​ລໍ​ຄອຍມາ​ເປັນ
​ເວ​ລາ​ດົນ​ນານນັ້ນ ແມ່ນ​ຈົບ​ສິ້ນລົງ​ແລ້ວ.

​ທ່ານອິດ​ທິ​ພອນ ບຸນ​ປ​ຣະ​ກົງ (Ittiporn Boonpracong) ປ​ະ​ທານ ຄະ​ນະ​ກຳ​ມະ​ການ
ເລືອກ​ຕັ້ງ​ກ່າວ​ເປັນ​ພາ​ສາ​ອັງ​ກິດ​ວ່າ: “ວັນ​ເວ​ລາ​ຂອ​ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ
ແມ່ນ​ໄດ້​ຈັດ​ຢ່າງ​ເປັນ​ທາງ​ການໃສ່​ວັນ​ອາ​ທິດ ທີ 24 ຂອງ​ເດືອນ​ມີ​ນາ. ຊຶ່ງ​ເປັນ​ວັນ​
ເວ​ລາ ທີ່​ປ່ຽນແປງ​ໄດ້ແລະ​ກໍຈະ​ເປັນ​ຜົນ​ປະ​ໂຫຍດ​ສຳ​ລັບ​ທຸກໆ​ທ່ານ​ທີ່​ເປັນ​ຫ່ວງ
​ເປັນ​ໃຍ. ນັ້ນ​ແມ່ນເຫດ​ຜົນ​ຫຼັກ​ ທີ່​ພວກ​ເຮົາ​ເລືອກ​ເອົາ​ມື້ນັ້ນ.”

ຈົນ​ມາ​ຮອດ​ຫວ່າງ​ມໍ່ໆ​ມາ​ນີ້, ພວກ​ນັກ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ​ເຊັ່ນ​ພວກ​ນີ້ແມ່ນ​ຖືກ
​ເກືອດ​ຫ້າມ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ຣະ​ຢຸດ ຈັນ​ໂອ​ຊາ.

​ຫຼາຍ​ໆຄົນ ​ທີ່​ກ້າທ້າ​ທາຍ​ກົ​ດ​ລະ​ບຽບ​ການ​ຂອງ​ທ່ານ​ ແມ່ນ​ໄດ້​ຖືກ​ຕິດ​ຄຸກ,ເຖິງ​ແມ່ນ​ວ່າ
​ພວກ​ນັກ​ເຄື່ອນ​ໄຫວ​ພວກ​ນີ້ ຮູ້​ສຶກ​ວ່າ​ມີ​ຂວັນກຳ​ລັງ​ໃຈເພີ້ມຂຶ້ນ​ຈາກການ​ຢັ່ງ​ລົງເບິ່ງນ້ຳ
ໃນ​ຮອບ​ຫຼ້າ​ສຸດ​ນີ້ກໍຕາມ.

​ທ່ານ​ປ​ຣະ​ຢຸດ ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງພັກເພື່ອ​ໄທ ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ
ຊຶ່ງ​ຜູ້​ເປັນອ້າຍ ຄືທ່ານ​ທັກ​ສິນ ຊິນ​ນະ​ວັດ ກໍແມ່ນ​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ການ ເປັນນາ​ຍົກ
ລັດ​ຖະ​ມົນ​ຕີ ໂດຍ​ພວກ​ທະ​ຫານເຊັ່ນກັນ.

​ພັກຝ່າຍ​ຕ່າງໆ ທີ່​ເປັນ​ພັນ​ທະ​ມິດ​ກັບ​ທ່ານ​ທັກ​ສິນ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງຂອງ​ໄທ
ໃນປີ 2001, ແຕ່​ວ່າ​ພວກ​ທະ​ຫານ ໄດ້ນຳ​ເອົາ​ການ​ມີ​ອຳນາດ​ແບບແມ່ນຂອງຜູ້ດຽວ
ເຂົ້າ​ມາ​ປົກຄອງ ເພື່ອ​ຮັກ​ສາ​ຄວາມທຸ່ນທ່ຽງ ໃນ​ຂະ​ນະ​ທີ່​ເກີດການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ
ແລະ​ການຄວບ​ຄຸມ​ການ​ສໍ້​ລາດ​ບັງ​ຫຼວງ.

ມັນ​ໄດ້ເກີດ​ຄວາມ​ໂກດ​ແຄ້ນ ພາຍ​ໃນ​ໝູ່​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານທັກ​ສິນເອງ,
ຜູ້​ຊຶ່ງ​ໄດ້ສະ​ແດງ​ອອກ​ມາຊຶ່ງ​ຄວາມ​ບໍ່​ພໍ​ໃຈ ໂດຍ​ການ​ລຸກ​ຮື​ຂຶ້ນ​ປະ​ທ້ວງ ຍ້ອນ​ການ​ຍືດ
​ເຍື້ອ​ການເລືອກ​ຕັ້ງ​ອອກ​ໄປ ທີ່​ໄດ້​ເຫັນ​ຢູ່ໃນ​ການ​ໂຮມ​ຊຸມ​ນຸມ​ເຊັ່ນ​ນີ້.ສ່ວນຝ່າຍ​ຄ້ານ
ພວກ​ທີ່​ສະ​ໜັບ​ສະ​ໜຸນ​ກະ​ສັດ ແມ່ນ​ໄດ້ມອງເຫັນ​ໄປໃນ​ທາງ​ທີ່​ແຕກ​ຕ່າງ.

ພວກນັກເຄື່ອນໄຫວ ແລະພວກນັກສຶກສາມະຫາວິທະຍາໄລ ພາກັນເຕົ້າໂຮມກັນ ເພື່ອຮຽກຮ້ອງ ໃຫ້ມີການເລືອກຕັ້ງ ຄັ້ງທຳອິດໃນປະເທດໄທ ນັບຕັ້ງແຕ່ ພວກທະຫານເຂົ້າຍຶດອຳນາດໃນການກໍ່ລັດຖະປະຫານປີ 2014 ໃນບາງກອກ, 8 ມັງກອນ 2019.
ພວກນັກເຄື່ອນໄຫວ ແລະພວກນັກສຶກສາມະຫາວິທະຍາໄລ ພາກັນເຕົ້າໂຮມກັນ ເພື່ອຮຽກຮ້ອງ ໃຫ້ມີການເລືອກຕັ້ງ ຄັ້ງທຳອິດໃນປະເທດໄທ ນັບຕັ້ງແຕ່ ພວກທະຫານເຂົ້າຍຶດອຳນາດໃນການກໍ່ລັດຖະປະຫານປີ 2014 ໃນບາງກອກ, 8 ມັງກອນ 2019.

​ຂ້າງນອກການ​ປະ​ກາດ​ຂອງຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ, ພວກ​ເຂົາ​ເຈົ້າ​ໄດ້​ຮວມ​ຕົວ​ກັນ​
ເປັນ​ກຸ່ມ​ນ້ອຍໆ​ເພື່ອ​ປະ​ທ້ວງ​ປະ​ຕິ​ເສດ​ຕໍ່​ວັນ​ເວ​ລາ​ຂອງ​ການ​ເລືອກ​ຕັ້ງດັ່ງກ່າວ ຍ້ອນເຫດ
ຜົນທີ່ວ່າມັນໃກ້ກັບ​ວັນ​ຂຶ້ນ​ຄອງ​ລາດ​ຂອງ​ກະ​ສັດ​ມະຫາ ວາຈິ​ຣາ​ລົງ​ກອນ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນພຶດ​ສະ​ພານີ້.

ທັງ​ສອງ​ຝ່າຍ ແມ່ນ​ຕົກ​ຢູ່​ໃນ​ທ່າ​ຂົມ​ຂື່ນ​ຕໍ່ກັນ​ ມາ​ໄດ້​ຮອບ​ຫຼາຍໆ​ທົດສະ​ວັດ ​ໃນ​ປະ​ເທດ
​ທີ່​ໄດ້ມີ​ຄວາມ​ພະ​ຍາ​ຍາມ​ກໍ່​ລັດ​ຖະ​ປະ​ຫານ ມາ​ໄດ້ 19 ເທື່ອ​ແລ້ວ​ນັ້ນ ຊຶ່ງ 12 ຄັ້ງ
ໄດ້ປະ​ສົບຜົນ​ສຳ​ເລັດ, ນັບ​ຕັ້ງ​ແຕ່ ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​ທິ​ປະ​ໄຕ ໄດ້​ເລີ້ມ​ຂຶ້ນ
ໃນ​ປີ 1932 ເປັນ​ຕົ້ນ​ມາ.

ກອງກຳ​ລັງ​ອັນ​ໃໝ່​ນີ້, ໃນ​ອ​ະ​ນາ​ຄົດ​ຕໍ່​ໜ້າ ມີຄວາມ​ຫວັງ​ໃໝ່​ວ່າຈະ​ຜ່າ​ວົງ​ວຽນ​ນີ້​ໄປ
ເຖິງ​ແມ່ນ​ວ່າ ​ພວກ​ເຂົາ​ເຈົ້າຈະບໍ່​ຢູ່​ພາຍ​ໃຕ້​ເງົາມືດກ່​ຽວ​ກັບ​ວ່າ ຍັງ​ອີກ​ດົນ​ປານ​ໃດ ເສັ້ນ
​ທາງ​ຂອງປະ​ເທດ​ໄທ ຈະ​ທົນ​ຢູ່​ໃນ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ ໄດ້​ອີກ​ດົນ​ປານ​ໃດ.

ຜູ້​ນຳຂອງ​ພວກ​ເຂົາ​ເຈົ້າ, ​ມະ​ຫາ​ເສດ​ຖີ ​ໄວ 40 ປີ ທີ່​ມີ​ສະ​ເໜ່ ​ຄືທ່ານທະ​ນາ​ທອນ
ຈຶງ​ຣຸງເຣືອງ​ກິ​ຈ ກ່າວ​ວ່າ ການ​ເລືອກ​ຕັ້ງ​ນີ້ ​ແມ່ນເປັນ​ການ​ປະ​ນີປະ​ນອມ​ຢ່າງ​ເລິກ​ເຊິງ
ແລະ​ມັນເປັນບາດ​ກ້າວ​ທຳ​ອິດ ທີ່​ຈະ​ເດີນ​ໄປ​ສູ່​ເສັ້ນທາງ​ຂອງການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ.

ທ່ານທະ​ນາ​ທອນ ຈຶງ​ຣຸງ​ເຣືອງ​ກິ​ຈ ຜູ້​ນຳ​ຂອງ​ພັກ​ອະ​ນາ​ຄົດ​ໃໝ່ ຫຼື Future Forward
Party ກ່າວ​ເປັນ​ພາ​ສາ​ອັງ​ກິດ​ວ່າ: “ສະ​ນັ້ນ ຖ້າ​ຫາກ​ທ່ານ​ຕ້ອງ​ການ​ທີ່​ຈະ​ແກ້​ໄຂ​ບັນ​ຫາ
​ທີ່​ມັນ​ຜິດ​ພາດ​ມາ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ມາ​ນັ້ນ ວິ​ທີ​ດຽວ​ທີ່​ທ່ານ​ສາ​ມາດ​ທີ່​ຈະ​ເຮັດ​ໄດ້.
ທ່ານ​ຕ້ອງ​ໄດ້​ແກ້​ໄຂ​ທີ່​ຕົ້ນ​ທາງ​ທີ່​ສ້າງ​ບັນ​ຫາ​ນັ້ນ. ນັ້ນ​ໝາຍຄວາມວ່າ ທ່ານ​ຕ້ອງ​ໄດ້​ແກ້​ໄຂ
ບັນ​ຫາທີ່​ເປັນ​ເຄົ້າ​ໂຄງ​ນັ້ນ. ກັບ​ກຸ່ມພວກຜູ້​ຄົນ​ພວກນີ້ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ນັກ​ການ
​ເມືອງ​ຜູ້ໃດ ທີ່​ພະ​ຍາ​ຍາມຈະເຮັດ​ເລື້ອງ​ນີ້ ມາ​ກ່ອນ.”

ຜູ້ໃດ ກໍ​ຕາມ​ແຕ່ທີ່​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຂອງ​ເດືອນ​ມີ​ນາ​ນີ້ ຈະ​ເປັນ​ການ​ເລືອກ​ຕັ້ງ
ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ໂດຍ​ພວກ​ທະ​ຫານ ທີ່​ໄດ້​ຮ່າງ​ຂຶ້ນ​ມາເຖິງ 20 ປີ ຂອງ​ການ​
ວາງ​ແຜນພັດ​ທະ​ນາ ທີ່ກວມ​ຮວມ​ເອົາ​ທຸກ​ສິ່ງ​ຢ່າງຈາກ​ເລື້ອງ​ຮັກ​ສາ​ຄວາມ​ປອດ​ໄພ
ໄປ​ຈົນ​ເຖິງ​ຄວາມ​ທ່ຽງ​ທຳ​ໃນ​ດ້ານ​ສັງ​ຄົມ.

ສະ​ພາ​ສູງ 250 ບ່ອນ​ນັ່ງ ແມ່ນ​ຍັງ​ຈະ​ໄດ້​ແຕ່ງ​ຕັ້ງ​ໂດຍ​ກົງ​ຈາກ​ທາງ​ທະ​ຫານ ຊຶ່ງ​ຍັງ​ຈະ
​ສືບ​ຕໍ່ເປັນ​ໄພ​ຂົ່ມ​ຂູ່ ທີ່​ຈະ​ໃຊ້​ກວດ​ລ້າງ​ອຳ​ນາດລັດ​ຖະ​ທຳ​ມະ​ນູນຕໍ່​ຕ້ານ​ຝ່າຍ​ຄ້ານ
​ທາງ​ການ​ເມືອງ.

ມັນ​ແມ່ນຄ່າ​ຂອງ​ກໍ່​ລັດ​ຖະ​ປະ​ຫານ ໄດ້​ຈັດ​ຂຶ້ນ ເພື່ອ​ການ​ລົງ​ຄະ​ແນນ​ສຽງ ແລະ​ນຶ່ງ​ໃນ
​ພວກ​ນັກ​ເຄື່ອນ​ໄຫວ​ເຫຼົ່າ​ນີ້ ມີ​ສຽງ​ພຽງ​ເລັກ​ນ້ອຍ ນອກ​ຈາກ​ຈະ​ຊົດ​ເຊີຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຂໍ້ຄວາມຈາກພວກນັກຂ່າວ ທີ່ໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງໃນທັນທີ ເພື່ອຍຸດຕິການປົກຄອງດ້ວຍທະຫານ ທີ່ຖືກຖ່າຍເກັບໄວ້ ໃນມະຫາວິທະຫຍາໄລໃນບາງກອນ, 19 ມັງກອນ 2018.
ຂໍ້ຄວາມຈາກພວກນັກຂ່າວ ທີ່ໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງໃນທັນທີ ເພື່ອຍຸດຕິການປົກຄອງດ້ວຍທະຫານ ທີ່ຖືກຖ່າຍເກັບໄວ້ ໃນມະຫາວິທະຫຍາໄລໃນບາງກອນ, 19 ມັງກອນ 2018.
XS
SM
MD
LG