ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫ້າລັດ ໃນ ສະຫະລັດ ຈັດການເລືອກຕັ້ງ ໃນວັນອັງຄານວານນີ້


ສະມາຊິກສະພາຕໍ່າລັດມິນເນໂຊຕ້າ ທ່ານນາງ ອິລານ ໂອມາ ກ່າວຄຳປາໄສ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງປະທານາທິບໍດີພັກເດໂມແຄຣດຂອງ ທ່ານ ເບີນີ ແຊນເດີສ໌ ສະມາຊິກສະພາສູງລັດເວີມັອນ, ທີ່ສູນ ເຊັ້ນ ພອລ ຣີເວີ, ເມືອງ ເຊັ້ນ ພອລ, ລັດ ມິນເນໂຊຕ້າ. 2 ມີນາ, 2020.
ສະມາຊິກສະພາຕໍ່າລັດມິນເນໂຊຕ້າ ທ່ານນາງ ອິລານ ໂອມາ ກ່າວຄຳປາໄສ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງປະທານາທິບໍດີພັກເດໂມແຄຣດຂອງ ທ່ານ ເບີນີ ແຊນເດີສ໌ ສະມາຊິກສະພາສູງລັດເວີມັອນ, ທີ່ສູນ ເຊັ້ນ ພອລ ຣີເວີ, ເມືອງ ເຊັ້ນ ພອລ, ລັດ ມິນເນໂຊຕ້າ. 2 ມີນາ, 2020.

ຫ້າລັດໃນ ສະຫະລັດ ໄດ້ຈັດການເລືອກຕັ້ງເປັນຂະບວນໃນວັນອັງຄານວານນີ້, ດ້ວຍສະມາຊິກສະພາຕໍ່າທ່ານນາງ ອິລານ ໂອມາ, ຜູ້ທີ່ຕຳໜິປະທານາທິບໍດີ ດໍໂນລ ທຣຳ ຢ່າງອອກປາກອອກສຽງ, ໄດ້ປະເຊີນໜ້າ ກັບຜູ້ທ້າຊິງເອົາຕຳ ແໜ່ງທີ່ແຂງແກ່ນໃນການເລືອກຕັ້ງຂັ້ນຕົ້ນ ພັກເດໂມແຄຣັດ ໃນເຂດນະຄອນ ມິນເນອາໂປລິສ ຂອງທ່ານນາງ.

ທ່ານນາງ ໂອມາ, ສັນຊາດ ອາເມຣິກັນ ເຊື້ອສາຍ ໂຊມາເລຍ ນັ້ນ, ແມ່ນແມ່ ຍິງຊາວມຸສລິມຄົນທຳອິດ ທີ່ຖືກເລືອກເປັນສະມາຊິກລັດຖະສະພາ. ລາວກຳລັງ ພະຍາຍາມແຂ່ງຂັນ ເພື່ອຖືກສະເໜີຊື່ດຳລົງຕຳແໜ່ງ ສະໄໝທີສອງ ກັບທ່ານ ແອນໂທນ ແມລຕັນ ມີເອີ, ທະນາຍຄວາມອາເມຣິກັນເຊື້ອສາຍອາຟຣິກາ ຄື ກັບທ່ານນາງ ໂອມາ, ທ່ານໄດ້ລະດົມເງິນຫຼາຍກວ່າ 4 ລ້ານໂດລາ ໃນທຶນ ການໂຄສະນາຫາສຽງ, ແຕ່ໄດ້ນຳໜ້າທ່ານນາງໄປໄກຫຼາຍ ໃນສອງສາມອາທິດ ທີ່ຜ່ານມາ.

ທ່ານນາງ ໂອມາ ແມ່ນນຶ່ງໃນສະມາຊິກສະພາຕໍ່າແມ່ຍິງຂອງພັກເດໂມແຄຣັດ 4 ຄົນທີ່ເປັນຄົນມີຜິວສີອື່ນ ຜູ້ທີ່ເອີ້ນຕົນເອງວ່າ ໝູ່ຄະນະ. ເຂົາເຈົ້າມັກຈະຄັດ ຄ້ານທ່ານ ທຣຳ ໃນລະຫວ່າງການດຳລົງຕຳແໜ່ງສາມປີເຄິ່ງຂອງທ່ານ ໃນທຳ ນຽບຂາວ, ພ້ອມກັບໃນເວລາການໂຕ້ຖຽງກັນກັບບັນດາຜູ້ນຳພັກ ເດໂມແຄຣັດ ກ່ຽວກັບ ນະໂຍບາຍທີ່ເຂົາເຈົ້າບໍ່ພິຈາລະນາວ່າ ມີຄວາມກ້າວໜ້າພໍ.

ທ່ານ ແມລຕັນ ມີເອີ ໄດ້ເວົ້່າວ່າທ່ານນາງ ໂອມາ ມັກກໍ່ໃຫ້ເກີດບັນຫາໂຕ້ແຍ້ງ ຫຼາຍໂພດໃນສະພາຕໍ່າປະຈຳເຂດຂອງລາວ, ແຕ່ທ່ານນາງ ໂອມາ ໄດ້ຮັບການ ສະໜັບສະໜູນຈາກສະມາຊິກສະພາຕໍ່າພັກເດໂມແຄຣັດຄົນອື່ນໆ, ລວມທັງປະ ທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ.

ທັງທ່ານນາງ ໂອມາ ແລະ ທ່ານ ແມລຕັນ ມີເອີ ໄດ້ອະທິບາຍຕົນເອງວ່າເປັນບຸກຄົນຫົວກ້າວໜ້າ ແຕ່ມີທັດສະນະຄະຕິທີ່ແຕກຕ່າງກັນ ກ່ຽວກັບ ອິສຣາແອລ. ທ່່ານນາງ ໂອມາ ສະໜັບສະໜູນຄວາມພະຍາຍາມທີ່ຈະກີດກັ້ນລັດຊາວຢິວນັ້ນ ຍ້ອນການປະຕິບັດຂອງເຂົາເຈົ້າຕໍ່ຊາວ ປາແລັສໄຕນ໌, ໃນຂະນະທີ່ທ່ານ ແມລ-ຕັນ ມີເອີ ໄດ້ຮັບການສະໜັບສະໜູນຈາກຫຼາຍກຸ່ມ ທີ່ສະໜັບ ສະໜູນ ອິສຣາແອລ.

ບັນດາຜູ້ລົງຄະແນນສຽງຍັງໄດ້ປ່ອນບັດໃນການແຂ່ງຂັນຂັ້ນທ້ອງຖິ່ນ, ລັດ ແລະ ສະພາຕໍ່າໃນລັດ ຄອນແນຕິຄັດ, ວິສຄອນຊິນ, ເວີມັອນ ແລະ ຈໍເຈຍ.

ໃນລັດ ຈໍເຈຍ ທີ່ຕັ້ງຢູ່ພຽງໃຕ້ນັ້ນ, ພັກຣີພັບບລີກັນ ແມ່ນກຳລັງລໍຖ້າຜົນຂອງ ການແຂ່ງຂັນເລືອກຕັ້ງຂັ້ນຕົ້ນສະພາຕໍ່າ ທີ່ລວມມີທ່ານນາງ ມາຈໍຣີ ເທເລີ ກຣີນ, ນັກເຄື່ອນໄຫວສິດທິໃນການໃຊ້ປືນ ແລະ ຜູ້ສະໜັບສະໜູນກຸ່ມ QAnon, ເຊິ່ງແມ່ນກຸ່ມຂວາຈັດ ຢ່າງອອກປາກອອກສຽງ ທີ່ເຊື່ອວ່າ “ທິດສະ ດີສົມຮູ້ຮ່ວມຄິດ” ຂອງຄົນແມ່ນກຳລັງເຮັດວຽກເພື່ອທຳລາຍການເປັນປະທານາ ທິບໍດີຂອງທ່ານ ທຣຳ. ທ່ານນາງຖືກຄັດຄ້ານໂດຍທ່ານ ຈອນ ໂຄວານ, ແພດ ຫົວອະນຸລັກ ນິຍົມຜູ້ທີ່ບໍ່ເຊື່ອທິດສະດີສົມຮູ້ຮ່ວມຄິດຂອງກຸ່ມ QAnon.

ຜູ້ຊະນະເລີດໃນການແຂ່ງຂັນລະຫວ່າງ ທ່ານນາງ ກຣີນ ກັບ ທ່ານ ໂຄວານ ແມ່ນເກືອບວ່າຈະເປັນການຮັບປະກັນໄຊຊະນະໃນການເລືອກຕັ້ງລັດຖະສະພາ ຈາກເຂດທີ່ສະໜັບສະໜູນພັກຣີພບັບລີກັນຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG