ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ຍັງຫາຍສາບສູນ ຫຼັງຈາກ ຂີ້ຕົມເຈື່ອນ ທີ່ລັດຄາລິຟໍເນຍ


ນັກກູ້ໄພສຸກເສີນຄົນນຶ່ງ ກຳລັງເບິ່ງລົງໄປຈາກຂົວ ຢູ່ເຂດນໍ້າຖ້ວມ ຂອງຮາຍເວ 101 ໃນເມືອງມົງເຕຊິໂຕ ລັດຄາລິຟໍເນຍ.
ນັກກູ້ໄພສຸກເສີນຄົນນຶ່ງ ກຳລັງເບິ່ງລົງໄປຈາກຂົວ ຢູ່ເຂດນໍ້າຖ້ວມ ຂອງຮາຍເວ 101 ໃນເມືອງມົງເຕຊິໂຕ ລັດຄາລິຟໍເນຍ.

ພວກ​ນັກ​ກູ້​ໄພ​ຢູ່​ລັດ​ຄາ​ລີ​ຟໍ​ເນຍ ໄດ້​ເລີ້ມ​ເຮັດວຽກ​ຖ້ຽວ​ທີ​ສອງ ຜ່ານ​ເຂົ້າໄປໃນເຂດທີ່
​ຂີ້ຕົມ​ເຈື່ອນ​ຮ້າຍ​ແຮງ ​ໃນ​ຕົ້ນ​ອາທິດ​ນີ້ ເພື່ອຊອກ​ຫາ​ຜູ້​ລອດ​ຊີວິດມາໄດ້ ຈາກໄພພິບັດ
​ທີ່​ຮູ້​ແລ້ວ​ວ່າ​ມີ​ຜູ້​ເສຍ​ຊີວິດ 17 ຄົນ.

​ໃນ​ວັນ​ສຸກ​ວານ​ນີ້ ຈຳນວນຜູ້ຄົນ​ທີ່​ຄາດ​ວ່າຫາຍ​ສາບ​ສູນ ​ໄດ້​ຫລຸດ​ລົງ​ມາ​ຢູ່​ຫ້າ​ຄົນ ຫລັງ​ຈາກກະປະມານວ່າ ມີຢູ່ 43 ຄົນ ​ໃນ​ວັນ​ພະຫັດ​ຜ່ານມານີ້. ​ໂຄສົກ ​ຂອງ ເມືອງ​ແຊນ​ຕາ ບາບາຣາ ທ່ານ​ນາງ​ແອທເບີ​ ​ແອນ​ເດີ​ສັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ກູ້​ໄພ​ສຸກ​ເສີນ​
ຈຳນວນ 1,250 ຄົນ ​ໄດ້​ເຮັດ​ວຽກ​ໃນ​ວັນ​ສຸກ​ວານ​ນີ້ ຂຸດ​ຄົ້ນ​ຢູ່​ຕາມ​ຂີ້ຕົມ ​ແລະ​ຍ່າງ​ຢຽບ
​ຊອກ​ຫາ​ຜູ້​ໃດ​ຜູ້​ນຶ່ງ ​ທີ່ອາດ​ຕິດ​ຄາ​ຢູ່.

ພວກ​ຊອກ​ຄົ້ນ​ຫາ​ພາກັນ​ໃຊ້​ຍານ​ພາຫາ​ນະ​ ​ແລະ​ເຮືອບິນ​ເຮ​ລິ​ຄອບ​ເຕີ ​ແຕ່​ວ່າ​ສາຍ​ໄຟ
ຟ້າ​ທີ່ຂາດ ​ແລະ​ຖະໜົນ​ຫົນທາງ​ທີ່​ຖືກ​ຕັນນັ້ນ ​ໄດ້​ເຮັດໃຫ້ຄວາມ​ພະຍາ ຍາມດັ່ງກ່າວ
ສັບສົນ.

ຮູບພາບເຜີຍແຜ່ໂດຍໜ່ວຍດັບເພີງເມືອງ ແຊນຕາ ບາບາຣາ ທີ່ເຫັນນໍ້າຖ້ວມຢູ່ ຖະໜົນ ໂອລີບ ມຽວ.
ຮູບພາບເຜີຍແຜ່ໂດຍໜ່ວຍດັບເພີງເມືອງ ແຊນຕາ ບາບາຣາ ທີ່ເຫັນນໍ້າຖ້ວມຢູ່ ຖະໜົນ ໂອລີບ ມຽວ.

ຂີ້ຕົມ​ເຈື່ອນ​ໃນ​ວັນ​ອັງຄານ​ທີ່​ຜ່າ​ນມາ​ ໃນ​ເມືອງ​ແຊນ​ຕາ ບາ​ບາຣາ ​ເປັນຜົນ​ມາ​ຈາກ​ໄຟ
​ໄໝ້ປ່າ ຕິດຕາມ​ມາ​ດ້ວຍຝົນ​ຕົກ​ໜັກ ​ທີ່​ເຮັດ​ໃຫ້​ແມ່​ນໍ້າຕ່າງໆ ຊຸ​ເອົາຂີ້​ເຫຍື້ອ​ໄຫລ​ລົງ​ມາ​
ຈາກ​ເນີນ​ພູສູງຊັນ. ມີຝົນຕົກໜັກສູງເຖິງ 13 ຊັງ​ຕີ​ແມັດ​ ຢູ່ ໃນຫລາຍ​ເຂດ. ​ຮູບວີ​ດີ​ໂອ
ຈາກ​ວັນ​ອັງຄານ​ແລ້ວ​ນີ້ ສະ​ແດງ​ໃຫ້​ເຫັນ​ລົດ​ຄັນ​ນຶ່ງ​ກຳລັງ​ຖືກຊຸຕາມ​ຖະໜົນ​ໂຄ້ງ ທີ່​
ເຕັມ​ໄປ​ດ້ວຍ​ຂີ້ຕົມ​ຢູ່​ທັງ​ສອງ​ຟາກ.

ຜູ້​ເຄາ​ະຮ້າຍ 17 ຄົນ ທີ່​ມີ​ອາຍຸ​ແຕ່ ​3 ຫາ 89 ປີ ຊຶ່ງທັງ​ໝົດ​ນີ້​ເປັນ​ຊາວບ້ານ​ແຄມ​ຝັ່ງ
​ທະ​ເລ​ ຂອງ​ປະຊາ​ຄົມ​ທາງ​ຕາ​ເວັນ​ຕົກ​ສຽງເໜືອ​ ຂອງນະຄອນ​ລອສ ​ແອນ​ເຈີ​ລິ​ສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

California Mudslides
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG