ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ເສຍຊີວິດ ໃນການໂຈມຕີ ຄ້າຍທະຫານໄທ ທີ່ຈັງຫວັດ Narathiwat


ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໄທ​ກ່າວ​ວ່າ ພວກ​ກະບົດ​ໄດ້​ໂຈມ​ຕີຄ້າ​ຍ​ແຫ່ງ​ນຶ່ງຂອງ​ທະ ຫານ​ໃນ​ຕອນ​
ແລງ​ຂອງ​ວັນ​ອັງຄານວານ​ນີ້ທີ່​ຈັງຫວັດ Narathiwat ​ແລະກອງ​ທະຫານທີ່​ຢູ່ໃນ​ຄ້າຍ​ດັ່ງ​ກ່າວ
ໄດ້ຍິງ​ຕອບ​ໂຕ້ຄືນ.

ຜູ້​ເຄາະ​ຮ້າຍແມ່ນຮວມ​ທັງທະຫານ​ນຶ່ງ​ຄົນ ພວກ​ກະບົດ​ມຸສລິ​ມສ​ອງຄົນ ​ແລະບຸກ ​ຄົນ​ອຶ່ນໆ​
ອີກ​ສອງ​ຄົນ.

ນອກ​ນັ້ນ ຍັງ​ມີຜູ້​ຄົນ​ອີກ​ຈຳນວນ​ນຶ່ງໄດ້​ຮັບ​ບາດ​ເຈັບ ຮວມ​ທັງ​ທະຫານ​ຫຼາຍໆ​ຄົນ.

ກຸ່ມມຸສລິ​ມ​ແບ່ງ​ແຍກ​ດິນ​ແດນ ​ໄດ້ເຮັດ​ສົງຄາມ​ກໍ່​ກະບົດ​ຢູ່​ໃນບັນດາ​ຈັງຫວັດ​ທີ່​ມີ​ຊາວ​ມຸສລິ​ມ​
ເປັນ​ຄົນ​ກຸ່​ມ​ໃຫຍ່ ​ປະກອບ​ດ້ວຍ​ຈັງຫວັດ Yala, Narathiwat ​ແລະ Pattani ນັບ​ຕັ້ງ​ແຕ່​ປີ
2004 ​ເປັນຕົ້ນມາ.

ມີຫລາຍ​ກວ່າ 5000 ຄົນ​ແລ້ວ ​ໄດ້​ເສຍ​ຊີວິດ ​ຈາກ​ການ​ສູ້​ລົບ​ກັນ​ດັ່ງກ່າວ​ນີ້.

XS
SM
MD
LG