ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊາຍ 5 ຄົນ ຖືກສົງໄສ ວ່າ ເກນເອົາຄົນ ໃຫ້ ກຸ່ມລັດອິສລາມ ຖືກຈັບ ຢູ່ເຢຍຣະມັນ


ເຈົ້າໜ້າທີ່ຕຳຫຼວດ ຄົ້ນຕຶກຫ້ອງແຖວ ຢູ່ໃກ້ກັບວັດມຸສລິມ ໃນແວດວົງ ກຸ່ມຊາວມຸສລິມທີ່ປາກເວົ້າພາສາເຢຍຣະມັນ ໃນເມືອງ Hildesheim ຢູ່ພາກກາງຂອງເຢຍຣະມັນ, ວັນທີ 8 ພະຈິກ 2016.
ເຈົ້າໜ້າທີ່ຕຳຫຼວດ ຄົ້ນຕຶກຫ້ອງແຖວ ຢູ່ໃກ້ກັບວັດມຸສລິມ ໃນແວດວົງ ກຸ່ມຊາວມຸສລິມທີ່ປາກເວົ້າພາສາເຢຍຣະມັນ ໃນເມືອງ Hildesheim ຢູ່ພາກກາງຂອງເຢຍຣະມັນ, ວັນທີ 8 ພະຈິກ 2016.

ພວກຜູ້ຊາຍ 5 ຄົນ ໄດ້ຖືກຈັບກຸມ ເມື່ອວັນອັງຄານວານນີ້ ຢູ່ປະເທດເຢຍຣະມັນ ໃນ
ຂໍ້ຫາເກນເອົາຄົນໄປເປັນນັກລົບ ໃຫ້ແກ່ກຸ່ມກໍ່ການຮ້າຍລັດອິສລາມ. ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ Heiko Mass ເອີ້ນການຈັບກຸມດັ່ງກ່າວວ່າ ເປັນ “ການທັບມ້າງ ທີ່ສຳຄັນຕໍ່ການເຄື່ອນໄຫວ ກໍ່ການຮ້າຍຢູ່ໃນເຢຍຣະມັນ.”

​ເຈົ້າໜ້າ​ທີ່ເຢຍຣະມັນ ກ່າວວ່າ ພວກຜູ້ຕ້ອງສົງໄສ ໄດ້ຖືກຄວບຄຸມໂຕ ຫຼັງຈາກມີການ
ບຸກເຂົ້າກວດຄົ້ນ ຫຼາຍແຫ່ງຕິດຕໍ່ກັນ ຢູ່ໃນລັດ Lower Saxony ແລະ ລັດ Rhine Westphalia ເໜືອ . ພວກເຂົາເຈົ້າ ຈະປະເຊີນກັບຂໍ້​ຫາ ກໍ່ຕັ້ງ “ເຄືອຂ່າຍຂອງກຸ່ມ ຕໍ່ສູ້ເພື່ອສາສະໜາ” ທີ່ພະ ຍາຍາມເກນເອົາຊາວມຸສລິມ ໄປສູ້ລົບຄຽງບ່າຄຽງໄຫລ່ ກັບພວກຫົວຮຸນແຮງລັດອິສລາມ ຢູ່ໃນຊີເຣຍ.

ບັນດານັກສືບສວນສອບສວນ ໄດ້ລະບຸໂຕ ຜູ້ຕ້ອງສົງໄສຄົນໜຶ່ງ ຄືເປັນຄົນອີຣັກ ອາຍຸ
32 ປີ ໂດຍມີນາມແຝງວ່າ ທ້າວ Abu Walaa ​ໂດຍກ່າວວ່າ ຜູ້ກ່ຽວເປັນຫົວໜ້າບົງການ ຂອງກຸ່ມດັ່ງກ່າວ. ລາຍງານ ກ່າວອີກວ່າ ພວກຜູ້ຕ້ອງສົງໄສຄົນອື່ນໆ ປະກອບມີ ຄົນເທີກີ, ຄົນເຢຍຣະມັນ, ຄົນເຢຍຣະມັນ ເຊື້ອສາຍເຊີເບຍ ທີ່ຖືສອງສັນຊາດ ແລະຄົນກາເມຣູນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG