ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ຊາຍ​ຫ້າ​ຄົນ ຖືກ​ຕັດ​ສິນ​ປະ​ຫານ ຊີ​ວິດ ໃນ​ຄະ​ດີ​ຂົ່ມ​ຂືນ ຂອງ​ປະ​ເທດ ໂຊ​ມາ​ເລຍ


ນາງ ຟາ​ຕີ​ມາ, ອາ​ຍຸ 14, ຜູ້​ຖືກ​ຂົ່ມ​ຂືນ​ໂດຍ​ຄົນ​ຂັບ​ລົດ​ຕຸກໆ. ຖ່າຍ​ຮູບ​ຢູ່​ສູນ ແອ​ລ​ມານ, ນະ​ຄອນຫຼວງ ໂມ​ກາ​ດິ​ຊູ, 24 ມີ​ນາ, 2015.
ນາງ ຟາ​ຕີ​ມາ, ອາ​ຍຸ 14, ຜູ້​ຖືກ​ຂົ່ມ​ຂືນ​ໂດຍ​ຄົນ​ຂັບ​ລົດ​ຕຸກໆ. ຖ່າຍ​ຮູບ​ຢູ່​ສູນ ແອ​ລ​ມານ, ນະ​ຄອນຫຼວງ ໂມ​ກາ​ດິ​ຊູ, 24 ມີ​ນາ, 2015.

ສານ​ແຫ່ງ​ນຶ່ງ​ໃນ​ເມືອງ ກາ​ໂຣ​ເວ, ທາງ​ພາກ​ເໜືອ​ຂ​ອງ​ເທດ ໂຊ​ມາ​ເລຍ, ເມື່ອ​ວັນ​ເສົາ
ວານນີ້ ໄດ້ຕັດສິນປະຫານຊີວິດຜູ້ຊາຍໜຸ່ມ 5 ຄົນ ສຳລັບການລວມກຸ່ມຂົ່ມຂືນເດັກຍິງ
ອາຍຸ 16 ປີ ໃນເມືອງ ກາລກາໂຢ ເມື່ອເດືອນທີ່ຜ່ານມາ, ອີງຕາມບັນດາເຈົ້າໜ້າທີ່.

ທ່ານ ໂມ​ຮາ​ເມັດ ຮາ​ເຣັດ ຟາ​ຣາ, ຮອງ​ໄອ​ຍະ​ການ​ຂອງ​ສານ​ສູງ​ສຸດ​ລັດ ພັ້ນ​ແລນ, ໄດ້​
ກ່າວວ່າ ຊາຍໜຸ່ມດັ່ງກ່າວ, ສີ່ຄົນໃນນັ້ນມີອາຍຸ 18 ປີ ແລະ ຄົນອື່ນແມ່ນ 19 ປີ, ຖືກ
ຕັດສິນວ່າມີຄວາມຜິດກ່ຽວກັບການຂົ່ມຂືນເດັກຍິງ.

ທ່ານ ຟາ​ຣາ ໄດ້​ກ່າວ​ວ່າ “ຫຼັງ​ຈາກ​ການ​ດຳ​ເນີນ​ການ​ທຸກ​ຢ່າງ​ຂອງ​ສານ, ລວມ​ທັງ​ການ​
ນຳສະເໜີຫຼັກຖານນັ້ນ, ສານໄດ້ຕັດສິນໃຫ້ຜູ້ຊາຍໜຸ່ມທັງຫ້າຄົນຮັບໂທດປະຫານຊີ
ວິດ.”

ທ່ານ ຟາ​ຣາ ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ ການ​ດຳ​ເນີນ​ຄະ​ດີ​ຂົ່ມ​ຂືນ​ໄດ້​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ
ໂມງ ກ່ອນການລວມກຸ່ມຂົ່ມຂືນ ແລະ ຄາດຕະກຳເດັກຍິງອາຍຸ 12 ປີໃນເມືອງ ກາລ
ກາໂຢ ເຊັ່ນກັນ, ເຊິ່ງຕັ້ງຢູ່ພາກພື້ນ ມູດັກ ໃນພາກກາງຂອງ ໂຊມາເລຍ.

ໃນ​ວັນ​ຈັນ​ທີ່​ຜ່​ນາ​ມາ, ນາງ ໄອ​ຊາ ອິ​ລ​ເຢັ​ສ ໄດ້​ຖືກ​ລັກ​ພາ​ຕົວ​ຢູ່​ຕະຫຼາດ​ຂອງ​ເມືອງ.
ສົບຂອງລາວໄດ້ຖືກພົບເຫັນໃນຕອນເຊົ້າວັນຕໍ່ມາຢູ່ໃກ້ກັບເຮືອນຂອງລາວ. ການ
ສັນນະສູດສົບໄດ້ເປີດເຜີຍວ່າ ລາວຖືກລວມກຸ່ມຂົ່ມຂືນ, ແລະ ຕໍ່ມາຖືກບີບຄໍໃຫ້
ຕາຍ.

ຄະ​ດີ​ຂອງ​ນາງ ໄອ​ຍາ ໄດ້​ກໍ່​ໃຫ້​ເກີດ​ການ​ໂວຍ​ວາຍ, ດ້ວຍ​ການ​ປະ​ທ້ວງ ແລະ ຜູ້​ປະ​
ທ້ວງໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ໃຊ້ກົດໝາຍການທຳຮ້າຍທາງເພດປີ 2016
ທີ່ສຳຄັນຂອງປະເທດ, ເຊິ່ງເຮັດໃຫ້ການຂົ່ມຂືນ,ການລວນລາມທາງເພດ ແລະ ການ
ທຳຮ້າຍທາງເພດເປັນເລື່ອງຜິດກົດໝາຍ.

ຜູ້​ຊາຍ​ສີ່​ຄົນ​ໄດ້​ຖືກ​ຈັບ​ກຸມ​ໃນ​ການ​ຕາຍ​ຂອງ​ນາງ ໄອ​ຊາ.

ລັດ ພັ້ນ​ແລນ ຍັງ​ໄດ້​ສົ່ງ​ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄປ​ເມືອງ ກາ​ລ​ກາ​ໂຢ, ເຊິ່ງ​
ໄດ້ທຳການຕໍ່ສູ້ກັບອາຊະຍາກຳທີ່ເພີ່ມຂຶ້ນ, ລວມທັງກໍລະນີການຂົ່ມຂືນຕ່າງໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG