ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນເສຍຊີວິດ ຫຼັງຈາກລົດແລ່ນຕຳຄົນ ໃນເຂດບ່ອນຄົນຍ່າງ ໃນເມືອງແຫ່ງນຶ່ງ ຂອງເຢຍຣະມັນ


ເຈົ້າໜ້າທີ່ຕຳຫຼວດ ຢືນຍາມສະຖານທີ່ບ່ອນເກີດເຫດ ລົດແລ່ນຕຳຄົນຍ່າງໃນເມືອງທຣີແອຣ ຂອງເຢຍຣະມັນ, ໃນວັນອັງຄານ ທີ 1 ທັນວາ 2020.
ເຈົ້າໜ້າທີ່ຕຳຫຼວດ ຢືນຍາມສະຖານທີ່ບ່ອນເກີດເຫດ ລົດແລ່ນຕຳຄົນຍ່າງໃນເມືອງທຣີແອຣ ຂອງເຢຍຣະມັນ, ໃນວັນອັງຄານ ທີ 1 ທັນວາ 2020.

5 ຄົນ ທີ່ລວມທັງທາລົກອາຍຸພຽງ 9 ເດືອນໄດ້ຖືກຂ້າຕາຍໃນເຢຍຣະມັນ ເມື່ອວັນອັງຄານວານນີ້ ເວລາລົດຄັນນຶ່ງແລ່ນຕຳພວກຄົນຍ່າງຢູ່ແຄມທາງ ອີງຕາມເຈົ້າໜ້າທີ່ຕຳຫຼວດຂອງທ້ອງຖິ່ນ. ຢ່າງໜ້ອຍອີກ 14 ຄົນໄດ້ຮັບບາດເຈັບ.

ຕຳຫຼວດໃນເມືອງທຣີແອຣຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດ ໄດ້ຈັບກຸມຄົນຂັບອາຍຸ 51 ປີ ເປັນພົນລະເມືອງເກີດຢູ່ໃນເມືອງທຣີແອຣ ຜູ້ທີ່ເມົາເຫຼົ້າ ແລະປາກົດວ່າມີບັນຫາທາງດ້ານຈິດ ອີງຕາມການກ່າວຂອງທ່ານພີເຕີ ຟຣີຕ໌ເຊັນ ຢູ່ທີ່ກອງປະຊຸມຖະແຫລງຂ່າວ.

ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວວ່າ ບໍ່ປາກົດວ່າເຫດການດັ່ງກ່າວ ມີແຮງຈູງໃຈດ້ານການເມືອງ ແຕ່ເຈົ້າເມືອງທຣີແອຣ ວູລຟ໌ເຟຣມ ລີບບ໌ ໄດ້ເຕືອນວ່າ ທາງການ “ບໍ່ຄວນຕັດສິນກ່ອນກໍານົດ.”

ໃນຖະແຫລງການສະບັບນຶ່ງ ນາຍົກລັດຖະມົນຕີເຢຍຣະມັນ ແອງເກີລາ ເມີໂກລ ໄດ້ສະແດງຄວາມເສຍໃຈ.

ທ່ານນາງໄດ້ກ່າວວ່າ “ຂໍສົ່ງຄວາມເຫັນອົກເຫັນໃຈຂອງຂ້າພະເຈົ້າເຖິງຄອບຄົວທັງຫຼາຍຂອງພວກເຂົາເຈົ້າ ທີ່ໄດ້ຖືກເອົາຊີວິດຢ່າງຮ້າຍແຮງກະທັນຫັນໄປຈາກພວກເຂົາ. ຂ້າພະເຈົ້າ ຍັງຄຶດເຖິງພວກຄົນຜູ້ທີ່ໄດ້ຮັບບາດເຈັບນຳ ຊຶ່ງບາງສ່ວນບາດເຈັບສາຫັດ ແລະຂ້າພະເຈົ້າພາວັນນາ ວິ້ງວອນໃຫ້ພວກເຂົາມີກຳລັງໃຈ.”

ເຢຍຣະມັນໄດ້ຍົກລະດັບການຮັກສາຄວາມປອດໄພ ຢູ່ໃນເຂດບ່ອນຄົນຍ່າງທົ່ວປະເທດ ນັບຕັ້ງແຕ່ມີການໂຈມຕີ ຢູ່ຕະຫຼາດຄຣິສມັສ ໃນນະຄອນຫຼວງເບີລິນ ໃນປີ 2016 ທີ່ເຮັດໃຫ້ 12 ຄົນເສຍຊີວິດ.

ໃນເດືອນມັງກອນປີ 2019 ຊາຍຄົນນຶ່ງ ໄດ້ຖືກຄວບຄຸມໂຕ ຫຼັງຈາກໄດ້ຂັບລົດຕຳຝຸງຊົນ ໃນມື້ສົ່ງທ້າຍປີເກົ່າ ກ່ອນວັນຂຶ້ນປີໃໝ່ ທີ່ເຮັດໃຫ້ 12 ຄົນບາດເຈັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG