ຢ່າງໜ້ອຍ 5 ຄົນໄດ້ເສຍຊີວິດ ແລະ 21 ຄົນບາດເຈັບໃນການຍິງສັງຫານໝູ່ເມື່ອວັນ
ເສົາວານນີ້ ໃນລັດ ເທັກຊັສ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.
ຜູ້ບັນຊາການຕຳຫຼວດຂອງເມືອງ ໂອເດັສຊາ ທ່ານ ໄມເກິລ ເກີກ ໄດ້ເອີ້ນມັນວ່າເປັນ
“ວັນທີ່ເປັນຕາຢ້ານ” ຫຼັງຈາກການຍິງກັນຕາຍໃນເມືອງ ໂອເດັສຊາ ແລະ ໃກ້ກັບເມືອງ
ມິດແລນ ລັດ ເທັກຊັສ.
ຕຳຫຼວດໄດ້ກ່າວວ່າ ເຫດການດັ່ງກ່າວໄດ້ເລີ່ມຂຶ້ນເມື່ອຜູ້ຕ້ອງສົງໄສໄດ້ຈີ້ເອົາລົດສົ່ງ
ໄປສະນີ ຂອງອົງການໄປສະນີ ສະຫະລັດ, ແລ້ວຂັບມັນຍິງປືນໃສ່ຄົນຢ່າງບໍ່ເລືອກໜ້າ.
ມືປືນ, ເຊິ່ງຖືກອະທິບາຍວ່າເປັນຜູ້ຊາຍຜິດຂາວ, ອາຍຸສາມສິບກວ່າປີ, ໄດ້ຖືກຍິງ ແລະ
ເສຍຊີວິດ ຫຼັງຈາກຖືກຕຳຫຼວດປິດລ້ອມໃນເດີ່ນຈອດລົດຂອງໂຮງລະຄອນແຫ່ງນຶ່ງ,
ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່. ເຂົາເຈົ້າບໍ່ໄດ້ໃຫ້ຂໍ້ມູນ ກ່ຽວກັບ ແຮງຈູງໃຈສຳ
ລັບການໂຈມຕີນັ້ນ, ເຊິ່ງເຈົ້າໜ້າທີ່ຕຳຫຼວດສາມຄົນກໍໄດ້ຮັບບາດເຈັບເຊັ່ນກັນ.
ທ່ານ ເກີກ ໄດ້ປະຕິເສດທີ່ຈະບອກຊື່ຂອງມືປືນ.
ຕຳຫຼວດບໍ່ໄດ້ເປີດເຜີຍອາການ ຫຼື ອາຍຸຂອງຜູ້ເຄາະຮ້າຍທັງຫຼາຍ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມໃນທວິດເຕີໃນຕອນຄ່ຳຂອງວັນເສົາ
ວານນີ້ວ່າ “ຫາກໍໄດ້ຮັບລາຍງານຈາກລັດຖະມົນຕີຍຸຕິທຳ ທ່ານ ບາ ກ່ຽວກັບ ການຍິງ
ກັນໃນລັດ ເທັກຊັສ. ເຈົ້າໜ້າທີ່ FBI ແລະ ຜູ້ບັງຄັບໃຊ້ກົດໝາຍແມ່ນໄດ້ເຂົ້າພົວພັນ
ຢ່າງເຕັມທີ່ແລ້ວ. ຈົ່ງຕິດຕາມເພີ່ມເຕີມ.”
ຜູ້ປົກຄອງລັດເທັກຊັສ ທ່ານ ເກຣັກ ແອບບັອດ ໄດ້ອອກຖະແຫຼງການສະບັບນຶ່ງໃນ
ວັນເສົາວານນີ້ ໂດຍເວົ້າວ່າ “ສະຕີໝາຍເລກນຶ່ງ ແລະ ຂ້າພະເຈົ້າເສຍໃຈຫຼາຍ ກ່ຽວ
ກັບ ການໂຈມຕີທີ່ຂາດສະຕິ ແລະ ຂີ້ຂາດຕາຂາວນີ້, ແລະ ພວກເຮົາຂໍສະແດງການ
ສະໜັບສະໜູນຢ່າງເດັດດ່ຽວຕໍ່ບັນດາຜູ້ເຄາະຮ້າຍ, ຄອບຄົວຂອງເຂົາເຈົ້າ ແລະ ທຸກ
ຄົນໃນເມືອງ ມິດແລນ ແລະ ໂອເດສຊາ. ລັດເທັກຊັສ ແລະ ກະຊວງຮັກສາຄວາມ
ປອດໄພສາທາລະນະ ແມ່ນກຳລັງເຮັດວຽກຢ່າງໃກ້ຊິດກັບຜູ້ບັງຄັບໃຊ້ກົດໝາຍໃນ
ທ້ອງຖິ່ນ ເພື່ອສະໜອງແຫຼ່ງຊັບພະຍາກອນຕ່າງໆທີ່ຕ້ອງການ ແລະ ນຳເອົາຄວາມ
ຍຸຕິທຳມາສູ່ການໂຈມຕີທີ່ຊົ່ວຮ້າຍນີ້.”
ການຍິງກັນໃນວັນເສົາວານນີ້ໄດ້ເກີດຂຶ້ນ ຫຼັງຈາກການຍິງສັງຫານໝູ່ໃນຕົ້ນເດືອນ
ສິງຫາທີ່ຜ່ານມາໃນເມືອງ ແອລ ປາໂຊ ລັດເທັກຊັສ, ຢູ່ຮ້ານຊັບພະສິນຄ້າ ວອລມາດ
ບ່ອນທີ່ຈຳນວນຫຼາຍຂອງຜູ້ເຄາະຮ້າຍ 22 ຄົນແມ່ນຊາວອາເມຣິກາລາຕິນ.